ລັດຖະບານ ຈະສູ້ຊົນໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າລາຄາຖືກ
ນຳສະເໜີໂດຍ: ສອງມື ຄູ່ນີ້, ວັນທີ 27 ທັນວາ 2016
ຕະຫລອດໄລຍະ ຫລາຍປີທີ່ຜ່ານມາ ລັດຖະບານ ໄດ້ສຸມໃສ່ການພັດທະນາ ໂຄງການໄຟຟ້າ ທັງພະລັງງານນ້ຳ ແລະ ພະລັງງານຈາກຖ່ານຫີນ ເຊິ່ງປັດຈຸບັນ ສຳເລັດແລ້ວກວ່າ 40 ແຫ່ງ ແລະ ມີກຳລັງຕິດຕັ້ງກວ່າ 6.000 ເມກາວັດ, ພ້ອມນັ້ນ ໄດ້ສະໜອງໃຫ້ປະຊາຊົນ ໃນທົ່ວປະເທດ ໄດ້ຊົມໃຊ້ກວ່າ 90% ຂອງຄອບຄົວທັງໝົດ. ຢ່າງໃດກໍຕາມ ຍັງເຫັນວ່າປະຊາຊົນລາວ ໄດ້ຊົມໃຊ້ກະແສໄຟຟ້າ ທີ່ມີລາຄາຂ້ອນຂ້າງສູງ ເພາະທຸກໂຄງການ ລ້ວນແຕ່ເປັນການລົງທຶນ ຂອງຕ່າງປະເທດ ແລະ ມີໄລຍະສຳປະທານ ໄລຍະຍາວ, ແຕ່ລັດຖະບານ ກໍໄດ້ມີຄວາມພະຍາຍາມສູ້ຊົນ ໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ຖືກລົງ ໃນອະນາຄົດ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບເລື່ອງນີ້ ຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກ ພັກ-ລັດຖະບານ ໄດ້ມີນະໂຍບາຍພັດທະ ນາ ຂະແໜງໄຟຟ້າ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ຈະເລີນກ້າວໜ້າ ຈຶ່ງໄດ້ອະນຸຍາດ ໃຫ້ຕ່າງປະເທດ ເຂົ້າມາລົງທຶນກໍ່ສ້າງ ແລະ ສຳປະທານ ເປັນເວລາຫລາຍປີ ພໍສົມຄວນ. ສະນັ້ນ ຫາກເມື່ອໂຄງການໄຟຟ້າແຫ່ງຕ່າງໆ ສິ້ນສຸດໄລຍະ ການສຳປະທານ ແລະ ຢູ່ໃນການຄຸ້ມຄອງບໍລິການໂດຍກົງ ຂອງລັດຖະບານ, ລວມທັງການກຳເນີດເກີດຂຶ້ນ ຂອງພາກອຸດສາຫະກຳ ທີ່ນຳໃຊ້ໄຟຟ້າ ແບບຖາວອນ ແລະ ໝັ້ນຄົງ ຈຳນວນຫລາຍ ໃນທົ່ວປະເທດ, ເວລານັ້ນ ການຊົມໃຊ້ໄຟຟ້າຂອງປະຊາຊົນ ກໍຈະມີລາຄາທີ່ຖືກລົງ.
ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວຕື່ມວ່າ: ການທີ່ລັດຖະບານ ໄດ້ເລັ່ງພັດທະນາ ໂຄງງການໄຟຟ້າຫລາຍແຫ່ງ ນອກຈາກຈະປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແລ້ວ ຍັງຈະກ້າວເປັນ ປະເທດໝໍ້ໄຟອາຊຽນ ແລະ ຕອບສະໜອງໃຫ້ ປະຊາຊົນໄດ້ບໍລິໂພກ ນັບມື້ຫລາຍຂຶ້ນ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ກໍໄດ້ມີການກຳນົດ ລາຄາໄຟຟ້າ ທີ່ມີຄວາມເໝາະສົມ ຖ້າປຽບທຽບກັບ ບັນດາປະເທດເພື່ອນມິດອາຊຽນດ້ວຍກັນ. ສະເພາະປີ 2016 ລັດຖະບານ ໄດ້ມີນະໂຍບາຍປັບປຸງ ແກ້ໄຂລາຄາໄຟຟ້າຕື່ມອີກ ໃຫ້ມີຄວາມເໝາະສົມກວ່າເກົ່າ ເຊິ່ງມີເຖິງ 6 ຂັ້ນຕອນ ຂອງການຄິດໄລ່ ແລະ ມີທັງລາຄານະໂຍບາຍ, ລາຄາປະຢັດ, ລາຄາຊົມໃຊ້ຫລາຍ ແລະ ອື່ນໆ ອັນໄດ້ສ້າງຄວາມເພິ່ງພໍໃຈ ກັບພໍ່ແມ່ປະຊາຊົນ, ຕະຫລອດເຖິງ ພະນັກງານ ແລະ ທະຫານ-ຕຳຫລວດ ເປັນຢ່າງດີ. ແນວໃດກໍດີ ຮອດປີ 2020 ສປປ ລາວ ກໍຈະສໍາເລັດໂຄງການໄຟຟ້າ ລວມທັງໝົດກວ່າ 90 ແຫ່ງ ເຊິ່ງຈະໄດ້ຕອບສະໜອງ ການຊົມໃຊ້ຂອງປະຊາຊົນ ພາຍໃນ ແລະ ສົ່ງຂາຍຕ່າງປະເທດ ສ້າງລາຍຮັບ ອັນມະຫາສານ ເຂົ້າງົບປະມານແຫ່ງຊາດ ແລະ ປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ສຳເລັດຢ່າງສົມບູນ.
ຂໍ້ມູນຈາກ: http://kpl.gov.la/detail.aspx?id=20601/Pathedlao Lao