ໜ້າຍົກຍ້ອງ!!! ລຸງພຸດທາ ຫຍິບເກີບລ້ຽງຄອບຄົວ

       ທັງສາມາດສ້າງລາຍໄດ້ເຮັດໃຫ້ຄອບຄົວມີສະຖານະພາບດີຂຶ້ນບວກກັບຄວາມຄິດທີ່ສ້າງສັນ ແລະມີຫົວຄິດປະດິດສ້າງດຸໝັ່ນຂະຫຍັນພຽນອົດທົນອອກແຮງດ້ວຍມັນສະໝອງຂອງຕົນເອງ. ໃນການບໍລິການຫຍິບເກີບ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວຢ່າງພໍພຽງ.

          ລຸງ ພຸດທາ ເພັງສະຫວັນ ຊ່າງຫຍິບເກີບ ອາຍຸ 56 ປີ ເລົ່າສູ່ຟັງວ່າ: ລຸງເປັນປະຊາຊົນ ບ້ານດົງໜ້ອງ ເມືອງ ແລະແຂວງສາລະວັນ ຊຶ່ງຫ່າງຈາກເທສະບານເມືອງ ແລະແຂວງສາລະວັນປະມານ 13 ກິໂລແມັດ ແຕ່ລະມື້ລາວໄດ້ທຽວມາເຮັດວຽກຢູ່ໃນເມືອງ ເພື່ອບໍລິການຫຍິບເກີບໃຫ້ກັບລູກຄ້າ. ຄອບຄົວຂອງລຸງມີອາຊີບຫຼັກແມ່ນເຮັດນາມີສະມາຊິກທັງໝົດ 8 ຄົນ. ສ່ວນລຸງເອງແມ່ນບໍ່ສາມາດທໍາການຜະລິດໄດ້ ສະນັ້ນຈິ່ງໄດ້ຊອກຫາຊ່ອງທາງສ້າງອາຊີບເສີມທີ່ ເໝາະສົມກັບການນຳໃຊ້ແຮງງານຂອງຕົນເອງ ຊຶ່ງລາວກໍໄດ້ຫັນມາບໍລິການຫຍິບເກີບຢູ່ 4 ແຍກພະແນກອຸດສາຫະກຳ-ການຄ້າແຂວງ ໂດຍອາໄສຜ້າຢາງມຸງ ແລະມີໂຕະ, ຕັ່ງບໍລິການຈຳນວນໜຶ່ງ, ທັງເປັນບ່ອນເກັບມ້ຽນເກີບ ເປັນເວລາ 4 ປີ ຍ້ອນອາຊີບນີ້ ເຮັດໃຫ້ສັງຄົມໄດ້ຮັບຮູ້ລຸງຫຼາຍຂຶ້ນ ແລະເຂົ້າມາໃຊ້ບໍລິການເພີ່ມ ຂຶ້ນເລື້ອຍໆ ທັງເປັນທີ່ຍອມຮັບຂອງຄົນສ່ວນໃຫຍ່ ໂດຍສະເລ່ຍໃນແຕ່ລະມື້ມີລູກຄ້າເອົາເກີບມາໃຫ້ລຸງຫຍິບບໍ່ຕ່ຳກວ່າ 10 ຄູ່ຕໍ່ມື້. ສ່ວນຄ່າບໍລິການຕໍ່າສຸດຄູ່ລະ 5 ພັນກີບ ແລະສູງສຸດ 20 ພັນກີບ. ອີງຕາມປະເພດເກີບແຕ່ລະຊະນິດຍາກ ຫຼື ງ່າຍອຸປະກອນທີ່ສຳຄັນຂາດບໍ່ໄດ້ໃນປະກອບອາຊີບນີ້ ເປັນຕົ້ນແມ່ນ: ເຂັມ, ດ້າຍ, ຄີມ, ມີດ ແລະກາວ. ແຕ່ລະມື້ ລຸງ ພຸດ ທາ ສາມາດຫຍິບເກີບໄດ້ປະມານ 10 ຄູ່ ມີລາຍຮັບ 80 ພັນກີບ ຫາ 1 ແສນກີບຕໍ່ມື້. ເດືອນໜຶ່ງລຸງສາມາດທ້ອນເງິນໄດ້ຈາກການບໍລິການຫຍິບເກີບໄດ້ປະມານ 1,5 ແສນກີບຕໍ່ເດືອນ.

        ລຸງ ພຸດທາ ເພັງສະຫວັນ ໄດ້ກ່າວຕື່ມອີກວ່າ: ອາຊີບທີ່ດຳເນີນ ຢູ່ນີ້ເຫັນວ່າມີຄວາມເໝາະສົມລະຫວ່າງລາຍໄດ້ກັບການໃຊ້ແຮງ ງານ ທັງເປັນການສ້າງລາຍໄດ້ ເສີມໃຫ້ຄອບຄົວມີຢູ່ມີກິນມີວຽກ ເຮັດງານທຳ ແລະເຮັດໃຫ້ລາວຮູ້ ນຳໃຊ້ແຮງງານຂອງຕົນໃຫ້ເກີດປະໂຫຍດແກ່ຄອບຄົວ ແລະສັງຄົມ ທັງມີຊີວິດການເປັນຢູ່ດີຂຶ້ນ ເລື້ອຍໆ ທັງເປັນອາຊີບທີ່ສັງຄົມນິຍົມຊົມຊອບ ໂດຍສະເພາະສຳລັບຜູ້ທີ່ມີລາຍໄດ້ຕ່ຳ ແລະເປັນອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍ. ຊຶ່ງນໍາໃຊ້ຫົວຄິດປະດິດສ້າງ ກໍຄືສອງມືຂອງຕົນເອງບວກກັບຄວາມດຸໝັ່ນ, ອົດທົນສູ້ຊົນຈົນ ໄດ້ມາແຫ່ງຜົນສຳເລັດໃນທຸກໆ ວັນນີ້.

            ລຸງ ພຸດທາ ຍັງເລົ່າໃຫ້ຟັງອີກວ່າ: ຈະບໍລິການອາຊີບນີ້ດ້ວຍໃຈ ແລະເຮັດໃຫ້ຜົນງານອອກມາດີທີ່ສຸດດ້ວຍການຫຍິບໃຫ້ລະອຽດ, ງາມ ແລະຄວາມໝັ່ນເຮັດໃຫ້ຄົນໃນສັງຄົມຍອມຮັບເຖິງຢ່າງໃດກໍຕາມລາວກໍມີຄວາມພາກພູມໃຈກັບອາຊີບທີ່ຕົນເອງເຮັດໄດ້ສິ່ງສຳ ຄັນແມ່ນບໍ່ໄດ້ເປັນພາລະແບກ ຫາບໃຫ້ແກ່ຄອບຄົວເຖິງຕົນເອງ ຈະຢູ່ໃນເກນອາຍຸກະສຽນກໍຕາມ ແລະບໍ່ໄດ້ໄປສ້າງຄວາມລຳຄານ ໃຫ້ກັບສັງຄົມກົງກັນຂ້າມໄດ້ຮັບໃຊ້ສັງຄົມທຸກຊັ້ນຄົນໄດ້ບຸກບືນດຸໝັ່ນຂະຫຍັນພຽນໃນອາຊີບ ແລະພັດທະນາໃຫ້ອາຊີບຂອງຕົນສາມາດສ້າງລາຍຮັບໃນທ່າມກາງການຫາລ້ຽງຊີບໃນຍຸກສະໄໝໃໝ່ ໂດຍສະເພາະເຮົາຄົນລາວກໍຄວນ ເຮັດອາຊີບທີ່ຄົນລາວນິຍົມ ແລະຕ້ອງການບໍລິການຫວ່ງແຫນໃນອາຊີບຂອງຕົນ ແລະນຳໃຊ້ແຮງງານປະກອບອາຊີບບໍລິການໃຫ້ສັງຄົມລາວເວົ້າລວມເວົ້າສະເພາະກໍຄືແຂວງສາລະວັນ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດສັງຄົມ