ວັດພະບາດ - ວັດໂພນສັນ ທີ່ມີຮອຍຕີນພະພຸດທະເຈົ້າ

ທ່ານຈະໄດ້ພົບ ເຫັນຮອຍພະບາດ (ຮອຍຕີນ) ພະພຸດທະເຈົ້າ ຢຽບໄວ້ເທິງດານຫີນ, ທ່ຽວຊົມສະຖານທີ່ ສັນເຂົ້າ ຂອງພະພຸດທະອົງ ໃນກາລະຄັ້ງນັ້ນ, ມີແຄມຝັ່ງແມ່ນ້ຳຂອງ ແລະ ສິ່ງອື່ນໆອີກ ທີ່ເປັນໜ້າສົນໃຈ. ວັດພະບາດຂຶ້ນກັບ ເມືອງທ່າພະບາດ, ຕັ້ງຢູ່ ກິໂລແມັດ ທີ 83 ຈາກວຽງຈັນຕາມທາງເລກ ທີ່ 13 ໃຕ້, ວັດໂພສັນ ແມ່ນລ້ຽວແຍກທີ່ວັດພະບາດ ໄປທາງທິດຕາເວັນຕົກ 2 ກິໂລເມັດ (ແຄມແມ່ນ້ຳຂອງ). ເປັນວັດໜຶ່ງທີ່ເກົ່າແກ່ ຂອງຊາວເມືອງທ່າພະບາດ ແລະ ປະຊາຊົນຊາວພຸດທະສາສະໜາ ໄດ້ໃຫ້ເຄົາລົບນັບຖື ແລະ ສັກກະລະບູຊາ ມາເປັນເວລາເຫິງນານ. ໃຜໄດ້ມີໂອກາດຜ່ານມາ ກໍ່ຕ້ອງໄດ້ແວ່ກາບໄຫວ້ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ຕົນເອງ ບໍ່ວ່າຈະເຮັດຫຍັງຕ່າງໆນາໆ, ແມ່ນແຕ່ການເດີນທາງ ກໍ່ຍັງເຊື່ອວ່າຖ້າໄດ້ຂໍພອນ ຈາກສະຖານທີ່ສັກສິດນີ້ ກໍ່ຈະເດີນທາງດ້ວຍຄວາມສະດວກ ແລະ ປອດໄພ. ສະນັ້ນ ຄວາມເປັນມາ ແລະ ປະຫວັດຂອງວັດແຫ່ງນີ້ ຈຶ່ງມີເລົ່າຂານ ກັນຍາວນານ ແລະ ໄດ້ມີການປະຕິສັງຂອນ ຈົນເຖີງປະຈຸບັນ. ການປະຕິສັງຂອນວັດພະບາດແມ່ນ 2 ຄັ້ງ ໂດຍແມ່ນພະອາຈານ ສີທັດ ຍານະສໍາປັນໂຍ (ຫຼື ພໍ່ສີທັດ) ແລະ ພະອາຈານ ຄູເພົ້າ ພຸດທະວັງໂສ (ພໍ່ເພົ້າ). ວັດພະບາດແຕ່ກ່ອນ ແມ່ນເປັນວັດຮ້າງ ແລະ ຕໍ່ມາໃນໄລຍະໜຶ່ງ ເພິ່ນໄດ້ພົບເຫັນ ຫີນສີລາຈາລຶກ ຢູ່ວັດຮ້າງແຫ່ງນັ້ນ ເຊິ່ງຫ່າງຈາກຮອຍພະບາດ ປະມານ 300 ແມັດ ໄປທາງທິດໃຕ້, ແຕ່ໂຕເລກ ໃນຫີນສິລານັ້ນບໍ່ບອກແຈ້ງ ມີແຕ່ຕົວເລກທຳ ທີ່ຂຽນວ່າ 902 ເທົ່ານັ້ນ. ເພິ່ນສັນນິຖານວ່າ ອາດຈະແມ່ນ ຄ.ສ 902. ຕໍ່ມາ ພະອາຈານ ສີທັດ ໄດ້ສ້າງສິມອີກ 1 ຫຼັງ. ພະອາຈານ ສີທັດ ໄດ້ບູລະນະວັດພະບາດໄດ້ 8 ປີ ເພິ່ນ ກໍ່ເຖິງແກ່ມໍລະນະພາບ ລວມອາຍຸໄດ້ 80 ປີ, ຫຼັງຈາກ ພະອາຈານ ສີທັດ ໄດ້ມໍລະນະພາບແລ້ວ, ພະອາຈານ ເພົ້າ ກໍ່ໄດ້ສືບຕໍ່ສຶກສາຮ່ຳຮຽນ ແລະ ບູລະນະປະຕິສັງຂອນ ສ້າງຮອຍພະບາດ ແລະ ວັດວາອາຮາມຕ່າງໆ. ພະອາຈານ ເພົ້າ ໄດ້ນຳພາພະສົງ, ສຳມະເນນ, ອອກຕົນຍາດໂຍມ ສ້າງພະທາດເຈດີໃຫຍ່ ເພື່ອບັນຈຸໄວ້ ເຊິ່ງພະສາລິລິກຄະທາດ (ກະດູກຂອງພະພຸດທະເຈົ້າ) ຢູ່ໃກ້ກັບຮອຍພະບາດ ເຊິ່ງເລີ່ມສ້າງໃນວັນທີ 28/01/1975 ແລະ ສຳເລັດໃນວັນທີ 20/02/1978. ຕໍ່ມາ ພະອາຈານເພົ້າ ກໍ່ໄດ້ມໍລະນະພາບ ໃນວັນອາທິດ ແຮມ 8 ຄໍ່າເດືອນ 04 ປີ ວອກ (ປີ 1982), ລວມອາຍຸໄດ້ 84 ປີ. ຫຼັງຈາກອາຈານເພົ້າ ພຸດທະວັງໂສ ໄດ້ມໍລະນະພາບແລ້ວ ຍາທ່ານ ອາຈານ ພະຄູ ຖະຫວິນ ວັນນະລາດ ກໍ່ໄດ້ນຳພາພະສົງສຳມະເນນ, ອອກຕົນຍາດໂຍມ ບູລະນະສ້າງສາຕໍ່ ຈົນເຖິງທຸກວັນນີ້. ຮອຍພະບາດ ແມ່ນຮອຍພະພຸດທະເຈົ້າ ທີ່ປະທານໄວ້ນະທີ່ພະລານຫີນ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ກາບໄຫວ້ບູຊາ ແລະ ບົວລະບັດຮັກສາໄວ້, ຮອຍພະບາດມີລວງ ຍາວ 1.20 ແມັດ ແລະ ເລິກ 0.49 ແມັດ, ປາຍນິ້ວຕີນ ພຽງລຽບສະເໝີກັນ, ພື້ນຮອຍຕີນ ມີຮູບກົງຈັກດອກບົວ ຢູ່ເຄິ່ງກາງ ແລະ ມີຮູບສັດ ຢູ່ອ້ອມກົງຈັກພື້ນຕີນ 108 ຊະນິດ. ຮອຍພະບາດນີ້ ເປັນຮອຍເບື້ອງຂວາ, ຮອຍພະບາດ ມີມາແຕ່ສະໄໝໃດ ກໍ່ບໍ່ມີໃຜຮູ້ແຕ່ສັນນິຖານວ່າ: ອາດເກີດພ້ອມກັບວັດພະບາດ, ນອກຈາກການຄົ້ນພົບເຫັນຫີນ ສີລາຈາລຶກຢູ່ວັດຮ້າງ ທີ່ຂຽນວ່າ 902 ອາດຈະແມ່ນປີ ຄ.ສ 902 ຕາມການບອກເລົ່າ ຂອງຜູ້ເຖົ້າຜູ້ແກ່ຂອງບ້ານພະບາດ ສາເຫດທີ່ພາໃຫ້ມີນ້ຳ ຢູ່ຮອຍພະບາດນັ້ນ ກໍ່ຍ້ອນວ່າ ມີຖ້ຳຢູ່ແຄມນ້ຳຂອງເໜືອໂພນສັນ ໄປ ປະມານ 400 ແມັດ, ໄຫຼຊອດໄປເຖິງ ຮອຍພະບາດນັ້ນເອງ. ວັດຈອມທຳນາຄາມິດ ຫຼື ພວກເຮົາເອີ້ນກັນວ່າ: ວັດໂພນສັນ ແມ່ນຕັ້ງຢູ່ ບ້ານທ່າໂພນສັນ, ເມືອງທ່າພະບາດ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 80 ກິ ໂລ ແມັດ, ເດີນທາງລົງມາຕາເສັ້ນທາງເລກທີ 13 ໃຕ້ ໄປຮອດບ້ານພະບາດ ແລ້ວກໍ່ຈະເຫັນປ້າຍຊີ້ບອກ ຢູ່ທາງເບື້ອງຂວາມື, ແວະເຂົ້າໄປ ປະມານ 2ກິໂລແມັດ, ກໍ່ຈະເຫັນວັດນັ້ນ ຕັ້ງຢູ່ ເທິງແຄມຝັ່ງແມ່ນ້ຳຂອງ. ຄຳວ່າ "ໂພນສັນ" ແມ່ນບ່ອນທີ່ມີຄວາມສູງຊັນຢ່າງມະຫັດສະຈັນ, ຄ້າຍກັບວ່າມີໂພນ ຢູ່ເຄິ່ງກາງຂອງເຫວ, ທັງສູງ ແລະ ຊັນອີກດ້ວຍ. ທາງທິດຕາເວັນອອກ ມີຫ້ວຍນ້ຳງ່ຽງໄຫຼຜ່ານ, ທິດເໜືອ ຕິດກັບປ່າ, ທິດໃຕ້ ແລະ ທິດຕາເວັນຕົກ ມີແມ່ນ້ຳຂອງໄຫຼຜ່ານ. ຕາມການບອກເລົ່າຂອງແນວໂຮມບ້ານທ່າໂພນສັນ ໄດ້ໃຫ້ຂໍ້ມູນ ຄວາມເປັນມາຂອງວັດນີ້ວ່າ: ໃນສະໄໝກ່ອນ ແມ່ນໄດ້ມີພະພຸດທະເຈົ້າອົງໜຶ່ງ (ພະພຸດທະເຈົ້າອົງທີ 28 ຊື່: ພະໂຄ, ປີ ຄສ 00) ໄດ້ສະເດັດລົງມາສັນເພນ ຢູ່ເວີນຫຼອດແຫ່ງນີ້. ສະຖານທີ່ແຫ່ງນີ້ ເອີ້ນວ່າ: ເວີນເພນ ແລະ ປະຈຸບັນເອີ້ນວ່າ: ເວີນໂພນສັນ. ໄດ້ມີພະຍານາກ 2 ຕົນ ຊື່ວ່າ: ສຸຂະຫັດຖີນາກ ແລະ ສັງຂາລະນາກ ຢູ່ຖ້ຳຄູຫາໃຫຍ່ແຫ່ງໜຶ່ງ ໃນເວີນແມ່ນ້ຳຂອງ, ເມື່ອທັງສອງ ເຫັນພະພຸດທະເຈົ້າ ລົງມາເຖິງທີ່ແຫ່ງນີ້ ກໍ່ອອກມາຕ້ອນຮັບ ແລະ ໄຫວ້ພະພຸດທະເຈົ້າ. ຈາກນັ້ນ ນາກທັງສອງ ໄດ້ປັ່ນກວດເອົາຫີນສີລາ ຂຶ້ນມາເປັນໂນນກາຍເປັນ "ໂພນສັນ" ແລ້ວກໍ່ນິມົນພະພຸດທະເຈົ້າ ນັ່ງສັນເຂົ້າຢູ່ເທິງໂພນແຫ່ງນີ້ (ປະຈຸບັນເອີ້ນວ່າ: ໂພນສັນ ແລະ ຮອຍນັ່ງ ຂອງພະພຸດທະເຈົ້ານັ້ນ ແມ່ນເພິ່ນໄດ້ສ້າງພະອົງໜຶ່ງກວມໄວ້ຢູ່ໃນສິມ). ຕໍ່ມາ ນາກທັງສອງ ຈຶ່ງໄດ້ຂໍຮອຍພະລັກ ກໍ່ຄືຮອຍພະບາດ (ຮອຍຕີນ) ນໍາພະພຸດທະເຈົ້າໄວ້ອຸປະຖຳຮັກສາ. ດັ່ງນັ້ນ, ພະພຸດທະເຈົ້າ ຈຶ່ງສະເດັດມາ ແລ້ວ ປະຮອຍພະບາດໃຫ້ແກ່ ສຸຫັດຖີນາກ ແລະ ສຸກຂາລະນາກ ເທິງພະລານຫີນ ທີ່ຢູ່ໂຄກຈິກວຽງງົວ (ເຂດວັດພະບາດປະຈຸບັນ) ເພື່ອໃຫ້ນາກທັງສອງ ເປັນຜູ້ປະຕິບັດບູລະນະຮັກສາ. ນອກນີ້ ພະພຸດທະເຈົ້າ ຍັເນລະມິດບໍ່ນ້ຳສັກສິດ 4 ແຫ່ງ ໃຫ້ແກ່ສັດໂລກທັງຫຼາຍໄດ້ມີ ນ້ຳໃຊ້ຕະຫຼອດປີ (ປະຈຸບັນນຳໃຊ້ພຽງ 2 ແຫ່ງ).

…………………………………….

ຂໍ້ຂອບໃຈທີ່ມາ : http://www.laogov.gov.la