ສູດນ້ຳໝາກໄມ້ລວມແກ້ຍ່ຽວຂັດ ຖ່າຍບໍ່ຄ່ອຍອອກ ຕ້ອງໃຊ້ແຮງເບັ່ງ
ໃຜຍ່ຽວບໍ່ສະດວກດ້ວຍ!!!
ມື້ນີ້ຈະຂໍແນະນຳສູດອາຫານເປັນຢາ ຊຶ່ງນອກຈາກປິ່ນປົວພະຍາດໄດ້ແລ້ວ ຍັງແຊບອີກດ້ວຍ.
ສູດນີ້ສຳລັບທ່ານທີ່ມີອາການດັ່ງຕໍ່ໄປນີ້
- ຍ່ຽວຂັດ ອັ້ນ ຍ່ຽວບໍ່ຄ່ອຍອອກ ຕ້ອງໃຊ້ແຮງເບັ່ງ!!!
ອາການເຫຼົ່ານີ້ສ່ວນໃຫຍ່ເກີດຈາກນິ່ວເມັດນ້ອຍ ທີ່ຄົງຄ້າງຢູ່ຕາມລະບົບທາງເດີນຍ່ຽວຫາກໃຜທີ່ມີອາການດັ່ງກ່າວ ທີ່ອາການຍັງບໍ່ໜັກຫຼາຍ ຢ້ຳ!!!! ວ່າບໍ່ໜັກ ສູດນີ້ໃຊ້ໄດ້ຜົນດີ.
ສູດນ້ຳໝາກໄມ້ທີ່ລວມແກ້ຍ່ຽວຂັດ!!
1. ນ້ຳສະອາດ 1 ຖ້ວຍ
2. ນ້ຳໝາກນັດຄັ້ນ 1 ຖ້ວຍ
3. ຫົວສີໄຄຊອຍ 1/2 ຖ້ວຍ
4. ຂິງແກ່ຫັ່ນ 100 ກຮາມ
5. ນ້ຳອ້ອຍສົດ 1 ຖ້ວຍ
6. ນ້ຳເຜີ້ງ 2 ບ່ວງໂຕະ
7. ນ້ຳໝາກນາວ 1-2 ບ່ວງຊາ
ຕົ້ມນ້ຳໃນໝໍ້ດ້ວຍໄຟປານກາງໆໃຫ້ເດືອດ ໃສ່ຫົວສີໄຄ ແລະ ຂິງລົງຕົ້ມດົນ 10 ນາທີ(ຫ້າມເປີດຝາ) ຍົກລົງຈາກເຕົາຖິ້ມໃຫ້ເຢັນ.
ປະສົມສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ ປັບຄວາມສົ້ມຫວານຕາມໃຈ ເກັບເຂົ້າຕູ້ເຢັນ ດື່ມໃຫ້ໝົດພາຍໃນ 1 ມື້ ດື່ມກ່ອນອາຫານ 30 ນາທີ.
ສູດນີ້ສາມາດດື່ມເຢັນໄດ້ ເນື່ອງຈາກປັລິດບໍ່ໃຫ້ເຢັນເກີນໄປ ຍ່ອຍໄດ້ງ່າຍ ບໍ່ເຮັດໃຫ້ທ້ອງອືດ ກິນໄດ້ເລື້ອຍໆ.