ມີພໍ່ທຸກໆມັນຜິດຫວາ

ມື້ນີ້ເລີກວຽກໄວເລີຍພາອານົນໄປຊື້ເຄື່ອງໄຊ້ທີ່ຫ້າງສັບພະສິນຄ້າແຫ່ງໜຶ່ງຖ້າຕໍ່ແຖວຈ່າຍເງີນດົນຫຼາຍອານົນກໍ່ເລີ່ມຂັດ ຢາກນອນ ສັງເກດວ່າຄິວດ້ານໜ້າມາກັນເປັນຄອບຄົວ ມີພໍ່ແມ່ລູກສາວອາຍຸປະມານອານົນກັບຜູ້ຊາຍອາຍຸສູງຄົນໜຶ່ງ ທີ່ເດັກນ້ອຍຄົນນັ້ນເອີ້ນວ່າ ປູ່ ລົມກັນຍີ້ມແຍ້ມແຈ່ມໃສດີ ຊື້ເຄື່ອງໄຊ້ລົ້ນກະຕ່າເລີຍ

ພໍແຄັດເຊີຍໄລ່ເງິນຂອງຄອບຄົວນີ້ແລ້ວໄດ້ຍິນຄ້າວໆວ່າ ທັ້ງໝົດ ສີ່ແສນປາຍ ຜູ້ເປັນປູ່ເປັນຄົນເປີດກະເປົ໋າເງິນເກົ່າໆຈະຈ່າຍເງິນ ພ້ອມເຮັດທ່າທາງ ອ້ຳອຶ້ງ ມີລູກຊາຍແລະລູກໄພ້ຈ້ອງຕາເບິ່ງແບບບໍ່ຍີ່ມ

ວ່າຈັ່ງໃດພໍ່ ຈ່າຍໃຫ້ເຂົາເຈົ້າແມະ ລູກຊາຍບອກ ປູ່ຄົນນັ້ນຍັງທຳທ່າອ້ຳອື້ງ

ໃສລູກເບິ່ງແນ່ ມີເງິນທໍ່ໃດ ປູ່ຄົນນັ້ນຍື່ນກະເປົ໋າເງິນໃຫ້ເບິ່ງທາງໃນ

ອ້າວ ໃສວ່າມີເງິນຫຼາຍ ແລ້ວແບບນີ້ຊິຊວນມາຊື້ເຄື່ອງເຮັດຫຍັງ ບໍ່ມີເງິນຈ່າຍກະບອກ ອາຍຄົນເດ້

ລູກຊາຍແລະລູກໄພ້ພາກັນເບິ່ງປູ່ຄົນັ້ນດ້ວຍສາຍຕາທີ່ເໝືອນດູຖູກ ລຳຄານ

ໃນທີ່ສຸດເຂົາກໍ່ພາກັນເຮັດໃນສິ່ງທີ່ເຮົາບໍ່ຢາກຈະເຊື່ອສາຍຕາໂຕເອງ ຄືອຸ້ມລູກຢ່າງໜີໄປເລີຍ ພ້ອມກັບຄຽດແກ່ງຫົວແບບອາລົມເສຍ ບໍ່ສົນໃຈລູກສາວທີ່ຮ້ອງວ່າ ປູ່ໆໆໆໆ ມານຳກັນພີ້

ປູ່ຍືນຄໍຕົກ ໜ້າເສົ້າຢູ່ໜ້າແຄັດເຊີຍ ພໍພະນັກງານຖາມວ່າຈະເຮັດຈັ່ງໃດ ປູ່ເປີດກະເປົ໋າເງິນໃຫ້ພະນັກງານເບິ່ງແລ້ວບອກວ່າໃຫ້ໄລ່ເງິນຕາມນີ້ ໄດ້ເຄື່ອງເທົ່າໃດເອົາເທົ່ານັ້ນ ພະນັກງານນັບແລ້ວມີ ສາມແສນປາຍ

ລະວ່າງຖ້າແຄັດເຊຍໄລ່ເງິນໃໝ່ໄດ້ຍິນປູ່ເລົ່າວ່າບ້ານຢູ່ຕ່າງແຂວງລູກຫຼານບໍ່ໄປຫາດົນແລ້ວ ລາວຈຶ່ງຕັດສິນໃຈລວບລວມເງິນທັ້ງໝົດທີ່ມີຈ້າງລົດເມເຂົ້າມາຍາມລູກຫຼານໃນເມືອງ ແລ້ວຊວນອອກມາຊື້ເຄື່ອງ ລູກລາວກໍ່ບໍ່ຖາມຈັກຄຳວ່າມີເງິນເທົ່າໃດ ຈັບເຄື່ອງເອົາຕາມໃຈມັກ ລາວກໍ່ບໍ່ຮູ້ລາຄາເຄື່ອງ

ເພາະຢູ່ບ້ານນອກກໍ່ຊື້ຮ້ານຂາຍເຄື່ອງເລັກໆນ້ອຍໆ ສອງພັນກີບ ຫ້າພັນກີບ ໃຜຊິຮູ້ວ່າເຄື່ອງຂອງໃນຮ້ານຄ້າໃນເມື່ອງໃຫຍ່ເຂົາຊື້ກັນເທື່ອລະແສນປາຍສອງແສນ

ເຮົາຈ່າຍເງິນແລ້ວຍັງເຫັນປູ່ຄົນນັ້ນຍ່າງວົນຢູ່ແຖວນັ້ນ ກໍ່ເລີຍຖາມລາວວ່າ ຈະກັບຈັ່ງໃດ ລາວບອກວ່າພໍຂື້ນລົດກັບບ້ານເປັນ ອ້າວແລ້ວເງິນເດ່ ມື້ກີ້ຈ່າຍໄປໝົດແລ້ວນິ ແຕ່ກະຍັງລັງເລຢູ່ຢ້ານລູກກັບມາແລ້ວບໍ່ພົບເບີໂທສັບລູກກໍ່ບໍ່ຮູ້

ເລີຍຕັດສິນໃຈພາປູ່ໄປພະແນກປະສາສຳພັນປະກາດຫາລູກ ຈາກນັ້ນເຮົາບອກໃຫ້ຖ້າແປັບໜຶ້ງ ຖ້າລູກບໍ່ມາແທ້ໆ ໃຫ້ໄປຂື້ນລົດຢູ່ຄິວ ຝາກພະນັກງານປະຊາສຳພັນໄວ້ ວ່າໃຫ້ຢ້ຳປູ່ອີກເທື່ອໜຶຶ້ງຢ້ານລາວລືມ ພ້ອມໃຫ້ເງິນຄ່າລົດກັບບ້ານໄວ້ ໃຈແທ້ຢາກຢູ່ເບິ່ງອີກ ແຕ່ອານົນໄຫ້ຄັດຢາກກັບບ້ານ

ປູ່ນ້ຳຕາໄຫຼບອກເຮົາວ່າ ມັນຄົງບໍ່ຖີ້ມປູ່ແທ້ດອກ ນີ້ເຄື່ອງກະໄດ້ຫຼາຍຢ່າງຢູ່ເຖິງຈະຊື້ໄດ້ບໍ່ໝົດ ມັນບໍ່ເຄີຍກັບໄປຫາປູ່ເລີຍເພາະປູ່ມັນທຸກ ບໍ່ມີສົມບັດອິຫຍັງໃຫ້ ເຮົາປອບໃຈລາວໄປບອກວ່າດຽວເຂົາກໍ່ກັບມາ ສົງໃສຢ່າງໄປເລາະເບິ່ງອັນອື່ນໃຈເຍັນໆ

ແລ້ວເຮົາກໍ່ກັບບ້ານດ້ວຍຄວາມຮູ້ສຶກທີ່ບອກບໍ່ຖຶກເລີຍ ຫຼຽວຫຼັງກັບໄປເບິ່ງປູ່ຍັງຢືນຄໍຕົກຢູ່ບ່ອນເກົ່າ ໃນໃຈຄິດວົນວຽນຕະຫຼອດວ່າ

ນີ້ເຂົາເຮັດແບບນີ້ກັບພໍ່ຂອງໂຕເອງໄດ້ແນວໃດ

ພໍ່ບໍ່ມີເງິນພໍນິໃດ໋ ມັນຜິດຫວາ ເຂົາບໍ່ຮູ້ຫວາວ່າເງິນເທົ່ານີ້ອາດຈະເປັນເງິນທັ້ງໝົດທີ່ປູ່ທ້ອນມາຕະຫຼອດຊີວິດກໍ່ເປັນໄດ້ ຢູ່ຊົນນະບົດຈະໄປຫາເງິນທາງໃດອາຍຸກໍ່ຫຼາຍແລ້ວ

ແລ້ວເຂົາຈະສອນລູກໃຫ້ກະຕັນຍູຕໍ່ພໍ່ແມ່ໄດ້ຈັ່ງໃດ ແນວເຮັດພຶດຕິກຳແບບນີ້ກັບພໍ່ໂຕເອງໃຫ້ລູກເຫັນ

ແມ່ນຢູ່ ພື້ນຖານຄອບຄົວນີ້ອາດຈະມີອິຫຍັງທີ່ເລິກເຊິງຫຼາຍກວ່ານີ້ ແຕ່ເປັນເຮົາ ເຮົາຄົງບໍ່ມີທາງຖິ້ມພໍ່ໃຫ້ໄດ້ຮັບຄວາມເຈັບປວດອັບອາຍຈາກການທີ່ບໍ່ມີເງິນຊື້ເຄື່ອງໃຫ້ລູກຫຼານໄດ້ພໍແບບນີ້ດອກ ເປັນເຮົ່າ ເຮົາຄົງບອກພໍ່ວ່າ ບໍ່ເປັນຫຍັງດອກພໍ່ ໄປກັບບ້ານເຮົາ