ເຫດການດັ່ງກ່າວນີ້ ເກີດຢູ່ປະເທດເພື່ອນບ້ານ (ໄທ) ໃນເວລາ 14:30 ໂມງຂອງວັນທີ 24 ກໍລະກົດ 2016 ທີ່ຜ່ານມາ ໄດ້ຮັບແຈ້ງເຫດວ່າມີລົດກະບະສວນທາງມາຕຳເອົາກຸ່ມບັນດາເດັກແວ້ນທີ່ກຳລັງແວ້ນລົດກັນເປັນກຸ່ມ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 3 ຄົນ ແລະ ບາດເຈັບຢ່າງຫຼວງຫຼາຍ. 1 ໃນບັນດາຜູ້ຕາຍນັ້ນມີຜູ້ຍິງຊື່ ນາງ ໂບ (ນາມສົມມຸດ) ອາຍຸ 19 ປີທີ່ຖືພາທ້ອງແກ່ປະມານ 6 ເດືອນ ເຊິ່ງທ່ານໝໍກໍໄດ້ຊ່ວຍເຫຼືອຢ່າງເຕັມທີ່ ແຕ່ກໍບໍ່ສາມາດຊ່ວຍຊີວິດໄວ້ໄດ້ຈຶ່ງເສຍຊີວິດໃນເວລາຕໍ່ມາ..
ເຊິ່ງໜຶ່ງໃນບັນດາສະມາຊິກຢູ່ໃນກຸ່ມເດັກແວ້ນນັ້ນໄດ້ກ່າວວ່າ: ຕົນເອງກັບໝູ່ເພື່ອປະມານ 20 ຄົນ ໄດ້ຊັກຊວນກັນໄປຫຼິ້ນນໍ້າຕົກຕາດ ໃນຊ່ວງທີ່ຂັບລົດກັບບ້ານກໍພົບກຸ່ມເດັກແວ້ນຂັບນໍາໜ້າປະມານ 30 ຄັນ ຕົນເອງຈຶ່ງໄດ້ຂັບຕາມຫຼັງໄປ, ພໍໄປຮອດສະຖານທີ່ເກີດເຫດມີລົດຈັກຄັນໜຶ່ງໄດ້ຍົກລໍ້ໜ້າຂຶ້ນ ກ່ອນທີ່ຈະເສຍຫຼັກໄປເກາະກັບໝູ່ແລ້ວຫຼົ້ມຂ້າມໄປທາງເລນທີ່ມີລົດກະບະສວນທາງມາຈຶ່ງໄດ້ປະທະກັນ. ໄປເບິ່ງຄລິບພ້ອມກັນ
ເຖິງແມ່ນວ່າເຫດການນີ້ຈະເກີດຂຶ້ນຢູ່ປະເທດເພື່ອນບ້ານກໍຕາມ ແຕ່ບ້ານເຮົາກໍມີກຸ່ມຄົນເດັກແວ້ນນີ້ຄືກັນ ຄວນຈະເບິ່ງໃຫ້ເປັນອຸທາຫອນ, ຖ້າຫາກເກີດເຫດສະຫຼົດໃຈຂຶ້ນແບບນີ້, ຄວາມເສຍຫາຍກໍຈະເກີດຂຶ້ນຢ່າງມະຫາສານ ແລະ ຄົນທີ່ເສຍໃຈທີ່ສຸດກໍຄືພໍ່ ແລະ ແມ່ທີ່ເປັນທຸກໃຈ. ສະນັ້ນແລ້ວ, ຄວນທີ່ຈະກັບຕົວກັບໃຈຕອນນີ້ກໍຍັງທັນ ກ່ອນທີ່ຈະຊ້າເກີດໄປ ດ້ວຍຄວາມປາຖະໜາດີຈາກທີມຂ່າວ ຄິດອອກ.ຄອມ.
ທີ່ມາຂ່າວຕົ້ນສະບັບ: http://www.thairath.co.th/content/671589