ຮູ້­ຈັກ­ກັບ­ດາວເຄາະ­ນ້ອຍ ເຊເຣັດ Ceres

ຮູ້­ຈັກ­ກັບ­ດາວເຄາະ­ນ້ອຍ ເຊເຣັດ Ceres 

ໃນຊ່ວງ­ຕົ້ນ­ປີ 2014 ໃນເດືອນ­ມັງ­ກອນ ນັກ­ວິທະ­ຍາ­ສາດ­ຂອງ­ອົງ­ການ­ນາ­ຊາ ທີ່ຫ້ອງ­ທົດ­ລອງ­ວິທະ­ຍາ­ສາດ ແຮກແຊວ Herschel space observatory ໄດ້ອອກຂ່າວກ່ຽວກັບ­ການ­ຄົ້ນຄ້­ວາ ໂດຍຜ່ານ­ການ­ກວດ­ກາ­ຢ່າງ­ຊັດເຈນວ່າ ໄດ້­ພົບເຫັນ­ອາຍ­ນໍ້າ ໃນໜ່ວຍ ອຸກາບາດ­ທີ່­ມີລັກສະ­ນະ­ກົມ­ມົນຂະ­ໜາດໃຫຍ່­ທີ່­ສຸດ ໃນ­ວົງແຫວນ­ອຸກາບາດ ແລະ­ຮ້ອງ­ມັນວ່າເປັນ­ດາວເຄາະ­ນ້ອຍເຊເຣັດ dwarf planet Ceres. ນັບວ່າເປັນ­ຄັ້ງ­ທໍາອິດ ທີ່­ອາຍ­ນໍ້າໄດ້­ຖືກວດ­ພົບເຫັນຢ່າງເປັນ­ທີ່ແຈ່ມແຈ້ງເຊັດເຈນ ອັນເປັນ­ຫຼັກ­ຖານ­ທີ່­ນໍາມາ ຢືນ­ຢັນ­ພິສູດວ່າ ຜິວໜ້າ­ຂອງ­ດາວເຄາະ­ນ້ອຍເຊເຣັດ­ມີນໍ້າກ້ອນ ແລະ­ມີຊັ້ນ­ບັນ­ຍາກາດ. ໃນຊ່ວງ­ສັດຕະ­ວັດ­ທີ20 ທີ່ຜ່ານ­ມາ ເຊເຣັດ ຖືກ­ຈັດໃຫ້ ເປັນ­ທີ່­ຮູ້­ຈັກ­ກັນໂດຍ­ທົ່ວໄປວ່າ ອຸກາບາດໜ່ວຍໃຫຍ່­ທີ່­ສຸດໃນລະ­ບົບ­ຕາເວັນ­ຂອງ­ພວກເຮົາ. ແຕ່­ພາຍໃນ­ປີ 2006 ສະ­ຫະ­ພັນ­ນັກ­ດາ­ຣາ­ສາດ­ນາໆ­ຊາດ ໄດ້­ຈັດໃຫ້ເຊເຣັດເປັນ­ດາວເຄາະ­ນ້ອຍ, ການ­ຈັດ­ຄືນໃໝ່ໂດຍ­ຍົກລະ­ດັບໃຫ້ເຊເຣັດ ກາຍເປັນ ດາວເຄາະ­ນ້ອຍ­ກໍເພາະ­ມັນ­ມີຂະ­ໜາດໃຫຍ່. ມັນ­ມີຂະ­ໜາດເສັ້ນຜ່າ­ສູນ­ກາງປະ­ມານ 950km. ໃນຊ່ວງ­ທີ່­ຄົ້ນ­ພົບເຫັນ­ມັນໃນ­ປີທໍາອິດ 1801ນັ້ນ ນັກ­ດາ­ຣາ­ສາດ­ຄິດວ່າ ມັນເປັນ­ດາວເຄາະ­ທີ່ໂຄຈອນ­ຢູ່ລະ­ຫວ່າງ­ກາງ­ຂອງ­ດາວອັງ­ຄານ ແລະ­ດາວພະ­ຫັດ. ພາຍ­ລຸນ­ມາ ກໍສັງເກດເຫັນວ່າວັດ­ຖຸອື່ນໆ­ ຄ້າຍ­ຄືມັນໃນ­ຈໍານວນ­ຫຼວງ­ຫຼາຍ ໂຄຈອນ­ຢູ່ໃນ­ລັກສະ­ນະ­ດຽວກັນ ຈຶ່ງເຮັດໃຫ້­ການ­ຄົ້ນ­ພົບ ດັ່ງກ່າວ ກ້າວມາ­ສູ່­ການສະ­ຫຼຸບໄດ້ວ່າ ນັ້ນ­ຄືການ­ຄົ້ນ­ພົບ­ວົງແຫວນ­ອຸກາບາດ asteroid belt. 
ນັກ­ວິທະ­ຍາ­ສາດເຊື່ອວ່າ ເຊເຣັດ ປະ­ກອບດ້ວຍ­ຫີນ­ຢູ່­ທາງ­ພາຍໃນ ແລະ­ມີເປືອກ­ຫໍ່­ຫຸ້ມ­ທີ່ເອີ້ນວ່າ ຊັ້ນ­ມັງ­ຕີທີ່ ປະ­ກອບດ້ວຍ­ນໍ້າແຂງ, ແຕ່ຖ້າ­ຫາກ­ນໍ້າແຂງເຫຼົ່ານັ້ນ­ຫາກເປື່ອຍ­ກາຍເປັນ­ຂອງແຫຼວຄ້າຍ­ຄືນໍ້າໃນໂລກ­ຂອງ­ພວກເຮົາ ມັນຈະ­ມີປະ­ລິມານ­ຫຼາຍ­ກົ່ວບໍລິມາດ ຂອງ­ນໍ້າໃນໂລກເຮົາ. ບັນ­ດາວັດ­ຖຸຕ່າງໆ­ທີ່ສະ­ສົມປະ­ກອບສ້າງເຮັດໃຫ້ເຊເຣັດ ເກີດ­ມີຂຶ້ນ­ນັ້ນ ອາດເກີດ­ຂຶ້ນໃນຊ່ວງ­ລຸນ­ຫຼັງ­ທີ່ລະ­ບົບ ຕາເວັນ­ຂອງ­ພວກເຮົາເກີດ­ມີມາແລ້ວນັ້ນ ໂດຍຫ່າງ­ກັນປະ­ມານ­ບໍ່­ພໍເທົ່າໃດລ້ານ­ປີ. 
ນັບວ່າເຊເຣັດໄດ້ສ້າງ­ຄວາມ­ຕື່ນເຕັ້ນເພີ່ມ­ຂື້ນໃນ­ວົງ­ການ­ສໍາ­ຫຼວດ­ດາ­ຣາ­ສາດ ຊຶ່ງ­ການ­ຄົ້ນ­ພົບ­ຄັ້ງ­ຫຼ້າ­ສຸດ­ຍັງ­ຮວມເອົາ­ທັງ­ການ­ພົບເຫັນ ແປວອາຍ­ນໍ້າ­ທີ່ພວມ­ກໍາ­ລັງ­ມີປະ­ຕິກິລິຍາ­ຢູ່ ຊຶ່ງ­ມັນຈະ­ເປັນກະ­ແຈໄປສູ່­ການ­ສຶກ­ສາ­ທາງດ້ານ ຄວາມ­ອາດ­ສາມາດໃນ­ການເກີດ­ມີ ສິ່ງ­ມີຊີວິດເກີດ­ຂຶ້ນໄດ້. ຊຶ່ງ­ຮວມໄປເຖິງ­ລັກສະ­ນະ­ທີ່ຄ້າຍ­ຄືກັນ­ກັບເດືອນ ເອີໂຣປາ Europa ຊຶ່ງເປັນເດືອນ­ຂອງ­ດາວພະ­ຫັດ ແລະ­ກໍເດືອນໜ່ວຍ­ນີ້ ນັກ­ວິທະ­ຍາ­ສາດເຊື່ອວ່າ ມີມະ­ຫາ­ສະ­ມຸດ­ຢູ່ໃຕ້­ພື້ນ­ຜິວໜ້າ­ຂອງ­ມັນ ແລະ­ເດືອນ­ຂອງ­ດາວເສົາອີກໜ່ວຍ­ນຶ່ງ­ຄື ອັງເຊລາດັດ Enceladus ກໍພົບເຫັນ­ການ­ພຸພົ່ນ­ອາຍ­ນໍ້າ­ຈາກ ປາກປ່ອງ­ຂອງ­ມັນ­ຂຶ້ນ­ສູ່­ຜິວໜ້າ­ຂອງໜ່ວຍເດືອນ­ດັ່ງກ່າວ. ເຖີງວ່າເຄົ້າກໍາເນີດ­ຂອງ­ນໍ້າໃນເຊເຣັດ ຍັງ­ບໍ່­ທັນເປັນ­ທີ່ຈະ­ແຈ້ງເທື່ອ ແຕ່­ນັກ­ວິທະ­ຍາ­ສາດ­ກໍເຊື່ອວ່າ ມັນ­ອາດ­ມີຊັ້ນ­ນໍ້າແຂງ­ຊົ້ນ­ຢູ່ ທາງເບື້ອງ­ລຸ່ມ ເມື່ອມັນໄດ້­ຮັບ­ຄວາມຮ້ອນ­ຈາກ­ຕາເວັນ ຫຼືແປວອາຍ­ນໍ້າອາດ­ຟົ້ງ­ປີວຂຶ້ນ­ມາ­ຈາກເບື້ອງ­ລຸ່ມ­ຕາມແບບ­ທີ່ຮ້ອງວ່າ ພູເຂົາໄຟນໍ້າກ້ອນ ice volcanoes. 

ບັນ­ດານັກ­ວິທະ­ຍາ­ສາດເຊື່ອວ່າ ຍານ­ສໍາ­ຫຼວດ ດໍ Dawn Mission ທີ່­ທໍາການ­ສໍາ­ຫຼວດເຊເຣັດ­ນັ້ນ ອາດ­ຢູ່ໃນ ຕໍາແໜ່ງ ທີ່­ບໍ່ຄ່ອຍ­ດີປານໃດ ເນື່ອງ­ຈາກ­ຕອນ­ທີ່­ມັນໂຄຈອນ­ມາ­ຮອດ­ນັ້ນ ເຊເຣັດ­ຍັງ­ຢູ່ຫ່າງໄກ­ຈາກ­ຕາເວັນ­ຢູ່. ແຕ່ວ່າ ຍານອະ­ວະ­ກາດ ມີເຄື່ອງ­ອຸບປະ­ກອນ­ສຶກ­ສາກ່ຽວກັບ­ນໍ້າ ຊຶ່ງ­ສາມາດ­ຈັບ­ສັນ­ຍານກ່ຽວກັບ­ນໍ້າໃນ­ດາວເຄາະ­ນ້ອຍໜ່ວຍ­ນັ້ນດ້ວຍ­ຄວາມລະ­ອຽດ­ດີ. ຍານອະ­ວະ­ກາດ ດໍ ຖືກ­ສົ່ງ­ຂຶ້ນໄປໂຄຈອນເພື່ອທໍາການ­ສຶກ­ສາ­ສອງກ້ອນ­ຫີນໃຫຍ່ ໃນຫ້ວງອະ­ວະ­ກາດ ຊຶ່ງ­ຮວມ­ທັງເຊເຣັດ Ceres ແລະ­ແວດສຕາ Vesta ທີ່ເປັນ­ອຸກາບາດ­ມີຂະ­ໜາດໃຫຍ່ເປັນ­ຮອງ­ອັນ­ດັບ­ສອງໃນ­ວົງແຫວນ­ອຸກາບາດ ແລະ­ໃນ­ວົງແຫວນ­ດັ່ງກ່າວ ປະ­ກອບດ້ວຍໂງ່ນ­ຫີນຕ່າງໆ­ ທີ່ເປັນເສດເຫຼືອຈາກ­ການ­ກໍສ້າງ­ຕົວເປັນລະ­ບົບ­ຕາເວັນ­ຂອງ­ພວກເຮົາໃນຊ່ວງ 4,6ລ້ານ­ປີຜ່ານ­ມາ ດັ່ງ­ນັ້ນ­ວັດ­ຖຸເສດເຫຼືອດັ່ງກ່າວ ຈຶ່ງ­ກາຍເປັນ­ສິ່ງກະ­ຕຸກ­ຊຸກ­ຍູ້­ນັກ­ວິທະ­ຍາ­ສາດ­ທັງ­ມວນ ເພື່ອທີ່ຈະ­ທໍາການ­ສຶກ­ສາ­ພວກ­ມັນໃຫ້ເຂົ້າໃຈ ວ່າ ວັດ­ຖຸປະ­ກອບສ້າງເປັນໂລກ­ຂອງ­ພວກເຮົາ ແລະ­ດາວເຄາະ­ອື່ນໆ­ນັ້ນ­ມີຄວາມ­ສໍາ­ພັນ­ກັນຢ່າງໃດ. ສ່ວນ­ອຸກາບາດແວດສຕານັ້ນ ແຕກຕ່າງ­ຈາກເຊເຣັດ ຢູ່ບ່ອນວ່າ ແວດສຕາ ມີຜິວໜ້າ­ທີ່ແຫ້ງແລ້ງ ແລະ­ມີຜິວເປັນຂະ­ລຸຂະ­ລະ­ ມັນເປັນ­ອຸກາບາດ­ທີ່­ມີຂະ­ໜາດ ນ້ອຍກ່­ວາເຊເຣັດເຖິງ­ສອງເທົ່າ. ບາງເສດ­ຊິ້ນສ່ວນເທິງ­ອຸກາບາດແວດສຕາ­ຖືກ­ຫວ່ານຊະ­ໄປຕາມອະ­ວະ­ກາດ ກາຍເປັນ­ລັກສະ­ນະ­ ເໝືອນຫ່າ­ຝົນ­ດາວສະ­ເດັດ­ທີ່­ຕົກ­ລົງ­ມາໃສ່ໂລກ­ນັ້ນເອງ. 


ນັກ­ດາ­ຣາ­ສາດ ພາກັນ­ຄິດວ່າ ເຊເຣັດ­ອາດ­ບໍ່ເຄີຍ­ມີຄວາມຮ້ອນ­ພຽງ­ພໍທີ່ຈະ­ເຮັດໃຫ້­ມັນເກີດເປັນ­ຊັ້ນ­ນໍ້າໃດ້, ແຕ່ແບບ­ຈໍາ­ລອງ ທີ່­ຕີ ຄວາມ­ໝາຍໂດ­ຄອມ­ພິວເຕີນັ້ນ ບອກວ່າ ຂ້າງໃນ ຫຼືແກນ­ກາງ­ຂອງເຊເຣັດ ປະ­ກອບດ້ວຍ­ວັດ­ຖຸທີ່­ມີຄວາມ­ໜາແໜ້ນ­ສູງ ແລະ­ວັດ­ຖຸມີຄວາມ­ໜາແໜ້ນ­ຕໍ່າແມ່ນເກີດ­ມີຢູ່ແປະ­ຜິວໜ້າ. ມີຄວາມ­ອາດ­ສາມາດເປັນໄປໄດ້­ທີ່ວ່າ ຊັ້ນ­ມັງ­ຕີຂອງ­ມັນ Mantle layer ອາດ­ອຸດົມ­ສົມ­ບຸນໄປດ້ວຍ­ນໍ້າກ້ອນ ອ້ອມແກນ­ກາງ­ຂອງ­ມັນ.


ຖ້າ­ຫາກ­ຊັ້ນ­ມັງ­ຕີຂອງ­ມັນປະ­ກອບດ້ວຍຢ່າງໜ້ອຍ 25% ເປັນ­ນໍ້າ, ເຊເຣັດຈະ­ຕ້ອງ­ມີນໍ້າ­ຈືດ ຫຼາຍກ່­ວາໂລກ ຂອງ­ພວກເຮົາ. 
ເພິ່ນໄດ້­ຄິດໄລ່ໄວ້ແລ້ວວ່າບໍລິມາດ­ຂອງ­ນໍ້າໃນໂລກ­ພວກເຮົາມີປະ­ມານ1,4ພັນລ້ານ­ກິໂລແມດກ້ອນ km3 ຊຶ່ງໃນ­ນັ້ນ­ມີນໍ້າ­ຈືດ ປະ­ມານ 41 ລ້ານ­ກິໂລແມດກ້ອນ. ຖ້າ­ຊັ້ນ­ມັງ­ຕີຂອງເຊເຣັດ ປະ­ກອບດ້ວຍ 25% ຂອງ­ມວນ­ສານໜ່ວຍ­ອຸກາບາດເຊເຣັດ ມັນຈະ­ຕ້ອງ­ມີນໍ້າ­ຈືດປະ­ມານ 200 ລ້ານ­ກິໂລແມດກ້ອນ. 

.....................................................................................................................................................................................

ທີ່ມາ: Bailane