ປະຫວັດຂອງວັນແຫ່ງຄວາມຮັກ14ກຸມພາ

Valentine’s day ມີມາຕັ້ງແຕ່ສະໄໝຈັກກະພັດໂຣມັນ. ເຊິ່ງວັນທີ 14ກຸມພາຈະເປັນວັນສະເຫຼີມສະຫຼອງຂອງລາຊະນີຂອງເຫຼົ່າເທບພະເຈົ້າ ແລະເທບທິດາຕາມຄວາມເຊື່ອຂອງຄົນໂຣມັນ ໂດຍສະເພາະເທບທິດາ ຈູໂນ ເທບທີ່ເປັນຕົວແທນຂອງຜູ້ຍິງ ແລະການແຕ່ງງານ. ໃນວັນທີ 15ຈະເປັນວັນຈັດງານລ້ຽງຂອງໜຸ່ມສາວ. ໃນສະໄໝຈັກກະພັດຄໍດິອັສ ທີ2 ທີ່ປົກຄອງກຸງໂຣມ ເປັນຜູ້ທີ່ມີຈິດໃຈໂຫດຫ້ຽມ ແລະກະຫາຍໃນສົງຄາມ ໄດ້ສັ່ງຫ້າມການໝັ້ນ ແລະການແຕ່ງງານໃນກຸງໂຣມຢ່າງເດັດຂາດ. ຂະນະນັ້ນໄດ້ມີນັກບຸນຄົນໜຶ່ງ ຊື່ວ່າເຊນວາເລັນໄທ ໄດ້ຮ່ວມມືກັບນັກບວດເພື່ອຈັດພິທີແຕ່ງງານໃຫ້ຄູ່ຮັກຫຼາຍຄູ່ຕາມຫຼັກສາສະໜາຄຣິສ ດ້ວຍຄວາມປາຖະໜາດີທີ່ຂັດກັບຄວາມຜະເດັດການ ຈົນໃນທີ່ສຸດເຊນວາເລັນທາຍກໍຖືກປະຫານຊີວິດ. ກ່ອນຈະຖືກປະຫານ ລາວໄດ້ຕົກຫຼຸມຮັກຍິງສາວຄົນໜຶ່ງນາມວ່າ ຈູເລຍ ເຊິ່ງໄດ້ມາຢ້ຽມເຂົາໃນຄຸກ.ກ່ອນຄືນວັນວາເລນໄທ (ວັນທີ່ລາວຖືກປະຫານ) ລາວໄດ້ຂຽນຈົດໝາຍເຖິງນາງຈ່າໜ້າຊອງວ່າ “for your valentine”. ເພື່ອລະນຶກເຖິງຄຸນງາມຄວາມດີ ແລະສັນລະເສີນຕໍ່ນັກບຸນຜູ້ນີ້ ນິການໂຣມັນກາໂຕລິກຈຶ່ງເລືອກໃຫ້ວັນທີ 14ກຸມພາເປັນວັນແຫ່ງຄວາມຮັກຈົນມາເຖິງທຸກມື້ນີ້. ຮູ້ຫຼືບໍ່ວ່າສັນຍຍາລັກທີ່ເປັນຕົວແທນຂອງຮັກນິລັນດອນບໍ່ແມ່ນດອກກຸລາບ ແຕ່ເປັນຕົ້ນແອລມອນສີບົວ ທີ່ສາວຈູເລຍໄດ້ປູກໄວ້ໃກ້ກັບຫຼຸມສົບຂອງເຊນວາເລັນໄທ.