ວິວັດທະນາການຂອງສິ່ງທີ່ຊີວິດ

ໃນຍຸກກໍ່ກໍາເນີດຂອງສິ່ງທີ່ມີຊີວິດນັ້ນກັບສະໄໝປັດຈຸບັນສິ່ງທີ່ມີຊີວິດທີ່ເຮົາເຫັນມີວິວັດທະນາການຈາກສິ່ງທໍາອິດມາຫຼາຍລ້ານປີ ແລ້ວດັ່ງນັ້ນກ່ວາຈະເປັນສິ່ງທີ່ມີຊີວິດທີ່ເກີດຂຶື້ນໃນປັດຈຸບັນທີ່ມີວິວັດທະນາການມາຫຼາຍຂັ້ນຕອນໃນການປ່ຽນແປງ ຈຶ່ງເຮັດໃຫ້ສິ່ງທີ່ມີຊີວິດມີຄວາມຫຼາກຫຼາຍກ່ວາເດີມ ໃນທາງກົງກັນຂ້າມຫາກບໍ່ມີການປ່ຽນແປງສິ່ງທີ່ມີຊີວິດນັ້ນກໍ່ຈະອາໄສໄປໄດ້ຢ່າງລໍາບາກ ແລະ ອາດຈະສູນພັນໄປໃນທີ່ສຸດ ສິ່ງທີ່ມີຊີວິດກໍ່ຈະເປັນສິ່ງທີ່ເກີດຂື້ນມາໃໝ່ຫລືມີການກາຍພັນ ຈາກການຂຸດພົບຊາກກະດູກ ແລະ ສ່ວນຕ່າງໆຂອງສິ່ງທີ່ມີຊີວິດ, ສາມາດປ່ຽນແປງໄດ້ທັງພືດ ແລະ ສັດ, ບາງຊະນິດມີບັນທະບູລຸດຈາກສິ່ງດຽວກັນ ແຕ່ມີວິວັດທະນາການທີ່ແຕກຕ່າງກັນ ໄປເຮັດໃຫ້ມີສິ່ງທີ່ມີຊີວິດຫຼາກຫຼາຍຂື້ນຈຶ່ງໄດ້ມີການຈໍາແນກເປັນໝວດໝູ່ຕາມຫຼັກຕາມທາງຊີວະວິທະຍາ ວິວັດທະນາການບໍ່ໄດ້ປ່ຽນແປງທາງກາຍະພາບເທົ່ານັ້ນແຕ່ຍັງປ່ຽນແປງການເປັນຢູ່ ຊຶ່ງມີແນວຄິດທາງດ້ານວິທະຍາສາດ, ທີ່ໄດ້ມີແນວຄິດວິວັດທະນາການໄວ້.

ແນວຄິດວິວັດທະນາການຂອງສິ່ງທີ່ມີຊີວິດ

ມີແນວຄິດຕ່າງໆທີ່ຫຼັກແນວຄວາມຄິດໃນອາດີດຈາກການຄິດຄົ້ນວິວັດທະນາການຂອງສີ່ງທີ່ມີຊີວິດເຊັ່ນ:ເກີດຈາກປາທີ່ຢູ່ໃນນໍ້າ,ເກີດຈາກທາດ,ດິນ,ນໍ້າ,ລົມ,ໄຟ, ເປັນຕົ້ນ ແຕ່ຍັງມີແນວຄິດທີ່ຍັງໄມ້ມີເຫດຜົນສະໜັບສະໜູນ ຫລື ອະທີບາຍການປ່ຽນແປງນັ້ນໄດ້ ແຕ່ມີແນວຄິດຕ່າງເຊື່ອໃນແຕ່ລະເຫດຜົນທີ່ແຕກຕ່າງກັນໄປ

ແນວຄິດຂອງນັກວິທະຍາສາດ ນັກວິທະຍາສາດໄດ້ດປັນຜູ້ສະເໜີແນວຄິດໃນຍຸກແລກຊຶ່ງເມື່ອກ່ອນຕ່າງມີແນວຄິດວ່າບໍ່ມີຫຍັງເກີດຂື້ນຈາກວິວັດທະນາການຂອງນັກວິທະຍາສາດໃນແນວຄວາມຄິດຂອງເຂົາມີຢູ່ວ່າ ສິ່ງທີ່ມີຊີວິດມີການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມເພື່ອຄວາມຢູ່ລອດໂດຍການປ່ຽນແປງຂອງທໍາມະຊາດ ແລະ ອໍານາດທີ່ເໜືອທໍາມະຊາດຢູ່ສອງຫຼັກການຄື:

-ຫຼັກການໃຊ້ບໍ່ໄດ້ ເປັນຫຼັກການທີ່ບົ່ງບອກເຖິງຄວາມສໍາຄັນຂອງອະໄວຍະວະຫາກອະໄວຍະວະໃດໃຊ້ສະເໝີ ແລະ ມີຄວາມຈໍາເປັນຕ້ອງໃຊ້ຈະມີຂະໜາດໃຫຍ່,ແຂງແຮງ, ຫາກສິ່ງໃດບໍ່ຈໍາເປັນຈະມີຂະໜາດນ້ອຍ ແລະ ຫາຍໄປໃນທີ່ສຸດ.

-ການຖ່າຍທອດລັກສະນະທີ່ເກີດຂື້ນ ໝາຍເຖິງອະໄວຍະວະໃດດີ ຫຼື ບໍດີຈະສາມາດຖ່າຍທອດ ໝາຍເຖິງວ່າພໍ່ແມ່ແຂນໃຫຍ່, ລູກກໍ່ຈະແຂນໃຫຍ່ເຊັ່ນດຽວກັນ,ຫລັກການທີ່ບໍ່ໄດ້ຮັບການຍອມຮັບໝາຍເຖິງວ່າຖ້າລູກບໍ່ໄດ້ຮັບສານອາຫານທີ່ດີຫລືບໍ່ໄດ້ອອກກໍາລັງກາຍແຂນກໍ່ອາດຈະນ້ອຍໄດ້ເຊັ່ນກັນ

ການຄັດເລືອກໂດຍທໍາມະຊາດ ເປັນຄວາມຄິດທີ່ມີຄວາມສໍາຄັນ ແລະ ມີບົດບາດເປັນຢ່າງຫຼາຍຈົນມາເຖິງປັດຈຸບັນ ຄືການຄັດເລືອກໂດຍທໍາມະຊາດຂອງນັກວິທະຍາສາດ ແລະ ນັກພຶດຕິກໍານິຍົມຈາກການເດີນທາງໄປທີ່ຕ່າງໆທົ່ວໂລກເປັນໄລຍະເວລາ 5ປີ ເຂົາໄດ້ພົບວ່າສິ່ງທີ່ມີຊີວິດທີ່ເກີດຂື້ນ ຊຶ່ງເມື່ອກ່ອນເຂົາບໍ່ໄດ້ເຊື່ອເລື່ອງວິວັດທະນາການຊຶ່ງໄດ້ສະເໜີແນວຄວາມຄິດຄື

-ສິ່ງທີ່ມີຊີວິດມີລູກຫຼາຍໄດ້ຈໍານວນຫຼາຍແຕ່ບໍ່ສາມາດທີ່ຈະຢູ່ລອດໄດ້ທຸກຕົວ

-ລູກຫຼານທີ່ຫຼາຍມີການເອົາຕົວລອດດ້ວຍການຕໍ່ສູ້ແຍ່ງອາຫານເພື່ອໃຫ້ຕົວເອງສາມາດມີຊີວິດ ແລະສືບພັນຕໍ່ໄປໄດ້

-ສິ່ງທີ່ມີຊີວິດມີລັກສະນະການເອົາຕົວລອດເປັນແບບແປຜັນ ແລະ ສາມາດຖ່າຍທອດໄປຍັງລູກຫຼານເຮັດໃຫ້ບາງຕົວສາມາດທີ່ຈະປັບສະພາບໄດ້ດີ

-ຕົວທີ່ຢູ່ລອດຈະມີການສືບພັນໃນຂະນະທີ່ຕົວອື່ນອອ່ນແອກໍ່ຈະມີຈໍານວນນ້ອຍ ແລະ ຫາຍໄປ

-ເມື່ອເວລາຜ່ານໄປສິ່ງທີ່ມີຊີວິດຈະປັບຕົວ ແລະ ຈະປັບໃຫ້ດີີຂື້ນໃນຂະນະທີ່ຕົວອື່ນບໍ່ສາມາດປັບໄດ້ຫລືປັບຕົວບໍ່ເໝາະສົມກໍ່ຈະຫາຍໄປ

ແນວຄວາມຄິດສັງເຄາະຂອງວິວັດທະນາການ ແນວຄວາມຄິນີ້ໄດ້ທໍາການປັບປຸງສັງເຄາະໃຫ້ດີຂື້ນນັ້ນເອງ ເພາະວ່າແນວຄວາມຄິດທີ່ເລືອກໂດຍທໍາມະຊາດຍັງບໍ່ສາມາດອະທິບາຍລະອຽດໃນເລື່ຶອງຂອງການປ່ຽນແປງ ແລະ ຍັງບໍ່ສາມາດບອກໄດ້ວ່າສິ່ງທີ່ມີຊີວິດເກີດຂື້ນໄດ້ຢ່າງໃດ ໃຊ້ແນວຄວາມຄິດເປັນແນວທາງຊຶ່ງນັກວິທະຍາສາດຕ່າງໃຫ້ຄວາມຄິດເຫັນເປັນຂອງຕົວເອງເຊັ່ນ

ວິວັດທະນາການຂອງພືດ

ພືດມີການປ່ຽນແປງໂດຍການເລີ່ມຈາກການຢູ່ອາໄສໃນນໍ້າທັງໝົດເສຍກ່ອນ ໂດນເປັນສາລ່າຍສີຂຽວປະສົມກັບສີຟ້າ ແລະ ສາລ່າຍສີຂຽວ ໂດຍເລີ່ມຈາກພືດທີ່ບໍ່ມີທໍ່ລໍາລຽງບໍາມີຮາກກ່ອນ ພືດບໍ່ມີຮາກ່ອນແລ້ວກໍ່ຈະມີຮາກຂື້ນມາເພື່ອດູດອາຫານໄດ້ໄວຂື້ນຈຶ່ງມີລະບົບທໍ່ລໍາລຽງອາຫານທີ່ໄປລ້ຽງລໍາຕົ້ນໄດ້ຢ່າງໄວວາ ແລະ ທົ່ວທັງຕົ້ນບໍ່ມີການເຄືອບຊັ້ນນອກຂອງເຊລເພື່ອປ້ອງກັນກນລະເຫີຍຂອງນໍ້າ ຊ່ວງກ່ອນທີ່ບໍ່ມີຮາກນັ້ນຈະມີການເກີດໄດ້ໃນບົກມີຄວາມສູງປະມານ 4ນິ້ວ ມີການໃຊ້ສະປໍໃນການຂະຫຍາຍສາຍພັນ ຈາກນັ້ນສະປໍມີການແຍກອອກເປັນເພດເມຍ ແລະ ເພດຜູ້ ແລະ ຕ້ອງອາໄສພືດໃນການສືບພັນທັງສອງເພດເປັນທີ່ມາຂອງພືດມີດອກນັ້ນເອງໃນຊ່ວງກ່ອນ 60ລ້ານປີມາແລ້ວ ພືດມີດອກມີຈໍານວນຫຼາຍ ລວມເຖິງພືດຊັ້ນຕໍ່າອື່ນໆ ບາງຊະນິດເມື່ອເກີດອຸນຫະພູມຂອງໂລກປ່ຽນແປງໄປກໍ່ຈະເຮັດໃຫ້ພືດເຫຼົ່ານັ້ນຫາຍສາບສູນໄປເປັນຈໍານວນຫຼາຍ

ວິວັດທະນາການຂອງສັດ

ເລີ່ມຈາກສັດບໍ່ມີກະດູກສັນຫລັງຈາກສັດເຊລດຽວເມື່ອ 600ລ້ານປີກ່ອນສັດບໍ່ມີກະດູກສັນຫລັງມີຈໍານວນຫລາຍຢ່າງເຊັ່ນ: ພວກຫອຍ,ບົ້ງ,ເປັນຕົ້ນ. ເລີ່ມທໍາອິດນັ້ນອາໄສຢູ່ໃນນໍ້າເປັນຈໍາພວກປາມີອາຍຸກ່ວາ 500ລ້ານປີມາແລ້ວ ປາຈະມີກະດູກສັນຫລັງມີລໍາຕົວອອ່ນນຸ່ມມີປາກຄ້າຍປາ ຫລັງມາຈຶ່ງມີເກັດມີຂາກົນໄກທີ່ປາກແລ້ວຈຶ່ງເປັນປາໃນທີ່ສຸດ ຕໍ່ມາເມື່ອ 370ລ້ານປີປາເລີ່ມມີວິວັດທະນາການໂດຍມີຂາທີ່ງອກອອກຫລາຍກາຍເປັນສັດເຄິ່ງບົກເຄິ່ງນໍ້າ ແຕ່ກ່ອນມີຂະໜາດໃຫຍ່ ເຄື່ອນໄຫວໄດ້ຊ້າຈົນພັດທະນາໃຫ້ການເຄື່ອນໄຫວໄດ້ດີຂື້ນ ແລະ ຍັງສາມາດີ່ຈະຮັບລົດຊາດ ແລະ ກິ່ນໄດ້ດ້ວຍການມີນໍ້າລາຍເພື່ອເຮັດອາຫານອອ່ນນຸ່ມ ການເປັນສັດເຄິ່ງບົກເຄິ່ງນໍາເຮັດໃຫ້ແຜ່ກະຈາຍໄປຢ່າງໄວວາໂດຍການບໍ່ຕ້ອງຍຶດຢູ່ກັບນໍ້າອີກຕໍ່ໄປເມື່ອ 37ລ້ານປີ ຈຶ່ງກາຍມາເປັນສັດເລືອຄານໂດຍມີລໍາຕົວຄືກັນກັບສັດເຄິ່ງບົກເຄິ່ງນໍ້າ ແລະ ສາມາດອາໄສໄປໃນທີ່ຕ່າງໆໄດ້ ຄືສິ່ງທີ່ເຮົາໄດ້ພົບເຊັ່ນພວກ ເຕົ່າ ແລ້ວມາເປັນງູ ວິວັດທະນາການຕໍ່ມາຂອງສັດເລືອຄານກໍ່ຄືນົກເນື່ອງຈາກສັດພະຍາຍາມຫາແມງໄມ້ຈຶ່ງເຮັດໃຫ້ປາກມັນມີຄວາມເໝາະສົມກັບອາຫານໄດ້ງ່າຍ ມີນິ່ວທີ່ຍາວໃຊ້ໃນການເກາະກິ່ງໄມ້ ມີຂົນທີ່ຊ່ວຍໃຫ້ຄວາມອຸ່ນກັບຮ່າງກາຍ