ວັນທີ 3 ກັນຍານີ້, ແຂວງສາລະວັນ ໄດ້ຈັດກອງປະຊຸມ ຄົບຄະນະ ບໍລິຫານງານ ພັກແຂວງ ສະໄໝວິສາມັນ ໂດຍການເປັນປະທານຂອງ ສະຫາຍ ສີສຸວັນ ວົງຈອມສີ ເລຂາພັກ, ເຈົ້າແຂວງໆສາລະວັນ, ມີພາກສ່ວນ ກ່ຽວຂ້ອງ ພ້ອມດ້ວຍ ເລຂາພັກເມືອງ 8 ຕົວເມືອງເຂົ້າຮ່ວມ.
ກອງປະຊຸມ ໃນຄັ້ງນີ້ ໄດ້ຜ່ານມະຕິ ຕົກລົງວ່າດ້ວຍ ການແບ່ງງານ ຄະນະ ບໍລິຫານງານ ພັກແຂວງ ສະໄໝທີ VIII ແລະ ຜ່ານຮ່າງໂຄງການ ດຳເນີນງານ ຂອງຄະນະ ບໍລິຫານງານ ພັກແຂວງ ໄລຍະ 5 ປີ (2016 – 2020), ຜ່ານຮ່າງ ຂໍ້ກຳນົດ ພາລະບົດບາດໜ້າທີ່, ຂອບເຂດສິດ ແລະ ແບບແຜນ ວິທີເຮັດວຽກ ໃນຊຸດນີ້ ລວມທັງ ໄດ້ຜ່ານ ນິຕິກຳຕ່າງໆ (ການຈັດຕັ້ງ ໂຍກຍ້າຍ, ເຈົ້າເມືອງ, ຮອງເຈົ້າເມືອງ), ອີງຕາມ ມະຕິຕົກລົງ ສະບັບເລກທີ 07/ຄຈພຂ.ສວ ລົງວັນທີ 13 ສິງຫາ 2015 ວ່າດ້ວຍ ການແບ່ງງານ ຂອງຄະນະບໍລິຫານງານຊຸດນີ້ເພື່ອຊີ້ນຳຂອບເຂດວຽກງານຕ່າງໆພາຍໃນທົ່ວແຂວງ.
ຜູ້ເຂົ້າຮ່ວມ ໄດ້ພ້ອມກັນ ຄົ້ນຄວ້າ ປະກອບຄຳຄິດເຫັນ ໃສ່ຮ່າງໂຄງການ ດຳເນີນງານ ຂອງຄະນະ ບໍລິຫານງານ ພັກແຂວງ, ຮ່າງຂໍ້ກຳນົດ, ພາລະບົດບາດໝ້າທີ່ ແລະ ແບບແຜນ ວິທີເຮັດວຽກ ຕ່າງໆ ໃຫ້ມີຄວາມລະອຽດ, ຊັດເຈນ ແລະ ເປັນເອກະພາບກັນເພື່ອຂຸດຄົ້ນ ທ່າແຮງບົ່ມຊ້ອນ ທາງປັນຍາ ອອກມາ ພັດທະນາແຂວງ ຂອງຕົນ ຢ່າງບໍ່ຢຸດຢັ້ງ ແລະ ປັບປຸງຄືນໃໝ່ຂອດທີ່ຍັງຄົງຄ້າງເພື່ອສ້າງສາພັດທະນາ.
……………………………………………………………………………………………………………………………………………………………………………………………………………………………
ທີ່ມາ: www.kpl.gov.la