ຢ່າວ່າເຮັດດີບໍ່ມີລະສິບໍ່ມີໃຜເຫັນ ຈັກມື້ຕ້ອງມີຄົນເຫັນ ຄືກັບພະເອກກ້າມໃຫຍ່ (Dwayne “The Rock” Johnson) ວັຍ 43 ປີ ທີ່ບໍລິຈາກເງິນ 1,500 ຫຼຽນໂດລາສະຫະລັດ ເພື່ອຊ່ວຍຜ່າຕັກໃຫ້ໝານ້ອຍຈອນຈັດອາຍຸ 4ເດືອນ ທີ່ຊື່ “The Rock”
ໂດຍອົງກອນການກຸສົນທີ່ຊື່ Spontrescuedogs ໄດ້ຊ່ວຍເຫຼືອໝານ້ອຍອາຍຸ 4 ເດືອນໂຕນີ້ ມາຈາກຂ້າງຖະໜົນໃນ LA ຫຼັງຈາກທີ່ພົບວ່າມັນມັດປາກດ້ວຍລວດຈົນເກີດເປັນບາດຂະໜາດໃຫຍ່ ເມື່ອເອົາລວດອອກມາ ມັນຖືກຫຍິບກວ່າ 17 ເຂັມ ຈາກນັ້ນກໍ່ຖືກຕັ້ງຊື່ວ່າ The Rock ຕໍ່ມາສັດຕະວະແພດກໍ່ພົບວ່າໝາໂຕນີ້ມີອາການສຽງຝູ່ຂອງຫົວໃຈ ຕ້ອງຜ່າຕັດ ພະເອກໜຸ່ມທີ່ຮູ້ເລື້ອງນີ້ຜ່ານແຮສແທັກຂອງດາລາສາວ Michelle Trachtenberg ກໍ່ຮ່ວມບໍລິຈາກເງິນນຳ
ໝານ້ອຍຈອນຈັດ
ການບໍລິຈາກເງິນຂອງ Dwayne “The Rock” Johnson ນອກຈາກຈະຊ່ວຍເຫຼືອໝານ້ອຍໄດ້ແລ້ວ ຍັງເຮັດໃຫ້ຄົນແຫ່ມາບໍລິຈາກເງິນໃຫ້ກັບອົງກອນດັ່ງກ່າວຈົນຍອດເງິນທະລຸ 6,000 ຫຼຽນໂດລາສະຫະລັດໄປແລ້ວ
Dwayne “The Rock” Johnson)
=========================
ຂອບໃຈຂໍ້ມູນຈາກhttp://www.dailymail.co.uk
ຂອບໃຈຮູບຈາກInstagram @spotrescuedogs
ແປແລະຮຽບຮຽງໂດຍhttp://gossipstar.mthai.com
ທີ່ມາ: gossipstar.mthai.com