13.ເລື່ອງລາວດີໆ ທີ່ຈະເຮັດໃຫທ່ານໄດ້ຮູ້ວ່າໂລກໃບນີ້ບໍ່ໄດ້ໂຫດຮ້າຍສະເໝີໄປ
13ເລື່ອງລາວທີ່ຈະເຮັດໃຫ້ທ່ານຮູ້ສຶກມີຫວັງ
1.ນັກສະແດງຊາຍໃຫ້ທິບພະນັກງານ 2000 ໂດລາ ໂດຍທີ່ເຂົາສັ່ງອາຫານພຽງ 82 ໂດລາ
2.Kiersten Miles ບໍລິຈາກໄຕໃຫ້ກັບເດັກນ້ອຍ Talia ທີ່ເຄີຍເປັນເອື້ອຍລ້ຽງໃນປີ 2016
3.ຊານຕາຄອດມີແທ້ໃນແພນຊິວເວເນຍ ເມື່ອຜູ້ຄົນພ້ອມໃຈຫ້ອຍສິ່ງຂອງຈຳເປັນໄວ້ເທິງຕົ້ນຄຼິດມາດ ເພື່ອໃຫ້ຄົນທີ່ມີຄວາມຕ້ອງການໄດ້ຈັບໄປໃຊ້
4.Miguel Juarez ແລະໝູ່ເພື່ອນ ແທັກທີມຕັ້ງໜ່ວຍບໍລິຈາກສີ່ງຂອງຊ່ວຍເຫຼືອຜູ້ປະສົບໄພພາຍຸເຮີລິເຄນ
5.Brennon Jones ຊ່າງຕັດຜົມໃນຟິລາເດເຟຍຕັດຜົມໃຫ້ຄົນບໍ່ມີບ້ານແບບບໍ່ຄິດເງີນ
6.ແມວ Duchess ຖືກລົດຕຳຈົນບາດເຈັບຢ່າງໜັກໜ່ວງບໍ່ມີໃຜຄິດວ່າຈະຮັກສາໄດ້ ຈົນມັນໄດ້ຮັບຄວາມຊ່ວຍເຫຼືອຈາກໝໍ Dr.Meyer ແລະ Dr.Gearheart ຈາກ Adobe Animal Hospital
7.ຊາຍຄົນຫນຶ່ງພົບເຫັນລູກໝາໝົດສະຕິຢູ່ແຄມຊາຍຝັ່ງເຂົາຈຶ່ງຟ້າວເຮັດ CPR ຈົນມັນກັບມາຫາຍໃຈອີກຄັ້ງ
8.Jessica Johns ປະກາດຊອກຫາລົດໃຫຍ່ Toyota Celica ຂອງຜົວທີ່ເສຍຊີວິດໃນສົງຄາມອິຮັກ ແລະ ໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ຄົນໃນFacebookຈົນສາມາດຊື້ມັນກັບຄືນມາເພື່ອເປັນຂອງຂວັນໃຫ້ກັບ Justtin Rozier ລູກຊາຍທີ່ຮອດຈະບໍ່ເຄີຍເຫັນຫນ້າພໍ່ຂອງຕົນຕັ້ງແຕ່ເກີດມາໄດ້
9.ໝໍ Dr.Yosef Gindszin ຍອມເຮັດວຽກໃນມື້ພັກແລະອຸ້ມຄົນໄຂ້ຜູ້ເຖົ້າເຂົ້າມາໃນໂຮງໝໍດ້ວຍຕົນເອງ
10.ໜ່ວຍກູ້ໄພຕຸລະກີຊ່ວຍເຫຼືອໝາທີ່ຕິດຢູ່ໃນບໍ່ເລິກກວ່າ 200 ຟຸດ
11.ຝາແຝດຊາວຈີນແຍກຈາກກັນຕັ້ງແຕ່ເກີດໄດ້ພົບກັນອີກຄັ້ງດ້ວຍຄວາມຊ່ວຍເຫຼືອຂອງພໍ່ແມ່ບຸນທຳແລະລາຍການ Good Morning America
12.ມີຄົນແຕ້ມສັນຍາລັກນາຊີລົງແຜນທີ່ໃນລົດໄຟໃຕ້ດິນແຕ່ຜູ້ທີ່ພົບເຫັນກໍ່ເຂົ້າມາຊ່ວຍລົບມັນຖີ້ມທັນທີ
13.ຜູ້ຊາຍຄົນຫນຶ່ງຖືກຖີ້ມໄວ້ພຽງຄົນດຽວໃນວັນເກີດເນື່ອງຈາກຜູ້ປົກຄອງຖືກດຳເນີນຄະດີເຈົ້າຫນ້າທີ່ຕຳຫຼວດ Deryl Robinson ຈຶ່ງເດີນທາງໄປຮັບແລະພາເຂົານັ່ງລົດຕຳຫຼວດຫຼີ້ນເປັນຂອງຂວັນ