ເວລາທີ່ມີຄົນມາຖາມເຮົາຕໍ່ໜ້າວ່າເຮົາຄິດວ່າຕົວເອງເປັນຄົນແນວໃດ ເຮົາມັກຈະຕອບບໍ່ຄ່ອຍຖືກ ຈະຍົກຍ້ອງຕົນເອງຫຼາຍເກີນໄປກະບໍ່ຄື ເອົາເປັນວ່າກ່ອນອື່ນເຮົາມາຄົ້ນຫາຄໍາຕອບນຳກັນວ່າ ຖ້າເຈົ້າເປັນຄົນຊື່ໆແລ້ວ ຄົນຮອບຂ້າງຊິເບິ່ງ ແລະ ຮູ້ສຶກແນວໃດກັບເຈົ້າ ມີຂໍ້ເສຍຫຍັງໃນໂຕເຈົ້າ ທີ່ອາດບໍ່ເຄີຍຮູ້ຕົວມາກ່ອນ ແລະ ມີຂໍ້ດີຫຍັງທີ່ຄົນອື່ນຊົມເຊີຍເຈົ້າຢູ່.
ກ. ຕອນເດິກໆ.
ຂ. ຕອນກາງວັນ ແລະ ຕອນແລງໆຄ່ໍາໆ.
ຄ. ຕອນເຊົ້າ.
ກ. ຍ່າງໄວແຕ່ກ້າວສັ້ນໆ.
ຂ. ຍ່າງໄວກ້າວຍາວໆ.
ຄ. ຍ່າງຄ່ອນຂ້າງອອກແນວ slow Motion.
ງ. ຍ່າງບໍ່ຄ່ອຍໄວກົ້ມໜ້າກົ້ມຕາຕະຫຼອດ.
ຈ. ຍ່າງບໍ່ຄ່ອຍໄວໜ້າກົງແນມຊື່ເບິ່ງໄປຮອບໆ.
ກ. ເອົາມືຄ້ຳແອວ.
ຂ. ຢືນຈັບສອງມືປະສານກັນ.
ຄ. ແຕະເນື້ອຕ້ອງຕົວຄົນທີ່ລົມນໍາ.
ງ. ຫຼິ້ນກັບຫູຕົວເອງເອົາມືແຕະຄາງຕົວເອງ ຫຼື ຫຼິ້ນຜົມໂຕເອງປະມານວ່າຢູ່ບໍ່ເປັນສຸກ.
ກ. ຍືດຂາກົງ.
ຂ. ນັ່ງໄຂ່ວຫ້າງ.
ຄ. ນັ່ງທັບຂາຕົວເອງຂ້າງໜຶ່ງ.
ງ. ເອົາຂາພັບອຽງໄປທາງໜ້າຂ້າງໃດຂ້າງໜຶ່ງ.
ກ. ຫົວສຽງດັງໆ ຢ່າງບໍ່ເກງສາຍຕາໃຜ.
ຂ. ຫົວແຕ່ບໍ່ດັງຫລາຍສະຫງວນທ່າທີຢູ່ສະເໝີ.
ຄ. ຫົວຫຶໆຢູ່ໃນລໍາຄໍ
ງ. ຍິ້ມແບບອາຍໆຕາມແບບຄຸນໜູ
ກ. ພະຍາຍາມໃຫ້ບໍ່ເປັນທີ່ສົນໃຈ.
ຂ. ເບິ່ງຫາຄົນທີ່ຮູ້ຈັກໂດຍດ່ວນ.
ຄ. ຍ່າງຫມັ້ນໃຈໃຫ້ເປັນຈຸດສົນໃຈຂອງທຸກໆຄົນ.
ກ. ກະເສີຍໆນະບໍ່ໄດ້ຮູ້ສຶກຫຍັງເປັນພິເສດ.
ຂ. ຫງຸດຫງິດແດ່ແຕ່ບໍ່ຫຼາຍພໍຮັບໄດ້.
ຄ. ຮູ້ສຶກຫງຸດຫງິດປະສາດເສຍຂຶ້ນມາທັນທີ.
ກ. ເຫຼຶອງ ຫຼື ຟ້າອ່ອນ.
ຂ. ນ້ໍາຕານ ຫຼື ເທົາ.
ຄ. ແດງ ຫຼື ສົ້ມ.
ງ. ຂຽວ.
ຈ. ຟ້າເຂັ້ມ ຫຼື ມ່ວງ.
ສ. ຂາວ.
ກ. ຍືດຕົວ ແລ້ວເບິ່ງທ້ອງ.
ຂ. ຍືດຕົວກົງ.
ຄ. ອຽງຂ້າງນອນຂົດ.
ງ. ນອນເອົາຫົວທັບແຂນຂ້າງຫນຶ່ງ.
ຈ. ຜ້າປົກຫົວ.
ກ. ຝັນແຕ່ສິ່ງທີ່ດີ.
ຂ. ຝັນບໍ່ຄ່ອຍດີຄືກໍາລັງດິ່ງລົງໄປເລື່ອຍໆ.
ຄ. ກໍາລັງຄົ້ນຫາໃຜບາງຄົນຫຼື ແມ່ນ ຫຍັງບາງຢ່າງຢູ່.
ງ. ກໍາລັງຕໍ່ສູ້.
ຈ. ບໍ່ຄ່ອຍຝັນ.
1. ກ = 6 ຂ = 4 ຄ = 2
2. ກ = 4 ຂ = 6 ຄ = 1 ງ = 2 ຈ = 7
3. ກ = 5 ຂ = 2 ຄ = 4 ງ = 7 ຈ = 6
4. ກ = 2 ຂ = 6 ຄ = 1 ງ = 5
5. ກ = 6 ຂ = 4 ຄ = 3 ງ = 5
6. ກ = 2 ຂ = 4 ຄ = 6
7. ກ = 6 ຂ = 4 ຄ = 2
8. ກ = 5 ຂ = 1 ຄ = 6 ງ = 4 ຈ = 3 ສ = 1
9. ກ = 6 ຂ = 7 ຄ = 4 ງ = 2 ຈ = 1
10. ກ = 1 ຂ = 4 ຄ = 3 ງ = 5 ຈ = 2
61 ຄະແນນຂຶ້ນໄປ
ຄົນອື່ນໆ ເບິ່ງວ່າເຈົ້າເປັນທີ່ມີຄວາມເຫັນແກ່ໂຕແລ້ວກໍແປກ ແຕກແຍກເດັ່ນອອກມາເຮັດໃຫ້ຮູ້ສຶກວ່າການຢູ່ກັບເຈົ້າ ເຂົາຕ້ອງລະວັງຕົວເອງຢູ່ສະເໝີໃນເວລາດຽວກັນນັ້ນຫຼາຍໆ ຄົນອາດຈະຊື່ນຊົມເຈົ້າຢາກເປັນຄືເຈົ້າແຕ່ເຂົາກໍຈະບໍ່ສາມາດໄວ້ໃຈເຈົ້າໄດ້ເຕັມທີ່ ແລະ ລັງເລທີ່ຈະເຂົ້າມາທຳຄວາມຮູ້ຈັກເປັນໝູ່ກັບເຈົ້າ.
51-60 ຄະແນນ
ຄົນອື່ນໆ ເບິ່ງວ່າເຈົ້າເປັນຄົນທີ່ອາລົມແປປວນຂຶ້ນໆລົງໆ ຕະຫຼອດເວລາເຮັດຫຍັງບໍ່ຄ່ອຍເຄື່ອນໄຫວປານໃດ ແຕ່ບາງຄັ້ງການທີ່ໄດ້ຢູ່ໃກ້ໆເຈົ້ານີ້ໜ້າຕື່ນເຕັ້ນດີ ແລະເຈົ້າມີຄວາມເປັນຜູ້ນໍາໂດຍທໍາມະຊາດຕັດສິນໄດ້ໄວ ປານສາຍຟ້າແລບແຕ່ກໍບໍ່ແມ່ນຖືກສະເໝີໄປຈຸດດີທີ່ຄົນອື່ນເບິ່ງເຫັນໃນຕົວເຈົ້າກໍຄືຄວາມເປັນຄົນກ້າຫານກ້າໄດ້ກ້າເສຍບໍ່ປ່ອຍໃຫ້ໂອກາດທີ່ມີຫຼຸດລອຍໄປໄດ້ງ່າຍໆ ມັກມ່ວນ ແລະ ມັກປະຈົນໄພ.
41-50 ຄະແນນ
ຄົນອື່ນໆເບິ່ງວ່າເຈົ້າເປັນຄົນທີ່ມີສະເໜ່ ມີຄວາມໜ້າສົນໃຈຫຼາຍ ເຈົ້າເປັນຄົນ ສົດໃສມີຊີວິດຊີວາຈຶ່ງບໍ່ແປກທີ່ມັກຈະເປັນສູນກາງຂອງຄວາມສົນໃຈຂອງຄົນຮອບດ້ານນອກຈາກນີ້ຄົນອື່ນໆຍັງເບິ່ງວ່າເຈົ້າເປັນຄົນໃຈດີ, ມັກໃສ່ໃຈຄົນອື່ນ ແລະ ມີຄວາມເຂົ້າອົກເຂົ້າໃຈຄົນອື່ນພ້ອມທີ່ຈະໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອຄົນອື່ນສະເໝີຟັງເບິ່ງນາງເອກສຸດໆໄປເລີຍ.
31-40 ຄະແນນ
ຄົນອື່ນໆເບິ່ງວ່າເຈົ້າເປັນຄົນອ່ອນໄຫວງ່າຍ, ຄິດຫລາຍແຕ່ຂໍ້ດີກໍຄືຮອບຄອບສະຫຼາດ, ມີພອນສະຫວັນເຈົ້າເບິ່ງຄືລຽບງ່າຍແຕ່ບໍ່ແມ່ນຄົນທີ່ຈະມີໝູ່ໄດ້ງ່າຍໆຈໍາເປັນຕ້ອງໃຊ້ປັດໄຈຫຼາຍຕໍ່ຫລາຍສິ່ງ ແລະໃຊ້ເວລາດົນຫຼາຍກວ່າເຈົ້າຈະຮັບໃຜຈັກຄົນເປັນໝູ່ຢ່າງໃດກໍຕາມໃຜທີ່ໄດ້ເປັນໝູ່ເຈົ້າກໍນັບວ່າໂຊກດີແລ້ວ. ເຈົ້າມີຄວາມຊື່ສັດກັບຕົນເອງສຸດໆ ການມີແຟນກໍເຊັ່ນກັນ ແລະ ຖ້າຫາກວ່າຄວາມສໍາພັນນັ້ນໄປກັນບໍ່ໄດ້ເຈົ້າກໍຈະໃຊ້ເວລາດົນໃນການຮັກສາຄວາມຮູ້ ແລະ ແຜໃຈ.
21-30 ຄະແນນ
ຄົນອື່ນເບິ່ງວ່າເຈົ້າເປັນຄົນທີ່ມີຄວາມມານະບາກບັ່ນແຕ່ຄ່ອນຂ້າງຈຸກຈິກແດ່ ແຖມຍັງຄ່ອນຂ້າງລະແວງລະມັດລະວັງຈົນເກີນໄປຈົນເຮັດເຮັດໃຫ້ການເຮັດສິ່ງຕ່າງໆເຊື່ອມຊ້າລົງ ຈະລົງມືເຮັດຫຍັງຈັກຢ່າງກະເອົາມືກ່າຍໜ້າຜາກ ຄິດແລ້ວຄິດອີກສິບແປດຕະຫຼົບ ແຕ່ຂໍ້ດີທີ່ຄົນອື່ນເບິ່ງເຫັນໃນຕົວເຈົ້າກໍຄືຄວາມພະຍາຍາມສຸດໆ.
ຕ່ໍາກວ່າ 21 ຄະແນນ
ຄົນອື່ນໆເບິ່ງເຈົ້າວ່າປອດແຫກບໍ່ກ້າຕິດສິນໃຈເປັນຄົນທີ່ບໍ່ສາມາດຢູ່ຄົນດຽວໄດ້ຕ້ອງການ ການເບິ່ງແຍງດູແລຕະຫຼອດເວລາບໍ່ເຖິງລະດັບທີ່ວ່າໃຫ້ຄົນອື່ນຕັດສິນໃຈແທນສະເໝີ. ເຈົ້າເປັນຄົນມີນ້ໍາໃຈແຕ່ຖ້າໃຜບໍ່ຮູ້ຈັກກັນຢ່າງສະໜິດສະໜົມແລ້ວກໍອາດຈະລຳຄານເຈົ້າໄດ້ງ່າຍໆ.