10 ພະຍາດທີ່ອັນຕະລາຍຕໍ່ລັດຖະກອນ

ລັດຖະກອນແມ່ນຜູ້ທີ່ມີບົດບາດສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍແນວທາງ ນະໂຍບາຍຂອງ ພັກ-ລັດ ແລະ ຕັດສິນເຖິງລະດັບປະສິດທິພາບຂອງວຽກງານ. ໄປຄຽງຄູ່ກັບການຍົກລະດັບຄວາມຮັບ ຮູ້ດ້ານຕ່າງໆຢ່າງບໍ່ຢຸດຢັ້ງ, ການຝຶກຝົນຫຼໍ່ຫອມຄຸນສົມບັດ ສິນທໍາປະຕິວັດສໍາລັບລັດຖະກອນ ແມ່ນຄວາມຈໍາເປັນພາວະວິໄສ. ຄຸນສົມບັດສິນທໍາປະຕິວັດຂອງຄົນເຮົາ ບໍ່ໄດ້ມີມາແຕ່ມື້ເກີດບໍ່ມີເທວະດາອົງໃດເສກສັນ ປັ້ນແຕ່ງຂຶ້ນໄດ້ ແລະ ບໍ່ມີຜູ້ໃດຈະຝຶກເພື່ອກັນໄດ້. ສະນັ້ນ, ລັດຖະກອນຕ້ອງຝຶກຝົນຫຼໍ່ຫຼອມຄຸນສົມບັດ ສິນທໍາປະຕິວັດດ້ວຍຄວາມຕື່ນຕົວໃນແຕ່ລະວັນ ແລະ ຝຶກຕະຫຼອດຊີວິດ ເພື່ອໃຫ້ສົມກັບວ່າລັດຖະກອນ ແມ່ນຂົວຕໍ່ທີ່ຫມັ້ນຫນຽວລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ເປັນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ນອກຈາກຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລ້ວຍັງມີອີກ 10 ພະຍາດທີ່ເປັນສັດຕູ ທີ່ບໍ່ມີອາວຸດຕົວອັນຕະລາຍ ໃນວົງການຂອງລັດ ແລະ ເປັນສິ່ງກີດຂວາງການພັດທະນາປະເທດຊາດ, ຊຶ່ງລັດຖະກອນຄວນຊໍາລະສະສາງ ອອກຈາກແນວຄິດໃຫ້ໄດ້ ຄື:

1. ພະຍາດສໍ້ລາດບັງຫຼວງ: ແມ່ນພະຍາດສວຍໃຊ້ຖານະຕໍ່າແຫນ່ງ, ສິດອໍານາດ, ຫນ້າທີ່ຂອງຕົນ ເພື່ອຍັກຍອກເອົາຊັບສົມບັດຂອງລັດ ແລະ ປະຊາຊົນ, ສໍ້ ໂກງຮັບສິນບົນ ແລະ ພຶດຕິກໍາອື່ນໆ. ຖືວ່າເປັນກະທໍາຜິດທີ່ຕ່ຳຕ້ອຍໃນສັງຄົມ.

2. ພະຍາດຟຸມເຟືອຍ: ພະຍາດນີ້ມັນຕິດພັນ ກັບການຂຶ້ນແຜນງົບປະມານເກີນຄວາມເປັນຈິງ, ການ ຈັດຊື້ວັດຖຸທີ່ມີຄຸນນະພາບຕໍ່າກວ່າງົບປະມານ, ນໍາໃຊ້ວັດຖຸຂອງລັດຢ່າງຊະຊາຍ ຂາດການຄຸ້ມຄອງ ແລະ ນໍາໃຊ້ເວລາທາງລັດຖະການຢ່າງຟຸມເຟືອຍ (ເອົາວຽກສ່ວນຕົວມາເຮັດຢູ່ຫ້ອງການ, ເຂົ້າການຊ້າພັດເລີກໄວ, ຍາມໃດກໍໂທຄອບລາພັກ). ນອກຈາກນັ້ນ, ພະຍາດຟຸມເຟືອຍມັກຈະເກີດຂຶ້ນກັບ ແບບແຜນການດໍາລົງຊີວິດອີກຢ່າງຫຼວງຫຼາຍ.

3. ພະຍາດອາດຍາສິດ: ລັດຖະກອນທີ່ມີເຊື້ອພະຍາດນີ້ ມັກຈະສວຍໃຊ້ຕໍາແຫນ່ງ, ຫນ້າທີ່ອອກຄໍາສັ່ງທີ່ບໍ່ນອນໃນແຜນການ, ລະບຽບການ ແລະ ແບບແຜນວິທີເຮັດວຽກ. ເຊື່ອຫມັ້ນຕົນເອງຈົນເກີນ ໄປ, ມັກຈະເປັນຄົນຫູຫນາບໍ່ຟັງຫ່າງສຽງ ປັບປ່ຽນຍາກ ແລະ ຫ່າງເຫີນ ຈາກພະນັກງານ ແລະ ປະຊາຊົນ. ເມື່ອປະຊາຊົນບໍ່ປະຕິບັດຕາມກໍຫາວ່າ ເຂົາເຈົ້າບໍ່ເຂົ້າໃຈແນວທາງ.

4. ພະຍາດຂີ້ຄ້ານມັກງ່າຍ: ຂີ້ຄ້ານຄົ້ນຄວ້າ ຊອກຮູ້ຊອກເຫັນ, ຂາດການຄິດຫງໍາ, ເຮັດສິ່ງໃດກໍພໍແລ້ວຕີນແລ້ວມື ມະລຸ້ມມະລ້ວຍ, ຕີລາຄາບັນຫາແບບຂີ່ມ້າຊົມສວນ, ຫຼົບຫຼີກວຽກຫນັກມັກວຽກເບົາ, ກົງກັນຂ້າມຖ້າວຽກໃດທີ່ຕິດພັນກັບຜົນປະໂຫຍດ ແມ່ນໂຕອອກຫນ້າ.

5. ພະຍາດອວດອົ່ງທະນົງຕົວ: ແມ່ນພະຍາດຖືຕົນເປັນໃຫຍ່, ມັກການຍ້ອງຍໍ ບໍ່ມັກການຕໍານິ, ວຽກໃດກໍຢາກເປັນນາຍຫມູ່, ຜູ້ອື່ນເຮັດສໍາເລັດພັດອອກຫນ້າອ້າງວ່າ ຜົນງານໂຕ, ບໍ່ມັກຮໍ່າຮຽນກັບມະຫາຊົນອັນໃດກໍວ່າ ໂຕຮູ້ຫມົດ.

6. ພະຍາດມັກໃຫຍ່ໃຝ່ສູງ: ຜູ້ທີ່ຕົກໃນພະຍາດນີ້ຖືຕົນເອງວ່າເປັນ ຜູ້ທີ່ຍິ່ງໃຫຍ່, ມັກຖານະຍົດສັກທີ່ໄຮ້ມາດຖານ, ມັກແຕ່ເປັນປະທານ ຫຼື ນອນໃນຄະນະກໍາມະການ, ວຽກບໍ່ພໍເຮັດພັດໄປເຮັດ, ເວລາຖືກຕໍານິແນວຄິດພັດຄອນແຄນ, ຫວັ່ນໄຫວ, ຮູ້ຈັກແຕ່ຂຶ້ນ ບໍ່ຮູ້ຈັກລົງ.

7. ພະຍາດຂາດລະບຽບວິໄນ: ມີແນວຄິດແບບສ່ວນຕົວເກີນໄປ ບໍ່ຮູ້ກາລະເທສະ, ບໍ່ຮູ້ຕໍ່າຮູ້ສູງ, ເສລີບີຮົ່ວ, ມັກແນວໃດກໍ່ເຮັດແນວນັ້ນ ແລະ ມັກຈະຝືນລະບຽບການ ແລະ ກົດປະເພນີ.

8. ພະຍາດແນວຄິດທ້ອງຖິ່ນ: ພະຍາດນີ້ກໍບໍ່ຂີ້ຮ້າຍຈາກພະຍາດອື່ນໆ ແຕ່ກໍເປັນອັນຕະລາຍ ຄືກັນ, ພະຍາດແນວຄິດທ້ອງຖິ່ນ ຈະເຫັນແຕ່ຄວາມຮັບຜິດຊອບ ແລະ ຜົນສໍາເລັດພາຍໃນສໍານັກງານ ອົງການຂອງຕົນ, ບໍ່ສົນໃຈກັບຄວາມຫຍຸ້ງຍາກຂອງຂົງເຂດອື່ນ ແລະ ຮາກຖານອື່ນໆ, ຫ່າງເຫີນຈາກ

9. ພະຍາດແນວຄິດຄັບແຄບ: ມັກຢູ່ແບບໂດດດ່ຽວຖືຕົນເປັນໃຫຍ່, ບໍ່ຮັບເອົາແນວຄິດຂອງຜູ້ອື່ນ, ບໍ່ກ້າສ້າງຄົນ ເພາະຢ້ານຜູ້ອື່ນລື່ນໂຕ, ເຫັນແກ່ຈຸ້ມເຈື້ອເຊື້ອສາຍ (ລູກ, ຫຼານ) ນັບທັງຜົນປະໂຫຍດ ແລະ ການສັບຊ້ອນຕໍາແຫນ່ງງານ.ມະຫາຊົນ ແລະ ບໍ່ເຫັນຜົນປະໂຫຍດຂອງຄົນສ່ວນໃຫຍ່.

10. ພະຍາດລູບແຄ່ງເລຍຂາ: ຜູ້ທີ່ຕິດພະຍາດນີ້ມັກສະແດງອາການ ຕໍ່ຜູ້ເປັນຫົວຫນ້າ ເຊັ່ນ: ອັນໃດກໍ່ວ່າຕົນຮູ້, ອັນໃດກໍ່ວ່າຕົນເຮັດໄດ້, ຜົນງານຂອງຜູ້ອື່ນກໍວ່າແມ່ນຜົນງານຕົນ, ມັກໃສ່ຮ້າຍແຖມນ້ອຍແຖມໃຫຍ່ໃສ່ຜູ້ອື່ນ ຂົ່ມເພິ່ນຍໍຕົນ ແລະ ມັກຈະມີຂອງຝາກຂອງຕ້ອນ ທີ່ບໍ່ຮູ້ກາລະເທສະ ເພື່ອຮຽກຮ້ອງຄວາມເຫັນອົກເຫັນໃຈ ຈາກຜູ້ເປັນຫົວຫນ້າ.