ມາ­ຮູ້­ຈັກ­ກັບ ດາວຍົມ Pluto

         ນັບວ່າເປັນ­ອີກເຫດ­ການ­ນຶ່ງ­ທີ່ໜ້າ­ຕື່ນເຕັ້ນໃນ­ວົງ­ການ­ສຶກ­ສາ­ຄົ້ນຄ້­ວາ­ທາງ­ດາ­ຣາ­ສາດ ໃນ­ປີ 2015 ຊ່ວງ­ກາງເດືອນ­ກໍລະ­ກົດ ເມື່ອວັນ­ທີ14 ຜ່ານ­ມານີ້ ເມື່ອມີການ­ອອກຂ່າວກ່ຽວກັບ­ຍານ­ສໍາ­ຫຼວດອະ­ວະ­ກາດ ນິວ ຮໍຣີຊົນ New Horizons spacecraft ທີ່­ຖືກ­ສົ່ງ­ອອກ ຈາກໂລກ­ຂອງເຮົາເມື່ອປີ 2006 ໄປຫາດາວຍົມ Pluto ແລະ­ມີເປົ້າ­ໝາຍຈະ­ເຂົ້າໄປສຶກ­ສາໃນເຂດ­ວົງແຫວນ ກີບເປີ Kuiper belt ອັນເປັນ­ວົງແຫວນ­ທີ່ເປັນ­ວົງ­ຮອບ­ຢູ່ອ້ອມ­ຖັດໄປຈາກ­ວົງໂຄຈອນ­ຂອງ­ດາວເກດ Neptune ຊຶ່ງ­ຖືວ່າວົງແຫວນ­ດັ່ງກ່າວກໍເປັນ ສ່ວນ ປະ­ກອບ ໃນລະ­ບົບ­ຕາເວັນ­ຂອງ­ພວກເຮົາ. ຊຶ່ງປະ­ຈຸບັນ ນັກ­ຄົ້ນຄ້­ວາໄດ້­ພົບວ່າ ດາວຍົມ­ບໍ່ໄດ້ເປັນ­ດາວເຄາະ­ດວງ­ສຸດທ້າຍ ທີ່ໂຄຈອນ ອ້ອມ­ຮອບ­ຂອບ­ນອກ­ສຸດໃນລະ­ບົບ­ຕາເວັນ­ຂອງ­ພວກເຮົາ ແຕ່­ກໍຍັງ­ພົບເຫັນ­ດາວເຄາະ­ທີ່­ຊື່ວ່າ ແອຣິດ Eris ທີ່ປະ­ກອບດ້ວຍ ນໍ້າແຂງ ທີ່ແໜ້ນ­ໜາ ໂດຍ­ກິນ­ບໍລິມາດ30% ຊື່ງແໜ້ນ­ໜາກ່­ວາດາວຍົມ ອັນເຮັດໃຫ້ຄວາມເຊື່ອທີ່ແກ່­ຍາວມາແລ້ວ 76ປີ ວ່າດາວຍົມເປັນ ດາວເຄາະ­ດວງ­ສຸດທ້າຍໃນລະ­ບົບໄດ້­ສິ້ນ­ສຸດ­ລົງ ແຕ່ເຖິງຢ່າງໃດ­ກໍຕາມ ດາວຍົມ ແລະ­ແອຣິດ­ກໍຍັງ­ອາດ­ຖືກ­ຈັດ­ຢູ່ໃນສະ­ຖານະ­ທີ່ ເປັນ­ດາວເຄາະ­ນ້ອຍ ຫຼື້­ດາວເຄາະ­ແຈ້­ຢູ່ (dwarf planet)ນັ້ນເອງ. 

         ສິ່ງຫ­ນຶ່ງ­ທີ່­ທຸກໆ­ຄົນ­ຮູ້­ຈັກ­ນັ້ນ­ກໍຄື ເຮົາ­ຮູ້­ຈັກ­ລາຍລະ­ອຽດກ່ຽວກັບ­ດາວຍົມໜ້ອຍ­ທີ່­ສຸດ ເພາະ­ວ່າມັນ­ມີຂະ­ໜາດນ້ອຍ ແລະ­ໄກ­ໝູ່ ຊຶ່ງເມື່ອສັງເກດ­ຈາກໂລກ­ພວກເຮົາກໍເຫັນ­ຄວາມ ລະ­ອຽດກ່ຽວກັບ­ມັນໜ້ອຍ­ທີ່­ສຸດ­ຢູ່­ນັ້ນເອງ. ຍານອະ­ວະ­ກາດ ນິວຮໍຣິຊົນ ຖືກ ອອກແບບເພື່ອໄປສໍາ­ຫຼວດໃຫ້­ຮູ້ຈະ­ແຈ້ງ­ດີຂຶ້ນ. ໂດຍໃຊ້ເວລາໃນ­ການ­ບິນແຕ່ໂລກເຮົາໄປຫາ ດາວຍົມ ຮອດ9ປີ ໂດຍຜ່ານ ໄລຍະ­ທາງ­ຮອດ 4,8 ພັນລ້ານkm ແລະ­ໃຊ້ຄວາມໄວ 50ພັນkm/ຕໍ່­ຊົ່ວໂມງ. ປະ­ຈຸບັນ­ສາມາດຖ່າຍ­ພາບ­ຂອງ­ດາວຍົມ ແລະ­ ເດືອນ­ຂອງ­ມັນ­ຊື່ວ່າ ຊາ­ຣອນ Charon ໂດຍໄດ້ຄວາມລະ­ອຽດກ່­ວາ­ທີ່ເຄີຍເຫັນ­ຮູບ­ຂອງ­ມັນຜ່ານ­ມາ ນອກ­ຈາກ­ຊາ­ຣອນແລ້ວ ດາວຍົມ­ຍັງ­ມືເດືອນໜ່ວຍນ້ອຍໆ­ອີກ­ຮອດ­ສີ່ໜ່ວຍ­ຄື ນິກ Nix, ໄຮດ­ຣາ Hydra, ແກກເບ­ຣົດ Kerberos ແລະ­ສະ­ຕິກ Styx. ດາວຍົມໂຄຈອນອ້ອມ­ຕາເວັນໄດ້ຮອບ­ນຶ່ງໃຊ້ເວລາ 248ປີ. 
         ສໍາ­ລັບ­ພວກ­ທີ່ເຄີຍ­ຖອດ­ຖອນສະ­ຖານະ­ຂອງ­ດາວຍົມ­ມາເປັນ­ດາວເຄາະ­ແຈ້­ນັ້ນຍ່ອມ­ບໍ່­ມີຄວາມ­ຕື່ນເຕັ້ນ­ພໍ ປານໃດ. ແຕ່ວ່າມັນ­ມີ ຫຼາຍຢ່າງ­ທີ່ນອກເໜືອໄປຈາກ­ສິ່ງ­ທີ່­ຮູ້­ຈັກ­ກັນ­ມາແລ້ວນັ້ນ. ນິວຮໍຣີຊົນ ຍັງ­ມີເປົ້າ­ໝາຍໄປໄກກ່­ວານັ້ນ­ອີກ ເພາະ­ມັນຈະ­ຊ່ວຍໃຫ້ ນັກ­ດາ­ຣາ­ສາດເຂົ້າໃຈເພີ່ມເຕີມ ຂົງເຂດໃໝ່­ທີ່ປະ­ກອບ­ຢູ່ໃນລະ­ບົບ­ຕາເວັນ. ຢ່າງໃດ­ກໍຕາມ ປະ­ຈຸບັນເຮົາ­ຮູ້­ຈັກກ່ຽວກັບສະ­ພາບ ແວດລ້ອມ­ຂອງ­ດາວຍົມເພີ່ມ­ຂຶ້ນ .

         ດາວຍົມ ນອນ­ຢູ່ໃນ­ຂອບແຄມດ້ານໃນ­ຂອງ­ວົງແຫວນ ກີບເປີKuiper Beltທີ່­ຖັດ­ຈາກ­ວົງໂຄຈອນ­ຂອງ­ດາວເກ­ດ­ອອກ­ມາ. ວົງແຫວນ­ດັ່ງກ່າວປະ­ກອບດ້ວຍ ວັດ­ຖຸຕ່າງໆ­ຈໍານວນ ກ່­ວານຶ່ງແສນກ້ອນ ອັນ­ມີຂະ­ໜາດເສັ້ນຜ່າ­ສູນ­ກາງປະ­ມານ 100km ແລະ­ຍັງ­ມີຈໍານວນ­ຫຼວງ­ຫຼາຍ­ທີ່­ມີຂະ­ໜາດນ້ອຍກ່­ວານັ້ນ ແລະ­ແຕ່ລະ­ໜ່ວຍ­ກໍມີລັກສະ­ນະ­ສະ­ເພາະ­ຕົວຂອງ­ມັນ ຕົວຢ່າງເຊັ່ນ ດາວເຄາະ­ແຈ້ ແອຣິດ Eris ກໍເປັນໜ່ວຍ­ທີ່ແໜ້ນ­ໜາ­ທີ່­ສຸດປະ­ກອບ­ຢູ່ໃນ­ວົງແຫວນດ່ັງກ່າວ ແລະ­ມັນ­ກໍຍັງ­ມີຊັ້ນ­ບັນ­ຍາກາດ ແລະ­ມີລັກສະ­ນະ­ທີ່­ໜາວເຢັນກະ­ດ້າງ­ຕາມ­ຜິວໜ້າ­ຂອງ­ມັນ ພ້ອມ­ທັງ­ຍັງເກີດ­ມີການລະ­ເຫີຍ­ຕົວຊ່ວງໂຄຈອນໃກ້­ຕາເວັນ ຕາມ­ຮອບ­ອາຍຸເກືອບ­ທຸກໆ­558ປີ ທີ່­ມັນໂຄຈອນອ້ອມ­ຕາເວັນໄດ້ຮອບ­ນຶ່ງ. ນອກ­ຈາກ­ນັ້ນ­ກໍຍັງ­ມີດາວເຄາະ­ແຈ້ ທີ່ຮ້ອງວ່າ ໂຮເມັຍ Haumea ມີລັກສະ­ນະ­ຮູບ­ຊົງ ຄ້າຍ­ຄືໝາກ­ບານ­ຮູບກ້ອນເຂົ້າ­ຈີ່ American football-shaped ມັນ­ປິ່ນ­ໝູນອ້ອມໂຕເອງ­ຮອບ­ນຶ່ງໄດ້ໄວກ່­ວາ­ໝູ່ ຊຶ່ງໄວກ່­ວາ ກ້ອນ­ວັດ­ຖຸອື່ນໆ­ໃນລະ­ບົບ­ຕາເວັນ ແລະ­ເປັນ­ທີ່ເຂົ້າໃຈວ່າ ການເກີດ­ການ­ປິ່ນລ້ວງຄ້­ວາງ­ຂອງ­ມັນເປັນ­ຜົນ­ທີ່ເກີດ­ມາ­ຈາກ ການ­ຊົນ­ກັນ ຂອງເສດ­ຊິ້ນສ່ວນກ້ອນ­ນໍ້າແຂງ­ທີ່­ມາ­ຊົນ­ຕໍາມັນ. ສ່ວນ­ວັດ­ຖຸອີກກ້ອນ­ນຶ່ງ­ທີ່ຮ້ອງວ່າ ເມັກເມັກ Makemake ມີຜິວໜ້າ­ຄ້າຍ­ຄື ໂຮງ ງານເຄມີ ມັນ­ມີລັກສະ­ນະ­ຄ່ອຍໆ­ປ່ຽນແປງຢ່າງຊ້າໆ­ ເຮັດໃຫ້ແຜ່ນກ້ອນ­ນໍ້າແຂງເມ­ຕານ ເປື່ອຍ­ກາຍໄປເປັນ­ນໍ້າແຂງຊະ­ນິດ­ອື່ນ ຊຶ່ງ­ລັກສະ­ນະ­ດັ່ງກ່າວນີ້­ບໍ່ເຄີຍ­ພົບເຫັນປະ­ກົດ­ການແບບ­ນີ້ໃນຫ້ອງ­ທົດ­ລອງເຄມີໃນໂລກ­ຂອງ­ພວກເຮົາເລີຍ ນອກ­ຈາກ­ນັ້ນ­ຍັງປະ­ກອບ ດ້ວຍ ວັດ­ຖຸເປັນໜ່ວຍ­ທີ່­ມີຊື່ວ່າ ກາອົວ Quaoar ແລະ­ອອກ­ກັດ Orcus ແລະ­ເຊັດ­ນາ Sedna ທີ່­ມີລັກສະ­ນະ­ເປັນກ້ອນ­ນໍ້າແຂງ ສີຂາວ ຫຼືນໍ້າ­ໝອກ­ຂາວ Snow White ແລະ­ອື່ນໆ­. 
         ຍານອະ­ວະ­ກາດ ນິວຮໍຣີຊົນ ຍັງພະ­ຍາຍາມ­ຊອກ­ຄໍາ­ຕອບກ່ຽວກັບ­ດາວຍົມ ວ່າມັນເກີດ­ຂຶ້ນໄດ້ຢ່າງໃດ? ຊັ້ນ­ບັນ­ຍາກາດ­ຂອງ­ມັນ ປະ­ກອບດ້ວຍຫຍັງ? ຜິວໜ້າ­ຂອງ­ມັນເປັນແນວໃດ? ມັນ­ມີທົ່ງແມ່ເຫຼັກ­ບໍ? ເດືອນ­ຂອງ­ມັນເປັນແນວໃດ? ມັນ­ມີມະ­ຫາ­ສະ­ມຸດ ຊຸກເຊື່ອງ­ຢູ່ໃຕ້­ຊັ້ນ­ຜິວໜ້າເປືອກໂລກ­ຂອງ­ມັນ­ບໍ? ຜິວໜ້າ­ຂອງເດືອນ­ຊາ­ຣອນປະ­ກອບດ້ວຍ­ນໍ້າກ້ອນ­ບໍລິຸດ­ບໍ? ດັ່ງ­ນີ້ເປັນ­ຕົ້ນ.

 

         ຊັ້ນ­ບັນ­ຍາກາດ­ຂອງ­ດາວຍົມ: ສ່ວນເລື່ອງກ່ຽວກັບ­ຊັ້ນ­ບັນ­ຍາກາດ ມີຜູ້­ສຶກ­ສາ­ຮ່ວມຂະ­ບວນ­ການ­ຄົ້ນຄ້­ວາ­ຮ່ວມ­ກັບໂຄງ­ການ­ຂອງ­ຍານ ນິວຮໍຣີຊົນ ທ່ານ ມີແຊນ ຊໍາເມີ Michael Summers ໄດ້­ລາຍ­ງານວ່າ ຊັ້ນ­ບັນ­ຍາກາດ­ຂອງໂລກ ມີຄວາມ­ໜາ­ຊຶ່ງ­ສົມສ່ວນ­ກັບ ເສັ້ນ­ລັດສະ­ໝີຂອງໂລກເຮົາ ຊຶ່ງ­ໝາຍ­ຄວາມວ່າມັນ­ມີຄວາມ­ກົດ­ດັນໃຫ້­ມີຄວາມ­ໜາ­ປະ­ມານ 10km ມັນ­ກໍສົມສ່ວນເກັບເສັ້ນ­ລັດສະ­ໝີ ຂອງໂລກ 6370km ຊຶ່ງ­ຄິດເປັນ­ພຽງ 0,17%ຂອງ­ລັດສະ­ໜີໂລກເຮົາ.ແຕ່ຖ້າ­ຄິດໄລ່­ຊັ້ນ­ບັນ­ຍາກາດ­ຂອງໂລກ­ຮວມ­ທັງ­ຊັ້ນ­ອື່ນໆ­ ຖັດ­ອອກໄປຮອດ­ຊັ້ນ ເອັກໂຊດສແຟ exosphere ແລ້ວມັນ­ມີຄວາມ­ໜາ­ຮອດ 600km ແລະ­ຄິດໄລ່ເປັນ 10% ຂອງເສັ້ນ ລັດສະ­ໝີໂລກ. 
         ຖ້າ­ທຽບໃສ່­ຊັ້ນ­ບັນ­ຍາກາດ­ຂອງ­ດາວຍົມແລ້ວ ຊັ້ນ­ບັນ­ຍາກາດ­ທີ່­ຕິດ­ກັບ­ຜິວໜ້າດາວຍົມ­ມີຄວາມ­ໜາ­ຮອດ40km ກິນ­ອັດ­ຕາ­ສ່ວນ 4%ເມື່ອທຽບໃສ່ເສັ້ນ­ລັດສະ­ໝີຂອງ­ດາວຍົມ­ຊຶ່ງ­ມີ 1200km. ສ່ວນ­ຊັ້ນ­ບັນ­ຍາກາດ­ຖັດໄປຈາກ­ຊັ້ນ­ປົກ­ຜິວໜ້ານັ້ນ­ມີຄວາມ­ສັບ­ສົນ ແຕ່ວ່າ ເມື່ອຄິດໄລ່­ຊັ້ນ­ອອກ­ນອກໄປນັ້ນ­ມັນ­ມີຄວາມ­ໜາ­ຫຼາຍກ່­ວາ­ຊັ້ນ­ບັນ­ຍາກາດເບື້ອງ­ນອກ­ຂອງໂລກເຮົາ­ຮອດ7ເທົ່າ ຫຼືຄິດໄລ່ໄດ້ວ່າ ບໍລິມາດ­ຂອງ­ຊັ້ນ­ບັນ­ຍາກາດ­ດາວຍົມ­ມີຫຼາຍກ່­ວາບໍລິມາດ­ຂອງ­ດາວຍົມ­ຮອດ350ເທົ່າ ນີ້­ຄືຄວາມແຕກຕ່າງ ທີ່ໜ້າ­ສົນໃຈ ທີ່ເກີດ­ມີ ກັບ­ດາວຍົມ ຊຶ່ງ­ຫາກ­ຄິດໄລ່ຄວາມ­ສົມ­ທຽບໃສ່­ກັບເສັ້ນ­ລັດສະ­ໜີແລ້ວ ຄວາມ­ໜາ­ຂອງ­ຊັ້ນ­ບັນ­ຍາກາດ­ທັງ­ໝົດ­ຂອງ­ດາວຍົມ ຫຼາຍກ່­ວາ ເສັ້ນ­ສັດສະ­ໜີຂອງ­ດາວຍົມ­ຮອດ7ເທົ່າ. 

........................................................................................................................................................................................

ທີ່ມາ: bailane