ຕາມຂ່າວ ຕ່າງປະເທດ, ວັນທີ 5 ຕຸລາ 2015, ເຈົ້າໜ້າທ່ີ ລັດເຊຍໃຫ້ຮູ້ວ່າ ລັດຖະມົນຕີ ວ່າການ ກະຊວງ ພະລັງງານ ຂອງລັດເຊຍ ຈະຈັດກອງປະຊຸມ ຮ່ວມກັບ ກຸ່ມໂອເປັກ ແລະ ບໍ່ແມ່ນສະມາຊິກ ຂອງ ອົງການໂອເປັກ ໃນທ້າຍເດືອນນີ້ ເພື່ອປືກສາຫາລື ກ່ຽວກັບ ລາຄານ້ຳມັນ ໃນຕະຫລາດໂລກ, ພ້ອມກັນນັ້ນ ຍັງ ກ່າວວ່າ: ການລົງທືນ ໃນຂົງເຂດ ນ້ຳມັນ ແມ່ນຫລຸດລົງ 20% ເຊິ່ງຖືເປັນຕົວເລກຕ່ຳສຸດ ໃນປະຫວັດສາດ ເນື່ອງຈາກວ່າ ຫລຸດລົງເຄິ່ງໜຶ່ງ ຂອງ ລາຄາ ປົກກະຕິ