4 ວິທີຫຼຸດທ້ອງອືດດ້ວຍຕົນເອງ
ນຳສະເໜີໂດຍ: ສອງມື ຄູ່ນີ້, ວັນທີ 16 ມິຖຸນາ 2016
ທ້ອງອືດເປັນອາການທີ່ພົບໃນຄົນທົ່ວໄປ ມີສາເຫດຈາກລະບົບຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມປະສິດທິພາບເຮັດໃຫ້ເກີດກ໊າສສ່ວນເກີນໃນກະເພາະອາຫານ ແຕ່ຈະເພິ່ງຢາຫຼຸດກົດທຸກຄັ້ງໄປກໍອາດຈະບໍ່ຄ່ອຍດີປານໃດ ດັ່ງນັ້ນມາລອງປັບພຶດຕິກຳເພື່ອຫຼຸດອາການທ້ອງອືດດັ່ງນີ້ກັນ ດີກວ່າ:
-
ກິນອາຫານໃນຕອນກາງເວັນເທື່ອລະໜ້ອຍ: ກິນອາຫານໃນນຕອນກາງເວັນເທື່ອລະໜ້ອຍແຕ່ກິນເລື້ອຍໆ ແລະ ຫຍ້ຳໃຫ້ລະອຽດ ເພາະອາຫານຄາບ ໃຫຍ່ໆ ແລະ ການດື່ມນ້ຳເທື່ອລະຫຼາຍໆຈະເຮັດໃຫ້ກະເພາະອາຫານໂຟງອອກເຮັດໃຫ້ຫູຮູດຫຼອດອາຫານ ສ່ວນລຸ່ມຍານລົງຈົນເກີດກົດໄຫຼຍ້ອນໄດ້ຫຼາຍຂຶ້ນ.
-
ຄ່ອຍໆຫຼຸດອາຫານຫວານ, ຊີ້ນສັດ ແລະອາຫານມັນ: ໂດຍຈົດບັນທຶກລາຍການອາຫານເຮັດເຄື່ອງໝາຍໄວ້ວ່າມື້ ແລະເວລາໃດທີ່ມີອາການ ເພື່ອຈະໄດ້ ປັດສະຈາກອາຫານຊະນິດນັ້ນ ເພາະກະເພາະອາຫານໃຊ້ເວລາຍ່ອຍອາຫານດົນ 6-8 ຊົ່ວໂມງ ຊຶ່ງເຮັດໃຫ້ເກີດການສະສົມຈົນກາຍເປັນກ໊າສໃນທ້ອງ.
-
ປັດສະຈາກການກິນຜັກດິບໃນຕອນຄ່ຳ: ເພາະຜັກມີເສັ້ນໃຍຫຼາຍ ຖ້າກິນຫຼາຍໄປຈະເຮັດໃຫ້ທ້ອງອືດໄດ້ ເນື່ອງຈາກຮ່າງກາຍບໍ່ມີນ້ຳຍ່ອຍເສັ້ນໃຍຊະນິດນີ້ ແຕ່ຕ້ອງອາໃສແບກທີເຣຍທີ່ຢູ່ໃນລຳໄສ້ເປັນຕົວຍ່ອຍທາງທີ່ດີຄວນ ລວກ ຫຼື ຕົ້ມໃຫ້ສຸກຈະດີກວ່າ.
-
ຖ້າຈຸກສຽດແໜ້ນທ້ອງໃຫ້ລຸກຂຶ້ນເຄື່ອນໄຫວຮ່າງກາຍດື່ມນ້ຳອຸ່ນ ຫຼື ກິນສະໝຸນໄພ: ຖ້າຈຸກສຽດແໜ້ນ ທ້ອງໃຫ້ລຸກຂຶ້ນເຄື່ອນໄຫວຮ່າງກາຍດື່ມນ້ຳອຸ່ນ ຫຼື ກິນສະໝຸນໄພທີ່ມີລິດຂັບລົມຢ່າງຂີ້ໝິ້ນ ຫາກທ້ອງອືດກ່ອນນອນໃຫ້ນຳຜ້າຫົ່ມໜູນຫົວຕຽງໃຫ້ສູງຂຶ້ນ 6-8 ນິ້ວຈະເຮັດໃຫ້ກົດ ແລະນ້ຳຍ່ອຍໄຫຼລົງກະເພາະອາຫານໄດ້ ໄວຂຶ້ນ.
ທີ່ມາ: ເສດຖະກິດ-ສັງຄົມ