ເວລາຜ່ານໄປ ໂລກຍິ່ງປີ່ນຊ້າລົງທຸກວັນ ໃນຂະນະທີ່ດວງເດືອນຍິ່ງໄກ່ຫ່າງອອກໄປ

ຫລາຍໆທ່ານອາດຈະຮູ້ວ່າ ເວລາໃນແຕ່ລະມື້ມີບໍພໍທີ່ຈະເຮັດສິ່ງຕ່າງໆ ໃຫ້ສໍາເລັດ ແຕ່ຄວາມຈິງແລ້ວ ໂລກຂອງເຮົາຫນຸນຊ້າລົງທຸກມື້ ( ຫມາຍຄວາມວ່າໃນແຕ່ລະມື້ເຮົາມີເວລາຫລາຍກ່ວາມື້ວານສະເຫມີ) ສະເລ່ຍປີລະ 1/75,000 ວິນາທີເຊັ່ນດຽວກັບດວງເດືອນທີ່ຍັບໄກຫ່າງອອກຈາກດວງດາວສີຟ້ານີ້ໄປເລື້ອຍໆ

ນັກວິທະຍາສາດມີວິທີທາງດາລາສາດ ມາປະສົມກັບອົງຄວາມຮູ້ດ້ານເຄມີມາໃຊ້ຄໍານວນ ໄລຍະເວລາການຫມຸນຮອບຕົວຂອງໂລກເມື່ອ 1,4ລ້າປີກ່ອນ ພົບວ່າ 1ວັນ ໃນອາດີດ ມີຄວາມຍາວພຽງ 18ຊົ່ວໂມງ 41ນາທີ ເທົ່ານັ້ນເອງ

ຂະນະດຽວກັນກໍ່ຍັງພົບວ່າ ໄລຍະຫ່າງລະຫວ່າງໂລກ ກັບດວງຈັນ ເມື່ອ 1,4ລ້ານປີກ່ອນ ເພີ່ມຂື້ນເຖິງ 4,4ຫນື່ນກິໂລແມັດ ມາຢູ່ທີ່ 3,84 ແສນກິໂລແມັດ ໃນປັດຈຸບັນແມ່ນໄກກວ່າເກົ່າປະມານ 10% ແຕ່ຈາກການຄໍານວນທາງວິທະຍາສາດ ດວງເດືອນຈະເຄື່ອນອອກຈາກໂລກໄປເຖິງຈຸດຫນຶ່ງເທົ່ານັ້ນກ່ອນຈະມີໄລຍະຫ່າງທີ່ຄົງທີ່ ແຕ່ເມື່ອເຖິງເວລານັ້ນ ຈະມີສິ່ງທີ່ມີຊີວິດພຽງແຕ່ເຄິ່ງໂລກທີ່ມີໂອກາດໄດ້ເຫັນດວງເດືອນ ຂະນະທີ່ອີກເຄິ່ງຫນຶ່ງ ຈະບໍ່ໄດ້ເຫັນດາວບໍລິວານຂອງໂລກນີ້ອີກຕໍ່ໄປ

ເຫດຜົນທີ່ນັກວິທະຍາສາດຕ້ອງມາສຶກສາການຫມຸນຂອງໂລກ ລວມເຖິງໄລຍະຫ່າງລະຫວ່າງໂລກ-ດວງຈັນ ເພາະທັງສອງປັດໃຈ ບໍ່ພຽງແຕ່ມີຜົນຕໍ່ສິ່ງທີ່ມີຊີວິດເທິງດາວເຄາະດວງນີ້ ຍັງມີຜົນຕໍ່ສະພາບແວດລ້ອມອື່ນໆ ໂດຍສະເພາະການປ່ຽນແປງທາງພູມອາກາດ ນອກຈາກນີ້ຍັງອາດຈະເຮັດໃຫ້ຊ່ວຍເຂົ້າໃຈໂລກໃນຍຸກອາດີດດ້ວຍວ່າມີລັກສະນະແລະ ຫນ້າຕາເປັນແບບໃດ.