ຊ່ວງ 2-3 ປີມານີ້ຄົງບໍ່ມີຂ່າວໃດໃນວົງການວິທະຍາສາດ ແລະ ວົງການຟິຊິກທີ່ຈະຍິ່ງໃຫຍ່ ແລະ ໄດ້ຮັບຄວາມສົນໃຈໄປຫຼາຍກວ່າການກວດພົບຄື້ນຄວາມໂນ້ມຖ່ວງ (Gravitational Waves) ອັນເກີດມາຈາກຫຫຼຸມດໍາ 2 ອັນຊົນກັນ ແລະ ລວມກັນເປັນຫຼຸມດໍາອັນດຽວທີ່ມີຂະຫນາດໃຫຍ່ຂຶ້ນຈົນນໍາໄປສູ່ການໄຫວຕົວຂອງເວລາອາວະກາດ (Space-time) ຮອບຫລຸມດໍາຢ່າງລຸນແຮງແລະສາມາດກວດຈັບໄດ້ດ້ວຍດ້ວຍເຄື່ອງກວດຈັບ LIGO ແລະ Virgo. ເທິງໂລກເຊິ່ງກົງຕາມທຳນາຍຂອງ ອັລເບີດ ໄອສະໄຕ ນັກຟິຊິກຜູ້ຍິ່ງໃຫຍ່ທີ່ໄດ້ທຳນາຍເຫດການນີ້ໄວ້ເມື່ອກວ່າ 100 ປີທີ່ຜ່ານມາທຸກປະການແຖມນັກຟິຊິກ 3 ທ່ານທີ່ຮ່ວມກັນກວດພົບເຈົ້າຄື້ນຄວາມໂນ້ມຖ່ວງ ນີ້ຍັງໄດ້ຮັບລາງວັນ ໂນເບລ ສາຂາຟິຊິກປີລ້າສຸດໄປຄອງອີກດ້ວຍ.
ຫຼຸມດໍານີ້ມັນແມ່ນຫຍັງ? ມີອັນຕະລາຍກັບເຮົາ ຫຼື ບໍ່?
-ຫຼຸມດຳຄືວັດຖຸອາວະກາດຊະນິດໜຶ່ງທີ່ມີມວນມະຫາສານ ຈຶ່ງເຮັດໃຫ້ມີແຮງດຶງດູດ ແລະ ແຮງໂນ້ມຖ່ວງມະຫາສານດ້ວຍເຊັ່ນ: ຫຼຸມດຳເກີດຈາກດາວພຶກຂະໜາດໃຫຍ່ (ມີຂະໜາດໃຫຍ່ກວ່າດວງອາທິດຫຼາຍ) ເຊິ່ງເຜົາຜານພະລັງງານໄດ້ຈົນໝົດ ແລະ ເກີດການຍຸບຕົວຢ່າງຮຸນແຮງກາຍເປັນດາວທີ່ມີຂະໜາດນ້ອບລົງແຕ່ມີມວນ ແລະ ແຮງໂນ້ມຖ່ວງມະຫາສານສາມາດດູດກືນສິ່ງທີ່ຢູ່ໃກ້ຕົວໃຫ້ເຂົ້າໄປລວມກັບມັນໄດ້.
-ແລ້ວຫລຸມດໍາມີອັນຕະລາຍກັບເຮົາ ຫຼື ບໍ່. ຫຼາຍທ່ານຄົງມີຄໍາຖາມນີ້ໃນໃຈ. ຄໍາຕອບຄືຖ້າເຮົາເຂົ້າໄປໃກ້ມັນແລ້ວກໍບໍ່ຕ້ອງສົງໃສເລີຍເຮົາຈະຖືກດູດເຂົ້າໄປອັດຢູ່ກັບພື້ນຜິວຂອງມັນຢ່າງແນ່ນອນ ແລະ ຈະຕາຍໃນຊົ່ວພິບຕາແຕ່ເຮົາຄົງບໍ່ຕ້ອງກັງວົນຂະໜາດນັ້ນເພາະຫລຸມດໍາຢູ່ໄກຈາກເຮົາຫຼາຍ ແລະ ຍັງບໍ່ພົບວີ່ແວວວ່າມີຫຼຸມດໍາໃດກໍາລັງເຄື່ອນທີ່ເຂົ້າມາໃກ້ລະບົບສຸລິຍະຂອງເຮົາ.
ຫຼຸມດໍາທີ່ຢູ່ໃກ້ເຮົາທີ່ສຸດຄື: ຫຼຸມດໍາທີ່ໃຈກາງກາແລກຊີ່ ທາງຊ້າງເຜືອກຂອງເຮົານີ້ເອງໂດຍທີ່ດາວທຸກດວງໃນກາເເລກຊີ່ກໍາລັງເຄື່ອນທີ່ເປັນວົງມົນຮອບຫຼຸມດໍາທີ່ວ່ານີ້ ແລະ ຫລຸມດໍານີ້ຢູ່ຫ່າງຈາກໂລກປະມານ 25,000 ປີແສງ (1 ປີແສງ = 9,460,730,472,581 ກິໂລເມດ)