ທາຍາດໂຮງແຮມນໍ້າພຸຮ້ອນຮຸ່ນທີ່ 4 ເທິງເກາະຮອກໄກໂດ ພໍ່ຕູ້ ມາຊາໂສະ ໂນນາກະ (Masazo Nonaka) ຄອງຕໍາແໜ່ງຄົນທີ່ອາຍຸຍືນທີ່ສຸດໃນໂລກ ໂດຍກິນເນັດເວີນ ເລຣກຂອດ ເມື່ອຕົ້ນເດືອນເມສາ 2561 ດ້ວຍໄວ 112 ປີ 259 ວັນເຊິ່ງພໍ່ຕູ້ ສະເຫຼີມສະຫຼອງສະຖິຕິໂລກຄັ້ງນີ້ ດ້ວຍການກິນເຄັກກ້ອນໃຫຍ່ທີ່ອັດແໜ້ນໄປດ້ວຍເບີລີ່.
ພໍ່ຕູ້ເກີດວັນທີ 25 ເດືອນ7 ປີ 2448 ໃນຄອບຄົວໃຫຍ່ເຈົ້າຂອງກິດຈະການໂຮງແຮມນໍ້າພຸຮ້ອນທີ່ເປີດມາຍາວນານເຖິງ 105 ປີເຊິ່ງເປັນເຄັດລັບຢ່າງໜຶ່ງທີ່ພໍ່ຕູ້ມາຊາໂສະມັກເຮັດຄືການແຊ່ນໍ້າຮ້ອນ ແລະ ຜ່ອນຄາຍໃນບໍ່ນໍ້າພຸຮ້ອນຂອງຄອບຄົວ.
ນອກຈາກນີ້ພໍ່ຕູ້ຍັງເຜີຍວ່າລາວຊອບກິນຂອງຫວານໂດຍສະພາະເຄັກຫຼາຍທີ່ສຸດ ສ່ວນຊີວິດປະຈໍາວັນນັ້ນໃນຕອນເຊົ້າລາວຈະອ່ານໜັງສືພິມຫຼັງຈາກຮັບປະທານອາຫານເຊົ້າ ມັກເບິ່ງການແຂ່ງຂັນຊູໂມ່ ແລະ ໜັງທີ່ກ່ຽວກັບຊາມູໄຮໃນໂທລະພາບເຊິ່ງແມ້ວ່າຕອນນີ້ພໍ່ເຖົ້າຈະນັ່ງເທິງລົດເຂັນແຕ່ລາວກໍຍັງເຮັດເກືອບທຸກຢ່າງໄດ້ດ້ວຍຕົນເອງເທິງລົດເຂັນນັ້ນ.
ຢ່າງໃດກໍຕາມພໍ່ເຖົ້າມາຊາໂສະເປັນໜຶ່ງໃນ 67,800 ຄົນໃນປະເທດຍີ່ປຸ່ນທີ່ມີອາຍຸເຖິງ 100 ປີເຊິ່ງຍີ່ປຸ່ນຖືເປັນປະເທດທີ່ມີຄົນສູງອາຍຸເພີ່ມຂຶ້ນໄວທີ່ສຸດໃນໂລກ.