ບັນຫາເລື່ອງສ່ວນເກີນທີ່ເກີດຂຶ້ນໃນບໍລິເວນຮອບແອວ ແລະໜ້າທ້ອງຖືເປັນບັນຫາໃຫຍ່ຫຼວງຕໍ່ຮູບຮ່າງຂອງຜູ້ຍິງ ບາງຄົນເຖິງວ່າຈະຈ່ອຍແຕ່ກໍມີຫນ້າທ້ອງ. ເຊື່ອວ່າຜູ້ຍິງເກີນກວ່າ50% ພົບກັບບັນຫາກ່ຽວກັບຫນ້າທ້ອງ.
# ການມີໜ້າທ້ອງ ຫຼື ມີພຸງເກີດຈາກສາເຫດຫຼັກໆຄື:
- ໄຂມັນສ່ວນເກີນໃນບໍລິເວນຮອບແອວ ແລະ ໜ້າທ້ອງ
- ກະເພາະ ແລະລຳໄສ້ໃຫຍ່,ມີແກັສຫຼາຍໃນກະເພາະອາຫານຫຼື ອາຫານບໍ່ຍ່ອຍ
- ການໃກ້ຈະເປັນປະຈຳເດືອນ ທີ່ຈະມີເລືອດຄັ່ງບໍລິເວນທ້ອງນ້ອຍ ແລະ ຮູ້ສຶກອຶດອັດ
- ໜ້າທ້ອງໜາ ຫຼືຢ່ອນຍານ ໂດຍສະເພາະແມ່ຍິງທີ່ເຄີຍຖືພາມາແລ້ວ
#ຮອບແອວເທົ່າໃດຈຶ່ງເໝາະສົມ?
ເອົາລວງສູງຂອງທ່ານມາຫານສອງ ຜົນລັບທີ່ໄດ້ຄືຂະໜາດຮອບແອວ'ຫຼາຍສຸດ'ຂອງທ່ານ
ຕົວຢ່າງ ຄົນທີ່ມີລວງສູງ160 cm ຄວນມີຮອບແອວບໍ່ກາຍ 80cm ຫຼື 32ນິ້ວ
#ວິທີແກ້ໄຂ ແລະ ຈັດການກັບບັນຫາຫນ້າທ້ອງ
- ອອກກຳລັງກາຍຢ່າງສະໝຳ່ສະເໝີ ອາດຈະແມ່ນການຫຼິ້ນໂຍຄະ, ບໍລິຫານໜ້າທ້ອງ ຫຼືເຕັ້ນກໍໄດ້. ສ່ວນການຊິດອັບກໍຕ້ອງເຮັດໃຫ້ຖືກວິທີ ແລະຄວາມເໝາະສົມຂອງສະພາບຮ່າງກາຍແຕ່ລະບຸກຄົນ. ແຕ່ຖ້າໃຜບໍ່ມີເວລາອອກກຳລັງກາຍຂໍແນະນຳໃຫ້ຍ່າງເລື້ອຍໆວິທີນີ້ກໍຊ່ວຍປ້ອງກັນບໍ່ໃຫ້ມີໜ້າທ້ອງ ຈາກຜົນການວິໄຈພົບວ່າ ຜູ້ຍິງທີ່ຍ່າງເປັນປະຈຳຈະມີແອວບາງກວ່າຜູ້ບໍ່ໄດ້ຍ່າງ 25%.
- ກິນອາຫານພວກເສັ້ນໄຍໄຟເບີ້ເພື່ອການຂັບຖ່າຍທີ່ສະດວກ ເຊັ່ນ : ຜັກໃບຂຽວ, ຜັກທີ່ມີເມືອກເຊັ່ນ: ຜັກປັງ, ຜັກບົ້ງ, ຜັກອີ່ຮຸມ; ຖົ່ວຊະນິດຕ່າງໆ ແລະຫມາກໄມ້.
- ຫຼີກລ້ຽງອາຫານຫວານຈັດ ແລະໄຂມັນລວມໄປເຖິງຈຳພວກເຫຼົ້າເບຍທັງໝົດທີ່ເປັນສາເຫດຫຼັກຂອງການມີໜ້າທ້ອງ ຈົ່ງຈື່ໄວ້ເລີຍວ່າ ທ່ານຈະບໍ່ມີທາງມີແອວຄອດກິ້ວ ແລະໜ້າທ້ອງແບນໆເດັດຂາດຖ້າຍັງບໍ່ເຊົາດື່ມເບຍເປັນປະຈຳ!
- ຮຽນຂັບຖ່າຍໃຫ້ເປັນເວລາ ແລະສະໝ່ຳສະເໝີເພື່ອບໍ່ໃຫ້ມີອາຫານບູດເນົ່າກັກຄ້າງຢູ່ໃນລຳໄສ້ເປັນເວລາດົນ ອາດເຮັດໃຫ້ທ້ອງອືດທ້ອງເຟີ້, ກິນໂຕບໍ່ສະອາດ ແລະຜິວພັນຫມອງຫມົ່ນ
- ເຝິກຂະແມ່ວທ້ອງໄວ້ເລັກນ້ອຍເລື້ອຍໆຈົນເປັນນິໄສ ເພາະນອກຈາກຈະເຮັດໃຫ້ບຸກຄະລິກສະຫງ່າງາມ ແລະຍັງເຮັດໃຫ້ກ້າມທ້ອງແຂງແຮງອີກດ້ວຍ (ຂໍ້ນີ້ໃຊ້ໄດ້ຜົນກັບນາງແບບຫລາຍຄົນ)
#ເຄັດລັບການແຕ່ງຕົວປິດບັງສ່ວນເກີນໜ້າທ້ອງ: -
- ນຸ່ງເສື້ອສີເຂັ້ມພໍດີຮູບຮ່າງບໍ່ຮັດແໜ້ນ, ຫຼີກລ້ຽງຜ້າຍືດບາງໆ ຫຼືຜ້າແນບເນື້ອຢ່າງເດັດຂາດເພາະມັນຍິ່ງເນັ້ນໜ້າທ້ອງອອກມາເປັນຊັ້ນໆຈົນຄົນເຫັນຮັບບໍ່ໄດ້
- ຫຼີກລ້ຽງເສື້ອຜ້າລາຍຂວາງສີສົດໆ ເພາະມັນຍິ່ງເຮັດໃຫ້ເຮົາບໍ່ມີແອວ
- ຢ່າຄິດວ່າໂສ້ງແອວສູງຈະປົກປິດໜ້າທ້ອງໄດ້ເພາະມັກຍິ່ງເນັ້ນໃຫ້ເຫັນຊ້ຳອີກ
- ບໍ່ຄວນນຸ່ງສິ້ນແອວລອຍ ຄວນນຸ່ງສິ້ນຫົວສູງພຽງແຕ່ສາຍບື ແລະເອົາເສື້ອເຂົ້າໃນສິ້ນ
- ປິດບັງສ່ວນເກີນຂອງທ່ານດ້ວຍເສື້ອຄຸມ ຫຼືເສື້ອແວັດສຸພາບກໍໄດ້ແລ້ວແຕ່ໂອກາດ
- ຢ່າພະຍາຍາມໃສ່ເຄື່ອງປະດັບຫຼື ອີ່ຫຍັງກໍຕາມທີ່ເຮັດໃຫ້ບໍລິເວນແອວຂອງທ່ານສະດຸດຕາຄົນອື່ນ ຈົ່ງບ່າຍບ່ຽງຄວາມສົນໃຈນັ້ນໄປທີ່ກະເປົ່າໜ່ວຍງາມໆຫຼື ເກີບສົ້ນສູງຄູ່ສະຫງ່າຂອງທ່ານກໍໄດ້
- ກະໂປ່ງຊົງເອສີເຂັ້ມຍາວພຽງຫົວເຂົ່າຈະຊ່ວຍປົກປິດໜ້າທ້ອງ ແລະຕົ້ນຂາໄດ້ເປັນຢ່າງດີ.