ສຸດຍອດແທ້…!!! ຊາວບ້ານໂພສີ

  ບ້ານໂພສີ ເມືອງແປກ ແຂວງຊຽງຂວາງ ມີ 34 ຄອບ ຄົວ, ມີພົນລະເມືອງທັງໝົດ 205 ຄົນ, ຍິງ 95 ຄົນ. ຫ່າງຈາກເທດສະບານແຂວງ 25 ກິໂລແມັດ, ອາຊີບຕົ້ນຕໍຂອງຊາວບ້ານແມ່ນເຮັດນາ, ຕໍ່າຫູກທໍໄໝເປັນສຳຮອງ ແລະ ລ້ຽງສັດ ເປັນຕົ້ນແມ່ນການລ້ຽງເຜິ້ງເປັນອາຊີບເສີມເພື່ອສ້າງລາຍຮັບເຂົ້າຄອບຄົວ.
ປະຊາຊົນພາຍໃນບ້ານແມ່ນມີຄວາມເຄີຍຊິນທີ່ລຸ້ນພໍ່ແມ່ພາລ້ຽງມາຕາມທຳມະຊາດລ້ຽງພໍໄດ້ກິນໄດ້ໃຊ້ເພື່ອສະດວກໃນເວລາຕ້ອງການເອົານ້ຳເຜິ້ງໄວ້ກິນ, ໄວ້ໃຊ້ເຮັດຢາ ຈິ່ງບໍ່ຈຳເປັນຕ້ອງເຂົ້າໄປຫາໃນປ່າ.


ມາຮອດປີ 2010 ແນວລາວ ສ້າງຊາດແຂວງໄດ້ນຳເອົາໂຄງການປັບປຸງການລ້ຽງເຜິ້ງຊຶ່ງເປັນໂຄງການສົ່ງເສີມການພັດທະນາສັງຄົມຊາວຊົນນະບົດໂດຍແມ່ນທ່ານ ສີສະຫຼຽວ ສະແຫວງສຶກສາ ເປັນຫົວໜ້າໂຄງການ. ທ່ານໄດ້ນຳເອົາວິຊາການ ຈາກວິທະຍາໄລກະເສດນາບົງມາຝຶກອົບຮົມໃຫ້ປະຊາຊົນ ຊຶ່ງໄດ້ສອນໃຫ້ຮູ້ເບື້ອງຕົ້ນກ່ຽວກັບ ວິທີການສ້າງໂກນຮັງເຜິ້ງແບບໃໝ່ເປັນຮູບສີ່ລ່ຽມ, ກວ້າງ 40 ຊັງຕີແມັດ, ຍາວ 50 ຊັງຕີແມັດ, ຂ້າງເບື້ອງເທິງມີໄມ້ດີ້ວສຳລັບ ໃຫ້ເຜິ້ງກໍຮັງເປັນຝາໃຜຝາລາວ ເພື່ອບໍ່ໃຫ້ຮັງຂອງມັນຕິດກັນ ເພື່ອສະດວກໃນການຂະຫຍາຍ ຮັງເຜິ້ງ ແລະສະດວກໃນເວລາ ເກັບກູ້, ສອນໃຫ້ຮູ້ສະພາບຈຸດພິເສດຂອງເຜິ້ງ ແລະ ການປູກຕົ້ນໄມ້ຫຼາກຫຼາຍຊະນິດ ເພື່ອໃຫ້ເຜິ້ງ ນຳເອົາເກສອນດອກໄມ້ມາຜະລິດເປັນນ້ຳເຜີ້ງ, ສອນໃຫ້ຮູ້ວິທີ ເກັບກູ້ນ້ຳເຜິ້ງ, ບໍ່ໃຫ້ນຳເອົາຮັງ ລູກອ່ອນຂອງເຜິ້ງມາປະສົມກັບນ້ຳເຜິ້ງ ເພາະຈະເຮັດໃຫ້ນ້ຳເຜິ້ງ ບໍ່ໄດ້ຄຸນນະພາບ; ທັງປັນການຮັກສາລູກອ່ອນຂອງເຜິ້ງໃຫ້ເປັນແມ່ ເຜິ້ງສ້າງຮັງແລ້ວຜະລິດນ້ຳເຜິ້ງຕໍ່ໆໄປ.
ເມື່ອຊາວບ້ານໄດ້ຮັບການຝຶກອົບຮົມກໍ່ເຮັດໃຫ້ຫຼາຍໆຄອບຄົວມີຄວາມສົນໃຈໃນການລ້ຽງເຜິ້ງ, ຊຶ່ງນອກຈາກປະຊາຊົນ ບ້ານໂພສີ ແລ້ວການລ້ຽງເຜິ້ງຍັງໄດ້ຂະຫຍາຍໄປ 4 ບ້ານເຂດລ້ອງປາ, ກຸ່ມລ້ອງບວກ ແລະ ກຸ່ມຄັງວຽງ ອີກ, ເມື່ອເຫັນວ່າຂະບວນການລ້ຽງເຜິ້ງມີການຂະຫຍາຍຕົວຄືແນວນັ້ນໂຄງການສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ ໄດ້ຄັດເລືອກເອົາຄອບຄົວທີ່ດີເດັ່ນໃນການລ້ຽງເຜິ້ງ 4 ຄອບຄົວໄປທັດສະນະສຶກສາ ແລະ ຝຶກອົບຮົມຢູ່ປະເທດໄທເພື່ອໃຫ້ຮູ້ວິທີຂະຫຍາຍຮັງເຜິ້ງ ໂດຍບໍ່ລໍຖ້າໃຫ້ເຜິ້ງ ມາເຂົ້າຮັງເອງ, ວິທີຂະຫຍາຍຮັງ ເຜິ້ງຈາກ 1 ໂກນເປັນ 2 ໂກນ, ຈາກ 2 ເປັນ 4, ຈາກ 4 ເປັນ 8 ຕໍ່ໆໄປ ເຮັດໃຫ້ຂະບວນການລ້ຽງເຜິ້ງຂະຫຍາຍຕົວໄວຊຶ່ງ ໃນ ປີ2010 ໄດ້ເລີ່ມເກັບກູ້ນ້ຳ ເຜິ້ງໄດ້ 700 ກວ່າລິດ ເທົ່ານັ້ນ, ມາຮອດປີ 2015 ສາມາດເກັບນ້ຳເຜິ້ງໄດ້ 4.600 ລິດ ສະເພາະໃນບັນຊີໂຄງການຂອງບ້ານໂພສີ, ນອກນັ້ນ ປະຊາຊົນຍັງໄດ້ເກັບຂາຍໃຫ້ຜູ້ທີ່ມາຊື້ນອກໂຄງການອີກຫຼາຍສົມຄວນ.
ໃນນັ້ນ ເດັ່ນກວ່າໝູ່ແມ່ນຄອບຄົວຂອງທ້າວ ຊຽງເມກ ຈັນທະພອນ ທີ່ສາມາດລ້ຽງເຜິ້ງໄດ້ເຖິງ 60 ປາຍໂກນ, ສ້າງລາຍຮັບເຂົ້າຄອບຄົວໄດ້ 30 ລ້ານກີບຕໍ່ປີ. ນອກນີ້ຄອບຄົວຂອງເພິ່ນຍັງມີ ລາຍຮັບຈາກການປູກຝັງລ້ຽງສັດ


ອື່ນໆອີກ ເຮັດໃຫ້ຄອບຄົວເພິ່ນມີຊີວິດການເປັນຢູ່ດີຂື້ນເລື້ອຍໆຈົນສາມາດຊື້ພາຫະນະຮັບໃຊ້ການຜະລິດ, ເຄື່ອງຮັບໃຊ້ໃນຄົວເຮືອນ, ມີເງິນສົ່ງເສີມລູກຮຽນຕໍ່ມະຫາ ວິທະຍາໄລຈົນຈົບ ແລະ ຍັງມີເງິນແຮໄວ້ໃຊ້ຈ່າຍໃນຄອບຄົວ. ກາຍເປັນຄອບຄົວຕົວແບບທີ່ໂດດເດັ່ນຂອງກຸ່ມບ້ານນຳອີກ.
ການລ້ຽງເຜິ້ງເປັນອາຊີບເສີມທີ່ລາຍຮັບບໍ່ທັນສູງປານໃດແຕ່ກໍ່ມີຜົນດີເພາະໃຊ້ຕົ້ນທຶນບໍ່ຫຼາຍພຽງແຕ່ເຮົາມີຄວາມເອົາໃຈໃສ່, ມີຄວາມດຸໝັ່ນກໍ່ສາມາດລ້ຽງໄດ້, ເປັນການລ້ຽງແບບທຳມະຊາດບໍ່ໃຊ້ຢາຂ້າຫຍ້າ, ຢາຂ້າ ແມງໄມ້ ຫຼື ສານເຄມີໃດໆຈິ່ງເຮັດໃຫ້ໄດ້ນ້ຳເຜິ້ງຫຼາຍ ແລະ ໄດ້ຄຸນນະພາບປອດສານເຄມີ 100 ເປີເຊັນ ແລະ ທັງເປັນການອະນຸລັກຮັກສາສິ່ງແວດລ້ອມໃຫ້ມີປ່າໄມ້ທີ່ດົກໜາ ແລະ ອຸດົມສົມບູນຕະຫຼອດໄປ.

CR:ມະຫາສານ