NASA ຄໍາໆນີ້ຄົງຈະຄຸ້ນຫູທຸກຄົນດີ ເພາະເມື່ອໃດທີ່ມີຂ່າວດັງໆ ທີ່ກ່ຽວກັບ ອາວະກາດຈະມີຊື່ NASA ເຂົ້າມາກ່ຽວຂ້ອງທຸກຄັ້ງແຕ່ເພື່ອນໆ ຮູ້ບໍ່ວ່າຄໍາວ່າ NASA ເປັນຊື່ຂອງໜ່ວຍງານໜຶ່ງຂອງສະຫະລັດອາເມຣິກາບໍ່ແມ່ນຊື່ເຕັມ.
-NASA ຫຍໍ້ມາຈາກ National Aeronautics and Space Administration ຫຼື ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດຖືກຈັດຕັ້ງຂຶ້ນເມື່ອ ກໍລະກົດ ຄ.ສ 1958. ເປັນໜ່ວຍງານລາຊະການຂອງສະຫະລັດອາເມຣິກາ ເຮັດໜ້າທີ່ຮັບຜິດຊອບໃນໂຄງການອາວະກາດ ແລະ ງານວິໄຈຮ້ວງອາວະກາດບໍ່ວ່າຈະເປັນການສົ່ງຍານອອກໄປສຳຫຼວດດາວເຄາະ ແລະ ດວງຈັນຕ່າງໆ, ການສຶກສາວັດຖຸເທິງອາວະກາດ, ບໍ່ວ່າຈະເປັນດາວຫາງ, ອຸກາບາດ, ດາວເຄາະນ້ອຍ ແລະ ກາເລັກຊີຕ່າງໆອັນໄກໂພ້ນການຝຶກອົບຮົມມະນຸດອາວະກາດ, ການເຝົ້າລະວັງວັດຖຸອາວະກາດທຸກຊະນິດທີ່ອາດສົ່ງຜົນກະທົບ ຫຼື ສ້າງອັນຕະລາຍໃຫ້ກັບໂລກໄດ້.
-NASA (ອ່ານອອກສຽງວ່ານາ - ຊ່າ) ມີຄໍາຂວັນປະຈໍາໜ່ວຍວຽກວ່າ "For the benefit of all" ຫຼື "ເພື່ອປະໂຫຍດຂອງຄົນທຸກຄົນ"