ປັດໃຈສ່ຽງທີ່ເຮັດໃຫ້ເກີດໂລກລຳໄສ້ອັກເສບ
- ກຸ່ມຄົນທີ່ອາໃສຢູ່ໃນສີ່ງແວດລ້ອມທີ່ບໍ່ສະອາດ.
- ນັກທ່ອງທ່ຽວແລະນັກເດີນທາງອາດຈະເດີນທາງໃນສະຖານທີ່ທີບໍ່ສະອາດແລະເກີດການຕິດເຊື້ອໂລກໄດ້.
- ກຸ່ມຄົນທີ່ອາໃສຢູ່ສະຖານທີ່ທີ່ມີຄົນຈຳນວນຫຼາຍແອອັດໂອກາດການຮັບເຊື້ອໂລກໂດຍບໍ່ຮູ້ໂຕໄດ້
- ກຸ່ມຄົນທີ່ໃກ້ຊິດກັບຜູ້ປ່ວຍທີ່ເປັນໂລກລະບົບທາງເດີ່ນອາຫານ.
- ກຸ່ມຄົນທີ່ຢູ່ໃນຄອບຄົວມີປະຫວັດໂລກລະບົບທາງເດີ່ນອາຫານ.
- ເດັກທີ່ເກີດກ່ອນກຳນົດ.
ການຮັກສາໂລກລຳໄສ້ອັກເສບ
ສຳລັບການຮັກສາໂລກລຳໄສ້ອັກເສບນັ້ນໃຊ້ການຮັກສາຢູ່2ແບບຄື ຮັກສາສາເຫດຂອງໂລກແລະການປະຄັບປະຄອງອາການຂອງໂລກລາຍລະອຽດດັ່ງນີ້:
- ການຮັກສາໂລກລຳໄສ້ອັກເສບທີ່ສາເຫດຂອງໂລກເຊັ່ນ: ການໃຊ້ຢາທາງເຄມີໃນການຂ້າເຊື້ອໂລກທີ່ເປັນສາເຫດຂອງການອັກເສບ.
- ການຮັກສາໂລກລຳໄສ້ອັກເສບ ໂດຍການປະຄັບປະຄອງອາການຂອງໂລກ ເຊັ່ນ:ການໃຫ້ນ້ຳເກືອເພື່ອທົດແທນອາການຂາດນ້ຳ ແລະ ການໃຫ້ຢາແກ້ປວດ,ຢາຫ້າມຮາກເປັນຕົ້ນ