ປັດຈຸບັນນີ້ຄອມພິວເຕີທີ່ໃຊ້ກັນຢູ່ທົ່ວໄປເທິງໂລກນີ້ມີຫຼາກຫຼາຍ ແລະ ທຸກເຄື່ອງກໍສາມາດທີ່ຈະເຊື່ອມຕໍ່ເຖິງກັນນຳ ແລະ ຖ້າລະບົບເຄືອຂ່າຍບໍ່ມີ IP Address ແລ້ວລະກໍເຮົາຈະບໍ່ສາມາດທີ່ຈະຮູ້ໄດ້ເລີຍວ່າຂໍ້ມູນນີ້ສົ່ງມາຈາກເຄື່ອງໃດ ແລະ ຫຼິ້ນຢູ່ທີ່ໃສເຊິ່ງໃນຫຼັກຄວາມເປັນຈິງແລ້ວຖ້າ IP Address ຊໍ້າກັນເຄືອຂ່າຍຄອມພິວເຕີ,ນັ້ນກໍຈະມີບັນຫາປຽບໄດ້ກັບເລກທີ່ບ້ານຊໍ້າກັນເມື່ອໄປສະນີຈ່າຍຈົດໝາຍກໍຈະບໍ່ສາມາດຈ່າຍໄດ້ຖືກບ້ານເຊິ່ງນີ້ເອງເປັນເຫດຜົນທີ່ຈະຕ້ອງມີ IP Address ໃນເຄືອຂ່າຍຄອມພິວເຕີ.
IP Address ຄືແມ່ນຫຍັງ
IP Address ຄືໝາຍເລກທີ່ສາມາດລະບຸແຍກແຍະຄວາມແຕກຕ່າງຂອງເຄື່ອງຄອມພິວເຕີ ແລະ ອຸປະກອນເຄືອຂ່າຍຕ່າງໆທີ່ມີການເຊື່ອມຕໍ່ໃນເຄືອຂ່າຍດຽວກັນ ຫຼື ຈະເປັນການເຊື່ອມຕໍ່ນອກເຄືອຂ່າຍກໍໄດ້ເຊັ່ນກັນຢ່າງທີ່ເວົ້າມາແລ້ວໃນຕອນຕົ້ນວ່າ IP Address ປຽບໄດ້ດັ່ງເລກທີ່ບ້ານໃນການຕັ້ງ IP Address ຈະຕັ້ງບໍ່ໃຫ້ຊໍ້າກັນຢ່າງເດັດຂາດເພາະຖ້າຊໍ້າກັນຈະເຮັດໃຫ້ເກີດຄວາມສັບສົນໃນການຕິດຕໍ່ສື່ສານພາຍໃນເຄືອຂ່າຍເຊິ່ງນີ້ເອງເລີຍມີໜ່ວຍງານທີ່ອອກມາກໍານົດເລື່ອງຂອງການຕັ້ງຄ່າ IP Address ຂຶ້ນມາ.
ປະໂຫຍດຂອງ IP Address ໃນລະບົບ Network
IP Address ມີປະໂຫຍດໃນລະບົບ Network ຢ່າງຫຼາຍກໍຢ່າງທີ່ເກີນໄປແລ້ວໃນຕອນທໍາອິດແລ້ວວ່າ IP Address ມີຄວາມສໍາຄັນຫຼາຍສໍາຄັນລະບົບເຄືອຂ່າຍເພາະວ່າ IP Address ເປັນເລກາສະເພາະອຸປະກອນອີເລັກໂທນິກເຊິ່ງແຕ່ລະເຄື່ອງຈະມີເລກ IP Address ທີ່ບໍ່ຄືກັນເພື່ອບໍ່ໃຫ້ເກີດຄວາມຄວາມສັບສົນໃນການຕິດຕໍ່ສື່ສານພາຍໃນເຄືອຂ່າຍ ແລະ ຍັງຊ່ວຍໃຫ້ຜູ້ເບິ່ງແລລະບົບເຄືອຂ່າຍສາມາດອອກແບບສ້າງ ແລະ ຄວບຄຸມການເຮັດວຽກຂອງເຄືອຂ່າຍໄດ້ຢ່າງງ່າຍໄດ້ ແລະ ບໍ່ສັບສົນ.
-IP Address ເປັນສິ່ງທີ່ທຸກຄົນຄວນທີ່ຈະຮູ້ຈັກ ແລະ ເຮັດທຳຄວາມເຂົ້າໃຈກ່ຽວກັບ IP Address ໃຫ້ຫຼາຍຍິ່ງຂຶ້ນ ໃຈຄວາມສຳຄັນໃນການຕັ້ງເລກ IP Address ແລະ ເປັນຫຼັກທີ່ສໍາຄັນບໍ່ວ່າລະບົບເຄືອຂ່າຍນັ້ນຈະນ້ອຍ ຫຼື ໃຫຍ່ກໍຕາມກໍຄືຕ້ອງບໍ່ຕັ້ງເລກ IP Address ໃຫ້ຊໍ້າກັນຢ່າງເດັດຂາດ.