ຕາມຂ່າວຕ່າງປະເທດ, ວັນທີ 1 ກັນຍາ 2015, ເຈົ້າໜ້າທ່ີ ສຳນັກງານ ຈັດການໄພພິບັດ ລັດ ອັສແຊັມ(Assam) ຂອງອິນເດຍ ລາຍງານວ່າ: ເກີດຝົນຕົກໜັກ ຕິດຕໍ່ກັນ ເປັນເວລາ 4 ວັນຜ່ານມາ ເຮັດໃຫ້ ນ້ຳຖ້ວມ ໝູ່ບ້ານຈຳນວນ 1.600 ແຫ່ງ ຢູ່ທົ່ວ ລັດອັສແຊັມ ທາງພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດນີ້ ເຮັດໃຫ້ມີ ຜູ້ເສຍຊີວິດ 21 ກວ່າຄົນ ແລະ ປະຊາຊົນ ອິນເດຍ ຈຳນວນ 800.000 ຄົນ. ປັດຈຸບັນ, ປະຊາຊົນ ໃນເຂດດັ່ງກ່າວ ໄດ້ຮັບຄວາມເດືອດຮ້ອນ ແລະ ຕ້ອງການ ຄວາມຊ່ວຍເຫລືອ ເປັນຕົ້ນແມ່ນ ອາຫານ ແລະ ນ້ຳດື່ມສະອາດ.
.........................................................................................................................................................................