ຮູ້ບໍ່ວ່າປະລິມານແຄລລໍຣີ້ໃນອາຫານທີ່ເຮົາກິນໃນແຕ່ລະວັນມີປະມານເທົ່າໃດ
ນຳສະເໜີໂດຍ: ປາກກາ ວິນຍານ, ວັນທີ 17 ພະຈິກ 2015
ອາຫານປະເພດຊີ້ນ
- ໄຂ່ 1 ໜ່ວຍ 75 ກິໂລແຄລລໍຣີ່
- ຊີ້ນປາບໍ່ຕິດໜັງ 15 ກຣາມ 26 ກິໂລແຄລລໍຣີ່
- ຊີ້ນສັນໃນໝູ 15 ກຣາມ 26 ກິໂລແຄລລໍຣີ່
- ກຸ້ງ ຫຼື ປາ 15 ກຣາມ 26 ກິໂລແຄລລໍຣີ່
- ໄສ້ກອກ 30 ກຣາມ 100 ກິໂລແຄລລໍຣີ່
- ປີ້ງຊີ້ນໝູ 15 ກຣາມ 50 ກິໂລແຄລລໍຣີ່
- ຊີ້ໄກ່ຕິດໜັງ 15 ກຣາມ 50 ກິໂລແຄລລໍຣີ່
- ເນີຍແຂງ 1 ແຜ່ນ 100 ກິໂລແຄລລໍຣີ່
- ແຮັມ 1 ແຜ່ນ 100 ກິໂລແຄລລໍຣີ່
ອາຫານວ່າງໃນປະລິມານ 1 ຖ້ວຍນ້ອຍ
- ເຜືອກທອດ 400 ກິໂລແຄລລໍຣີ່
- ເຕົາຮູ້ທອດ 290 ກິໂລແຄລລໍຣີ່
- ເຂົ້າໜົມຄົກ 1 ຄູ່ 97 ກິໂລແຄລລໍຣີ່
- ສາຄູໄສ້ໝູ 120 ກິໂລແຄລລໍຣີ່
- ນ້ຳຫວານເຜືອກນ້ຳກະທິ 250 ກິໂລແຄລລໍຣີ່
- ນ້ຳຫວານໝາກອຶ 350 ກິໂລແຄລລໍຣີ່
- ນ້ຳຫວານໝາກກ້ວຍ 250 ກິໂລແຄລລໍຣີ່
- ລອດຊ່ອງນ້ຳກະທິ 160 ກິໂລແຄລລໍຣີ່
ອາຫານທີ່ບໍລິໂພກກັນທົ່ວໄປ ໃນປະລິມານ 1 ຖ້ວຍ/ຈານ
- ຜັດໝີ່ເສັ້ນນ້ອຍແຫ້ງ 420 ກິໂລແຄລລໍຣີ່
- ຕົ້ມໝີ່ພ້ອມລູກຊີ້ນ 250 ກິໂລແຄລລໍຣີ່
- ເຝີຊີ້ນ 290 ກິໂລແຄລລໍຣີ່
- ເຂົ້າປຽກ 390 ກິໂລແຄລລໍຣີ່
- ເຂົ້າໝູແດງ 530 ກິໂລແຄລລໍຣີ່
- ເຂົ້າຜັດໝູ + ໄຂ່ 550 ກິໂລແຄລລໍຣີ່
- ຜັດຜັກກາດນາ + ໝູກອບ 620 ກິໂລແຄລລໍຣີ່
- ຜັດກະເພົາປາ 240 ກິໂລແຄລລໍຣີ່
- ເຂົ້າປຸ້ນນ້ຳກະທິ 590 ກິໂລແຄລລໍຣີ່
- ເຂົ້າປຸ້ນນ້ຳສະໝຸນໄພ 330 ກິໂລແຄລລໍຣີ່
- ໝີ່ກະທິ 460 ກິໂລແຄລລໍຣີ່
- ຂົ້ວໄຂ່ 1 ໜ່ວຍ 250 ກິໂລແຄລລໍຣີ່
- ໄຂ່ດາວ 1 ໜ່ວຍ 120 ກິໂລແຄລລໍຣີ
ເຄື່ອງດືມບາງຊະນິດ
- ກາເຟຮ້ອນ 1 ຈອກ 55 ກິໂລແຄລລໍຣີ່
- ກາເຟເຢັນ 1 ຈອກ 115 ກິໂລແຄລລໍຣີ່
- ໂກໂກ້ 1 ຈອກ 210 ກິໂລແຄລລໍຣີ່
- ໂອລ້ຽງ 1 ຈອກ 165 ກິໂລແຄລລໍຣີ່
- ນ້ຳໝາກນາວ 1 ຈອກ 100 ກິໂລແຄລລໍຣີ່
- ຊາຂຽວ 1 ຈອກ 120 ກິໂລແຄລລໍຣີ່
- ໂຊໂກແລັດຮ້ອນ/ເຢັນ 1 ຈອກ 120 ກິໂລແຄລລໍຣີ່
- ນົມຈືດ 1 ກ່ອງ 160 ກິໂລແຄລລໍຣີ່
- ນົມຖົ່ວເຫຼືອງ 1 ກ່ອງ 140 ກິໂລແຄລລໍຣີ່
- ນົມປຸງແຕ່ງ 200 ກິໂລແຄລລໍຣີ່
- ນົມສົ້ມ UHT 1 ກ່ອງ 125 ກິໂລແຄລລໍຣີ່
- ນ້ຳໝາກໄມ້ລວມ 1 ກ່ອງ 100 ກິໂລແຄລລໍຣີ່
- ນ້ຳໝາກພ້າວ 1 ຈອກ 120 ກິໂລແຄລລໍຣີ່
- ນ້ຳໝາກກ້ຽງ 1 ກ່ອງ 120 ກິໂລແຄລລໍຣີ່
- ນ້ຳໝາກກ້ຽງຄັ້ນສົດ 1 ຈອກ 90 ກິໂລແຄລລໍຣີ່
- ນ້ຳອ້ອຍ 1 ຈອກ 120 ກິໂລແຄລລໍຣີ່
- ນ້ຳອັດລົມ (ຫວານ) 1 ປອງ 280 ກິໂລແຄລລໍຣີ່
- ເບຍປອງ 350 ມີລີລິດ 144 ກິໂລແຄລລໍຣີ່
- ວາຍແດງ ຫຼື ຂາວ 1 ຈອກ 80 ກິໂລແຄລລໍຣີ່
- ເຫຼົ້າໂວນກາ 60 ຊີຊີ 120 ກິໂລແຄລລໍຣີ່
- ວິສກະກີ້ 60 ຊີຊີ 140 ກິໂລແຄລລໍຣີ່
=========================
ທີ່ມາ: ວາລະສານ Update