ສັບພະຄຸນ: ເປັນຢາແກ້ທ້ອງອືດ, ຂັບລົມແກ້ອາການເປັນພິດ ແລະ ໃຊ້ເປັນຢາແກ້ອາການແພ້ອາກາດ, ໂລກຜິວໜັງຕິດເຊື້ອພະຍາດ ແລະ ເຊື້ອຣາ.
ວິທີ ແລະ ປະລິມານທີ່ໃຊ້: ຮັກສາທ້ອງອືດ, ຂັບລົມ, ແກ້ບິດ, ຮາກ, ປວດທ້ອງ ໃຫ້ໃຊ້ເຫງົ້າແກ່ຂອງຂ່າສົດຍາວປະມານ 1-6 ນິ້ວຕຳໃຫ້ລະອຽດຕື່ມນ້ຳປູນໃສພໍປະມານໃຊ້ເປັນນ້ຳຢາດື່ມຄັ້ງລະ 5 ຖ້ວຍແກ້ວນ້ອຍດື່ມມື້ລະ 3 ເວລາຫຼັງອາຫານ , ຮັກສາລົມພິດ ຫຼື ອາການແພ້ອາກາດໃຫ້ໃຊ້ເຫງົ້າຂ່າແກ່ສົດໆ 1 ອັນຕຳໃຫ້ລະອຽດຕື່ມເຫຼົ້າຂາວລົງໄປພໍໃຫ້ປຽກໆໃຊ້ທັງຕ່ອນ ແລະ ນ້ຳທາບໍລິເວນທີ່ເປັນຜືນຄັນແດງເລື້ອຍໆຈົນກວ່າຈະດີຂຶ້ນ, ຮັກສາຂີ້ຫິດຂີ້ກາກ, ໂລກຜິວໜັງໃຊ້ເຫງົ້າຂ່າແກ່ເທົ່າຫົວໂປ້ມືຕຳໃຫ້ລະອຽດປະສົມເຫຼົ້າຂາວທາບໍລິເວນທີ່ເປັນຫຼາຍໆຄັ້ງຈົນກວ່າຈະຫາຍເຊົາເປັນປົກກະຕິ.
................................................................................................................................................................................