ວັດທະຈັກ 4 “ ພ ” ແຫ່ງຊີວິດ

 

ຍ້ອນວ່າຍັງຢູ່ໃນບັນຍາກາດປີ ໃໝ່ (ກໍປີໃໝ່ໜ້າປີ 2016 ຫັ້ນລະ !) ກໍເລີຍປວດຢາກໂສກັບທ່ານຜູ້ອ່ານເລື່ອງຊີວິດ. ຊີວິດຂອງຄົນທົ່ວໆໄປພິເສດແມ່ນຊີວິດຄົນລາວ ເຊິ່ງມີຄວາມຍືນຍາວໂດຍສະເລ່ຍພຽງ 63 ປີ, ຍືນກວ່າບາງປະເທດແຕ່ກໍຍັງສັ້ນກວ່າອີກຫລາຍປະເທດ. ສຳລັບໄທເຮົາເຈົ້າຂ້ອຍທີ່ຢູ່ມາໄດ້ຮອດອາຍຸສະເລ່ຍນີ້ແລ້ວກໍຄົງຫາຍໃຈໂລ່ງເປັນທຳມະດາແຕ່ຊິໃຫ້ພໍໃຈແທ້ຄົງມີໜ້ອຍຄົນ. ມີເລື່ອງແປກຢາກເລົ່າສູ່ທ່ານຜູ້ອ່ານຟັງຄືຈານ ແຍ່ເຄີຍພົບກັບຊາຍຄົນໜຶ່ງທີ່ມາຈາກບ້ານເກີດດຽວກັນ. ດຽວນີ້ອາຍຸເຂົາຂ້ອນໆໄປເບື້ອງເລກ 7 (ໝາຍເຖິງ 70) ແຕ່ເຂົາບໍ່ຫ່ວງກັບອາຍຸທີ່ເສຍໄປ,ກົງກັນຂ້າມເຂົາພັດດີໃຈເຖິງຂັ້ນຕົບມືຜີຜາຍ້ອນວ່າເຂົາໂຊກດີທີ່ສາມາດຢູ່ເກີນກວ່າອາຍຸສະເລ່ຍ. ເຂົາກືນແກ້ມ ແລະ ດູດຢາໜັກຂຶ້ນກວ່າເກົ່າ. ເມື່ອມີຄົນຕັກເຕືອນເຖິງຜົນກະທົບຕໍ່ສຸຂະພາບຈາກສິ່ງທີ່ເຂົາພວມຖະຫລຳຢູ່ເຂົາກໍຕອບໜ້າຕາເສີຍວ່າ ເຂົາກຳລັງໃຊ້ສ່ວນເກີນຂອງຊີວິດ. ຈານແຍ່ຂໍສະ ຫງວນຊື່ຊາຍຄົນນີ້ໄວ້ກ່ອນ, ແຕ່ຖ້າສົນໃຈກໍອາດສະເໜີໃຫ້ຮູ້ຈັກຕາມທີ່ຫລັງ. ຈານແຍ່ມີແຕ່ຢາກສະຫລຸບວ່າ ຄົນທີ່ຄິດແບບຊາຍຄົນນີ້ຄົງຈະຊອກຍາກປານຊອກຂໍຢືມຫວີນຳຄູບາຢູ່ວັດ.

        ຊີວິດເປັນຂອງມີຄ່າຕ່າງກັບແກ້ວແຫວນແສນສິ່ງຄືຈະບິແບ່ງໃຫ້ໃຜກໍບໍ່ໄດ້, ມີອາຍຸຫລາຍຊິເອົາໄປຝາກທະນາຄານໄວ້ກໍບໍ່ໄດ້. ມີສິ່ງດຽວທີ່ບັນຊາຊີວິດໄດ້ນັ້ນກໍຄືເວລາ. ມະນຸດເຮົາມີແນວແປກທີ່ໜ້າສັງເກດຢູ່ບ່ອນວ່າຄືມັກຈະໃຊ້ຄຳວ່າ “ໄດ້” ກັບຊີວິດທີ່ເພີ່ມຂຶ້ນ ເຊັ່ນປີນີ້ ລາວໄດ້ 60 ປີ, ປີໜ້າອາຍຸລູກສາວເຮົາຊິໄດ້ 21ປີ. ທີ່ແທ້ແລ້ວມັນຄວນຈະໃຊ້ຄຳວ່າ “ເສຍ” ແທນຄຳວ່າ “ໄດ້” ເຊັ່ນອາຍຸເຮົາເສຍໄປແລ້ວ 60 ປີ, ປີໜ້າອາຍຸລູກສາວເຮົາຈະເສຍໄປຕື່ມອີກ 21 ປີ. ມະນຸດເຮົາຮູ້ວິທີອອຍໃຈຕົນເອງດ້ວຍຄວາມເວົ້າທີ່ປິດບັງຄວາມຈິງ.

 

ເອົາລະມື້ນີ້ຈານແຍ່ຂໍເວົ້າເລື່ອງການຈັດແບ່ງຍ່ານອາຍຸຂອງຄົນເຮົາຕາມທີ່ໄດ້ຟັງເປັນຕຳນານ ກ່າວຂານມາຈາກປາກຜູ້ເຖົ້າຜູ້ແກ່ປູ່ຍ່າຕາຍາຍວ່າອາຍຸຄົນເຮົານັ້ນສັງລວມຢູ່ໃນ 4 “ພ” ຄື “ເພິ່ງ ພົບພັກພາກ”ໄລຍະທຳອິດຂອງອາຍຸຄົນເຮົາເອີ້ນວ່າໄລຍະ “ເພິ່ງ” ເຊິ່ງເປັນໂຕ “ພ” ໂຕທຳອິດ. ໄວເພິ່ງແມ່ນໄວເດັກນັບແຕ່ມື້ເກີດ, ໄວຮໍ່າຮຽນເຊິ່ງຕ້ອງເພິ່ງຜູ້ເປັນພໍ່ເປັນແມ່ ຫລື ຜູ້ ປົກຄອງ 100%. ເຖົ້າແກ່ບູຮານບໍ່ໄດ້ຂີດເສັ້ນອາຍຸວ່າແຕ່ປີໃດຫາປີໃດຈັດຢູ່ໃນໄວເພິ່ງ. ຕໍ່ໄປແມ່ນໄວ “ພົບ” ເຊິ່ງເປັນ “ພ” ໂຕທີສອງ. ອັນນີ້ອະທິບາຍກັນວ່າເປັນໄວບ່າວໄວສາວ ຫລື ໄວໜຸ່ມ ເປັນໄວທີ່ມີ ຄວາມກະຕືລືລົ້ນຢາກຮູ້ຢາກເຫັນ, ຢາກທົດລອງ, ຢາກສ່ຽງໄພ. ດັ່ງນັ້ນ ຄົນໄວນີ້ຈຶ່ງມີແຕ່ຊອກພົບພໍ້, ຄົບຄ້າສະມາຄົມກັບໝູ່ຄູ່ກໍຄືເພດກົງກັນຂ້າມ. ຕໍ່ໄປແມ່ນໄວ“ພັກ” ຄຳວ່າ ພັກໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າພັກຜ່ອນ ຫລື ເຂົ້າບຳນານ ແຕ່ໝາຍເຖິງໄວທີ່ຄົນເຮົາຕັ້ງຫລັກປັກແຫລ່ງເປັນຄອບເປັນຄົວ ມີລູກມີເຕົ້າ. ດັ່ງນັ້ນ ຈຶ່ງບໍ່ມີໂອກາດເຈີດເວີ່ນຊອກນັດຊອກພົບຄືແຕ່ເກົ່າອີກ. ໄວນີ້ເປັນໄວສ້າງອະນາ ຄົດ, ສ້າງຊີວິດໃຫ້ເຖິງທີ່ສຸດ. ສຸດທ້າຍແມ່ນໄວ “ພາກ” ເຊິ່ງເປັນໂຕ “ພ” ໂຕສຸດທ້າຍ. ຟັງແຕ່ຄຳວ່າ “ພາກ” ກໍເຂົ້າ ໃຈໂລດວ່າເປັນໄວທີ່ຢືນໃກ້ຝັ່ງນັ່ງໃກ້ຫ້ວຍ, ເປັນໄວເຖົ້າແກ່ຊາລາການ, ສັງຂານຮ່າງກາຍເລີ່ມເສຍໂສມຕາມກົດເກນຂອງທຳມະຊາດ. ແຕ່ເບິ່ງອີກແງ່ໜຶ່ງມັນກໍເປັນໄວສຸກງອມ ມີທັງໄວວຸດທິ ແລະ ຄຸນວຸດທິ. ເຖົ້າແກ່ບູຮານບອກວ່າອາຍຸໃນແຕ່ ລະໄວໂຕ “ພ” ກໍລ້ວນແຕ່ມີຈຸດພິເສດ ແລະ ມີຄຸນຄ່າທະແນມແຕ່ພວກເຮົາຮູ້ຈັກນຳໃຊ້ຈຸດພິເສດຂອງມັນ. ທາງເບື້ອງວິທະຍາສາດກໍອາດ ແບ່ງຊີວິດຄົນອອກເປັນໄວໜຸ່ມ, ໄວກາງຄົນ ແລະ ໄວເຖົ້າແກ່. ແຕ່ສຳ ລັບຈານແຍ່ແລ້ວມັກທີ່ຈັດແບ່ງອາຍຸຕາມແຜນບູຮານລາວເພາະມັນຊ່ວຍໃຫ້ແນມເຫັນພາກຕົວຈິງຂອງຊີວິດ, ຢ່າງໜ້ອຍກໍແມ່ນຊີວິດຂອງ ຄົນລາວເຮົາເອງ. ປີໃໝ່ແຕ່ລະປີພວກເຮົາມັກຕໍ່ບັດສົ່ງ “ສ.ຄ.ສ” (ແປວ່າສົ່ງຄວາມສຸກ) ໃຫ້ກັນ ແລະ ກັນ, ແຕ່ກໍແປກທີ່ບາງຄົນຊອກສົ່ງ ສຄຊ (ສົ່ງຄວາມຊວຍ) ໃຫ້ແກ່ກັນຍາມປີໃໝ່ ເຊັ່ນປາກົດ ການຂ້າຟັນລັນແທງ, ປຸ້ນຈີ້ ຫລື ເອົາ ລົດແລ່ນຈູບກັນກາງຖະໜົນຈົນມີການລົ້ມຕາຍ ແລະ ບາດເຈັບ. ເມື່ອ ຮູ້ວັດທະຈັກຂອງຊີວິດທີ່ໜີບໍ່ມົ້ມ4 “ພ” ແລ້ວ ຈານແຍ່ຫວັງວ່າພວກເຮົາຈະມີສະຕິເພີ່ມຂຶ້ນ, ບໍ່ໃຊ້ຊີວິດດ້ວຍຄວາມປະໝາດຂາດທິດ. ພວກເຮົາຫລາຍຄົນກຳນົດເອົາປີໃໝ່ເປັນຈຸດເລີ່ມຕົ້ນຫັນປ່ຽນຊີວິດໄປໃນທາງທີ່ດີຂຶ້ນແຕ່ມີຈັກເປີເຊັນເຮັດໄດ້ຕາມທີ່ຕັ້ງໄວ້. ເຂົາວ່າການເລີ່ມຕົ້ນທີ່ດີນັ້ນ ເຮົາເຮັດໄດ້ທຸກໂອກາດທະແນມແຕ່ຢ່າຕົວະຕົນເອງ. ຈານແຍ່ວ່າບັດ ສຄສ ຈຳນວນ 10 ເຂັ້ງທີ່ໝູ່ສົ່ງໃຫ້ນັ້ນມັນບໍ່ມີຄ່າສໍ່າ ສຄສ ທີ່ເຮົາສ້າງຂຶ້ນເອງດ້ວຍຄວາມຕັ້ງໃຈດ້ວຍແຮງສັດທາວ່າຊີວິດນີ້ເປັນຂອງປະເສີດສຸດ ແລະ ທຸກໆຄົນມີມັນພຽງຄັ້ງດຽວເທົ່ານັ້ນ.

 

ທີ່ມາ: vtlaos.com