ການແອບຮັກໃຜ ມັກຈະມີຄວາມສຸກເວລາທີ່ເຫັນໜ້າເຂົາ ແຕ່ຈະມີຄວາມສຸກຫຼາຍກວ່າຖ້າຫາກຄົນທີ່ເຈົ້າກຳລັງສົນໃຈ ມີໃຈໃຫ້ເຈົ້າຄືກັນ ດັ່ງນັ້ນມື້ນີ້ ພວກເຮົາຈະມາບອກຊາຍໜຸ່ມທັງຫຼາຍ ເຖິງວິທີການສັງເກດຜູ້ຍິງທີ່ແອບຮັກເຮົາ ວ່າເຂົາຈະມີອາການແບບໃດ
1. ມັກເວົ້າແຊວ ເວລາທີ່ເຮົາໄປກັບຜູ້ຍິງຄົນອື່ນ ປະມານວ່າທຳທ່າຫຶງແຕ່ອອກແນວແຊວຫຼິ້ນໆ
2. ເຮັດແບບໂລກກົມ ໄປທາງໃດກໍພໍ້ ມັກວົນວຽນຢູ່ໃກ້ໆ ຖ້າເຫັນກໍຈະຍິ້ມໃຫ້ ຫຼືທັກເຮົາ ເຊື່ອວ່າຖ້າເຮົາສັງເກດເຫັນແບບນີ້ຮອບໆໂຕເຮົາ ນັ້ນລະເຂົາກຳລັງສົນໃຈເຈົ້າ
3. ເຂົາຈະພະຍາຍາມຫາເລື່ອງລົມ ທັກແຊັດຫາຕະຫຼອດ ບາງທີ່ກໍມີເວັ້ນໄລຍະແດ່ ບໍ່ຮູ່ວ່າເຈົ້າຈະເບິ່ງອອກຫຼືບໍ່
4. ເຂົາຈະພະຍາຍາມຊອກຫາ ຢາກເຫັນໜ້າ ເຊັ່ນ: ຖ້າເຈົ້ານັ່ງຢູ່ທາງຫຼັງ ກໍຈະເຮັດເປັນຫຼຽວຫຼັງໄປຫາຄົນອື່ນ ແຕ່ຄວາມຈິງເຂົາຢາກເຫັນຫນ້າເຈົ້າ
5. ວັນສຳຄັນເຊັ່ນ: ວັນວາເລນທາຍ ຈະລັກເອົາດອກໄມ້ໄປວາງໄວ້ໂຕະເວລາທີ່ບໍ່ມີຄົນຢູ່
6. ຖ້າເປັນຜູ້ຍິງຂີ້ອາຍ ເວລາແອບຮັກ ຈະໜ້າແດງເວລາເຫັນຫນ້າເຈົ້າ ບາງທີ່ຖ້າພົບກັນແບບບັງເອີນກໍຈະເຮັດໜ້າຕົກໃຈແລ້ວກໍຍ່າງໜີໄປ ເພາະເວລາຢູ່ໃກ້ໆແລ້ວໃຈມັນສັ່ນ ແລະ ຢ້ານຄົນອ້ອມຂ້າງຮູ້ອີກ ແຕ່ຖ້າໄດ້ລົມກັນໂຕຕໍ່ໂຕກໍຈະສົບຕາໄດ້ບໍ່ເກີນ 5 ວິນາທີ
7. ເຮັດເປັນບໍ່ສົນໃຈ ແຕ່ມັກສ່ອງ Facebook ເຈົ້າຕະຫຼອດ ມັກງອນ ມັກຫຶງ ທັ້ງໆທີ່ບໍ່ໄດ້ເປັນຫຍັງກັນ ບາງທີເຈົ້າກໍບໍ່ຮູ້ວ່າເຂົາງອນເລື່ອງຫຍັງ
8. ຜູ້ຍິງທີ່ແອບຮັກເຈົ້າ ເຂົາຈະຮູ້ເລື່ອງຂອງເຈົ້າຫຼາຍກວ່າຄົນອື່ນ(ອາດເກີດຈາກການສອບຖາມໝູ່ຄົນອື່ນ ຫຼື ມັກສ່ອງ Facebook ຂອງເຈົ້າ