15 ຄີລັດຫຼື (Shortcut) ງ່າຍໆ keyboad ທີ່ຄວນຮູ້
ນຳສະເໜີໂດຍ: ມະນີລາດ ອອນລາຍ, ວັນທີ 15 ຕຸລາ 2015
- Ctrl + C ຫຼື Ctrl + Insert : ຄຳສັງຄັດລອກຂໍ້ຄວາມຫຼືສິ່ງທີ່ຕ້ອງການເລືອກ.
- Ctrl + V ຫຼື Shift + Insert : ວາງຂໍ້ຄວາມຫຼືສິ່ງຂອງທີ່ເລືອກຈາກການກົດປຸ່ມ Ctrl + C
- Ctrl + Z ແລະ Ctrl + Y: ມີ 2 ຫຼັກການເຮັດວຽກຄື Ctrl + Z ມີໜ້າທີ່ຍ້ອນກັບ (Undo) ຂໍ້ຄວາມທີ່ເຮົາລົບຫຼືແກ້ໄຂ ແລະ Ctrl + Y ມີໜ້າທີຄືຄ່່າລ່າສຸດ (Redo).
- Ctrl + F: ໃຊ້ໃນການຄົ້ນຫາຄຳຫຼືຄີເວີດທີ່ຕ້ອງການໃນໜ້າເພສຫຼືໂປແກຮມນັ້ນໆ.
- Alt + Tab ຫຼື Ctrl + Tab: ເປັນການສະລັບໜ້າຈໍຢ່າງໄວໂດຍທີ່ບໍ່ໄດ້ເອົາເມົ້າໄປຄິກເພື່ອເລືອກໂປແກຮມທີ່ຕ້ອງການ.
- ເຕັກນິກເເພີ່ມຕື່ມ: ກົດປຸ່ມ Ctrl + Tab ເປັນການສະລັບໜ້າຈໍພາຍໃນໂປແກຮມນັ້ນເຊັ່ນ ສະລັບແທບໃນ Internet Explorer ເປັນຕົ້ນ.
- ສຳລັບ windows 7 ຂຶ້ນໄປໃຫ້ກົດປຸ່ມວິນໂດ ແລະ Tab ພ້ອມກັນຈະເປັນການສະລັບໜ້າຈໍໂຊແບບເຕັມຈໍ.
- Ctrl + Back space ແລະ Ctrl + Left ຫຼື Right arrow: ແຍກອອກເປັນ 2 ການເຮັດວຽກຄື Ctrl + Backspace ເປັນການລົບຂໍ້ຄວາມທັ້ງຄຳ ສ່ວນ Ctrl + ລູກສອນຊ້າຍຫຼືຂວາ ພ້ອມກົດ Shift ເປັນການໄຮໄລຄຳທັງຄຳແລະລາກຕິດຕໍ່ກັນໄດ້.
- Ctrl + S: ສໍາລັບ Save ບັນທືກງານຕ່າງໆ ໂດຍບໍ່ຕ້ອງເສຍເວລາໄປຄິກ Save As.. ໃຫ້ຫຍຸ້ງຍາກ.
- Ctrl + Home ແລະ Ctrl + End: ເລື່ອນກະພິບໄປເທີ່ງສຸດຫຼືທ້າຍສຸດຂອງໜ້າລາຍງານ.
- Ctrl + P: ຄຳສັ່ງ print ງານງ່າຍບໍ່ຕ້ອງເສຍເວລາເມົ້າໄປຫາຄຳສັ່ງ print ຫຼື ພີມງານ.
- Page Up, Space bar, ແລະ Page Down: ກົດປຸ່ມ Page Up ເປັນການເລື່ອນໜ້າຈໍຂຶ້ນຫຼືຈະໃຊ້ແທບຍາວ Space Bar + Shift ແທນໄດ້ ແລະ Page Down ເປັນການເລື່ອນເພສລົງຫຼືຈະໃຊ້ແທບຍາວ Space Bar ແທນປຸ່ມ Page down ໄດ້ຄືກັນ.
- Ctrl + ເລື່ອນລູກກີ້ງເມົ້າ ເຂົ້າ-ອອກ: ເປັນການຊູມເຂົ້າ-ອອກ ຫຼືຂະຫຍາຍຂໍ້ຄວາມໃຫ້ໃຫຍ່/ນ້ອຍລົງຕາມຕ້ອງການ.
- Ctrl + ເລກ 0: ຄືນຄ່າທີ່ເຮົາຊູມເຂົ້າ-ອອກແລ້ວຈື່ຄ່າຕັ້ງເດີມບໍ່ໄດ້.
- Ctrl + T: ເປີດໜ້າແທບບາວເຊີຂຶ້ນມາໃຫມ່.
- Ctrl + Shift + T: ຫາກພາດປິດແທບບາວເຊີກ່ອນໜ້ານີ້ແລ້ວກໍ່ກົດປຸ່ມນີ້ຊ່ວຍເປີດຄືນມາໄດ້.
- Ctrl + L: ໄຮໄລລິງທີ່ຕ້ອງການໃຊ້ງານແລະຄັດລອກລິງນັ້ນໄດ້ທັນທີ.

""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""""