ຕຳຫລວດອິສຣາແອລ ກ່າວວ່າ ເດັກນ້ອຍປາແລັສໄຕນ໌ ອາຍຸ18 ເດືອນຖືກຂ້າຕາຍ ແລະ ອີກຫຼາຍຄົນ ໄດ້ຮັບບາດເຈັບ ຢູ່ໃນເຮືອນທີ່ຖືກໄຟໄໝ້ ຊຶ່ງຄາດກັນວ່າ ຖືກເຜົາໂດຍຊາວຢິວ ຫົວຮຸນແຮງຈັດ ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ.
ບັນດາເຈົ້າໜ້າທີ່ ກ່າວວ່າ ພວກຄົນຮ້າຍ ໄດ້ເລີ້ມວາງເພີງ ເມື່ອຕອນເຊົ້າວັນສຸກມື້ນີ້ ຢູ່ບ້ານ Duma ແລະ ໄດ້ຂີດຂຽນຂໍ້ຄວາມເປັນພາສາ ຮີບຣູ ໃສ່ຝາ ກ່ອນທີ່ຈະຫຼົບໜີໄປ.ບັນດາທະຫານອິສຣາແອລ ກຳລັງຊອກຫາ ພວກຜູ້ຕ້ອງສົງໄສດັ່ງກ່າວ.ບັນດາເຈົ້າໜ້າທີ່ ປາແລັສໄຕນ໌ ກ່າວວ່າ ພວກເຂົາເຈົ້າ ຢາກໃຫ້ອິສຣາແອລ ຮັບຜິດຊອບກ່ຽວກັບເຫດການດັ່ງກ່າວນີ້.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໄດ້ປະນາມການໂຈມຕີນີ້.
ທ່ານ Netanyahu ເວົ້າວ່າ “ຂ້າພະເຈົ້າຕົກໃຈ ກ່ຽວກັບການກະທຳທີ່ຊົ່ວຮ້າຍ ແລະໂຫດຫ້ຽມນີ້. ອັນນີ້ ເປັນການກະທຳ ຂອງພວກກໍ່ການຮ້າຍ ໃນທຸກໆດ້ານ. ລັດຖະບານ ຂອງອິສຣາແອລ ເອົາແນວທາງທີ່ໜັກແໜ້ນ ຕໍ່ຕ້ານການກໍ່ການຮ້າຍ ບໍ່ວ່າຈະເປັນຜູ້ໃດກໍຕາມ ທີ່ເປັນຜູ້ກະທຳເຊັ່ນນັ້ນ.”
ພັນໂທ Peter Lerner ໂຄສົກກອງທັບອິສຣາແອລ ເອີ້ນເຫດການດັ່ງກ່າວວ່າ “ບໍ່ຕ່າງຫຍັງຈາກ ການກະທຳທີ່ປ່າເຖື່ອນຂອງພວກກໍ່ການຮ້າຍ.”ທ່ານກ່າວອີກວ່າ “ພວກເຮົາຈະບໍ່ອະນຸຍາດໃຫ້ ພວກກໍ່ການຮ້າຍ ເຂັ່ນຂ້າຊາວປາແລສໄຕນ໌.”
ພວກຫົວຮຸນແຮງອິສຣາແອລ ນິຍົມຂົວຈັດ ໄດ້ທຳການໂຈມຕີ ຊາວປາແລສໄຕນ໌ ຊາວອິສຣາແອລ ເຊື້ອສາຍອາຣັບ ແລະ ແມ່ນກະທັງ ຖານທັບອິສຣາແອລແຫ່ງຕ່າງໆ ເປັນການຄັດຄ້ານ ຕໍ່ອັນອັນທີ່ພວກເຂົາເຫັນວ່າ ເປັນນະໂຍບາຍທີ່ອະນຸໂລມຕໍ່ຊາວປາແລສໄຕນ໌ ຂອງລັດ ຖະບານອິສຣາແອລນັ້ນ.
ທີ່ມາ http://lao.voanews.com/