ຖ້າເວົ້າເຖິງຂະໜົມຫວານຍອດນິຍົມສໍາລັບທຸກເພດທຸກໄວຄົງຈະໜີບໍ່ພົ້ນ”ກະແລ້ມ”ແທ້ແນ່ນອນ. ເພາະຄວາມຫວານເຢັນຊື່ນໃຈຂອງມັນທີ່ສາມາດຕອບໂຈດກັບສະພາບອາກາດຂອງບ້ານເຮົາໄດ້ເປັນຢ່າງດີ. ແຕ່ຢ່າງໃດກໍຕາມທໍາມະຊາດຂອງກະແລ້ມກໍມັກຈະລະລາຍຕາມອຸນຫະພູມທີ່ສູງກວ່າຢ່າງໄວວາ ແລະ ນັ້ນເອງເປັນສາເຫດໃຫ້ເກີດການເປີເປື້ອນຂອງກະແລ້ມເທິງເສື້ອຜ້າຂອງເຮົາໄດ້ຢູ່ເລື້ອຍໆ.
ດັ່ງນັ້ນ ເຮົາຈະມາແນະນໍາເຄັດລັບໃນການຂະຈັດຮອຍເປື້ອນຂອງກະແລ້ມເທິງເສື້ອຜ້າອອກດ້ວຍຂັ້ນຕອນງ່າຍໆດັ່ງນີ້:
-ຂັ້ນຕອນທໍາອິດ: ໃຊ້ເຈ້ຍທິດຊູ້ຊັບກະແລ້ມທີ່ເປື້ອນເທິງເສື້ອອອກໄປໃຫ້ໄດ້ຫຼາຍທີ່ສຸດ ຫຼື ຫາກພົບວ່າກະແລ້ມນັ້ນແຂງກາຍເປັນກ້ອນແລ້ວນັ້ນໃຫ້ໃຊ້ບ່ວງຂູດອອກໃຫ້ໝົດເສຍກ່ອນເຊັ່ນກັນ.
-ຂັ້ນຕອນທີ່ 2: ນໍາເສື້ອຜ້າທີ່ເປື້ອນກະແລ້ມໄປແຊ່ໃນນ້ໍາອຸ່ນເພາະກະແລ້ມທີ່ເຮົາຮັບປະທານນັ້ນມີສ່ວນປະກອບຂອງນົມ ແລະ ໄຂມັນເຊິ່ງສາມາດຊະລ້າງອອກໄດ້ດີໃນນ້ໍາອຸ່ນ.
-ຂັ້ນຕອນທີ່ 3: ໃຫ້ນໍານ້ໍາຢາຊັກຜ້າສູດເຂັ້ມຂຸ້ນໄປທາປະໄວ້ເທິງຮອຍເປື້ອນແລ້ວນໍາໄປແຊ່ໄວ້ໃນນ້ໍາອຸ່ນປະມານ 30 ນາທີຈາກນັ້ນຊັກຄ່ອຍໆຕໍ່ອີກ 3-5 ນາທີແລ້ວນໍາໄປຊັກອອກດ້ວຍນ້ໍາສະອາດ.
-ຂັ້ນຕອນສຸດທ້າຍ: ຖ້າເຮົາພົບວ່າຮອຍເປື້ອນຍັງບໍ່ຖືກກຳຈັດໄປໄດ້ຢ່າງໝົດຈົດ ໃຫ້ກັບໄປເຮັດຕາມຂັ້ນຕອນທີ່ 3 ຊ້ໍາອີກຮອບໜຶ່ງພຽງເທົ່ານີ້ເຮົາກໍສາມາດກຳຈັດຮອຍເປື້ອນກະແລ້ມເທິງເສື້ອຜ້າອອກໄດ້ຢ່າງງ່າຍດາຍແລ້ວ ແລະ ປະຫຍັດເວລາອີກດ້ວຍ.
ຢ່າງໃດກໍຕາມການໃຊ້ນ້ໍາອຸ່ນໃນການຂະຈັດຮອຍເປື້ອນ ຈະຊ່ວຍໃນການຂະຈັດຄາບກະແລ້ມອອກໄດ້ງ່າຍຂຶ້ນ,ແຕ່ຜ້າບາງຊະນິດບໍ່ເຫມາະສົມທີ່ຈະທຳຄວາມສະອາດໃນນ້ໍາທີ່ມີອຸນຫະພູມສູງເພາະຈະສົ່ງຜົນເສຍຕໍ່ເນື້ອຜ້າໄດ້ດັ່ງນັ້ນຫາກພົບວ່າຜ້າຊະນິດນັ້ນ,ບໍ່ສາມາດຊັກລ້າງໃນນ້ໍາອຸ່ນໄດ້ທ່ານສາມາດເຮັດຕາມວິທີຂ້າງເທິງໂດຍໃຊ້ນ້ໍາສະອາດໃນອຸນຫະພູມຫ້ອງປົກກະຕິແທນໂດຍອາດແຊ່ຜ້າແລະ ຊັກໃຫ້ດົນຂຶ້ນກໍຈະສາມາດຂະຈັດຮອຍເປື້ອນຈາກກະແລ້ມເທິງເສື້ອຜ້າໃຫ້ອອກຢ່າງໝົດຈົດໄດ້ດີເຊັ່ນດຽວກັນພຽງເທົ່ານີ້ກໍຊ່ວຍໃຫ້ຊີວິດທ່ານງ່າຍຂຶ້ນອີກຫຼາຍ.