ຫຼາຍຄົນອາດເຄີຍໄດ້ຍິນຄໍາວ່າ GDP ມາຈາກຂ່າວເສດຖະກິດທັງໃນໂທລະພາບ ແລະ ວິທະຍຸ ຫຼື ແມ້ແຕ່ໜັງສືພິມຈົນອົດສົງໃສບໍ່ໄດ້ວ່າແທ້ຈິງແລ້ວ GDP ແມ່ນຫຍັງກັນແທ້? ແລ້ວກ່ຽວຂ້ອງແນວໃດ ກັບເສດຖະກິດເຊິ່ງອັນທີ່ຈິງແລ້ວ GDP ເປັນຄວາມຮູ້ເບື້ອງຕົ້ນໃນ ວິຊາ ສຶກສາພົນລະເມືອງ ທີ່ທຸກຄົນຕ່າງກໍຕ້ອງເຄີຍຮຽນມາທັງນັ້ນແຕ່ດ້ວຍຄວາມທີ່ມັນຊັບຊ້ອນ ແລະ ໜ້າເບື່ອເກີນໄປສໍາຫລັບເດັກໄວຮຽນຈຶ່ງເຮັດໃຫ້ຫຼາຍຄົນບໍ່ໄດ້ສົນໃຈຈົນລືມໄປແລ້ວວ່າ GDP ແມ່ນຫຍັງ...?
-GDP ແມ່ນຫຍັງ?
Simon Kuznets ເຊິ່ງເປັນນັກເສດຖະສາດຊາວລັດເຊຍທີ່ຄິດຄົ້ນ GDP ຂຶ້ນໂດຍຫຍໍ້ມາຈາກພາສາອັງກິດວ່າ Gross Domestic Product ແຕ່ສາມາດແຍກຄວາມໝາຍອອກມາໄດ້ດັງຕໍ່ໄປນີ້:
-G-Gross ໝາຍເຖິງເບື້ອງຕົ້ນ.
-D-Domestic ໝາຍເຖິງທ້ອງຖິ່ນ ຫຼື ພາຍໃນປະເທດ.
-P-Product ໝາຍເຖິງຜະລິດຕະພັນລວມຂອງປະເທດເຊິ່ງປະກອບໄປດ້ວຍສິນຄ້າ ແລະບໍລິການທີ່ຜະລິດຂຶ້ນພາຍໃນປະເທດທັງໝົດ.
-ດັ່ງນັ້ນ GDP ຄື "ມວນຜົນຜະລິດລວມພາຍໃນປະເທດ" ເຊິ່ງໝາຍເຖິງຜົນລວມທັງໝົດຂອງສິນຄ້າ ແລະ ບໍລິການທີ່ຜະລິດພາຍໃນປະເທດໃນແຕ່ລະປີ. ເຊິ່ງຈະເປັນຕົວຊີ້ວັດກິດຈະກໍາທາງເສດຖະກິດລະບົບຕະຫຼາດທັງຍັງເປັນຕົວຊີ້ວັດແນວທາງການພັດທະນາທາງເສດຖະກິດແລະ ການບໍລິຫານປະເທດຂອງລັດຖະບານໃນແຕ່ລະປະເທດທົ່ວໂລກອີກດ້ວຍ ຫຼື ອາດເວົ້າໃຫ້ເຂົ້າໃຈຄວາມໝາຍງ່າຍໆວ່າ GDP ເປັນຕົວຊີ້ວັດຄວາມກ້າວໜ້າທາງເສດຖະກິດເຊິ່ງເບິ່ງຈາກຜົນລວມລາຍໄດ້ຂອງສິນຄ້າ ແລະ ບໍລິການພາຍໃນປະເທດນັ້ນເອງ.
-ການວັດຄ່າ GDP ເຮັດໄດ້ແນວໃດ?
-ໂດຍໃນການວັດຄ່າ GDP ນັ້ນສາມາດເຮັດໄດ້ 2 ວິທີຄື: ການວັດຈາກລາຍຈ່າຍສິນຄ້າ ແລະບໍລິການສ່ວນອີກວິທີຄື: ການວັດຈາກລາຍໄດ້ການຂາຍສິນຄ້າ ແລະ ບໍລິການເຊິ່ງຂັ້ນຕອນໃນການຈັດເຮັດຄ່າ GDP ສ່ວນໃຫຍ່ນັ້ນມັກຈະໄດ້ຂໍ້ມູນບໍ່ຄ່ອຍ ຊັດເຈນເນື່ອງຈາກປັດໄຈຄວາມຜິດພາດຫຼາຍຢ່າງພາຍໃນປະເທດເຮັດໃຫ້ຄ່າ GDP ທີ່ໄດ້ນັ້ນບໍ່ສາມາດວັດຄຸນະພາບຊີວິດທີ່ແທ້ຈິງຂອງຄົນໃນປະເທດໄດ້ແຕ່ກໍສາມາດບົ່ງບອກໄດ້ວ່າເສດຖະກິດພາຍໃນປະເທດຂອງແຕ່ລະປີມີການເຕີບໂຕຂຶ້ນ ຫຼື ລົດລົງຫຼາຍໜ້ອຍພຽງໃດ.
-ດັ່ງນັ້ນ GDP ຈຶ່ງເປັນການວັດລາຍໄດ້ລວມຂອງປະເທດຈາກສິນຄ້າ ແລະ ບໍລິການທັງໝົດພາຍໃນປະເທດເຊິ່ງຈະສາມາດບົ່ງບອກໄດ້ວ່າສະພາບເສດຖະກິດຂອງປະເທດໃນແຕ່ລະປີນັ້ນເຕີບໂຕຂຶ້ນ ຫຼື ລົດລົງຈໍານວນເທົ່າໃດ ແລະ ເປັນແນວທາງສໍາຄັນທີ່ຈະໃຊ້ໃນການພັດທະນາເສດຖະກິດຕໍ່ໄປ...