7 ສາເຫດຜົມເສຍທີ່ຄາດບໍ່ເຖິງບາງຂໍ້ນີ້ເຊື້ອວ່າສາວໆ ເຮັດກັນຢູ່ທຸກມື້ເລີຍແມ່ນບໍ ຮູ້ແບບນີ້ແລ້ວເລີກເຮັດສາ.
ຖ້າເລືອກໄດ້ສາວໆ ຄົງບໍ່ຢາກໃຫ້ຜົມຕົວເອງເບິ່ງແຫ້ງເສຍຜົມຟູເປັນໄມ້ກວາດແມ່ນບໍ ? ເພາະຜົມແບບນີ້ຈະແຮງເຮັດໃຫ້ຄວາມງາມຂອງສາວໆຫຼຸດລົງ ແຖມຍັງບໍ່ມີໃຜຢາກຈະເບີ່ງຜົມໄມ້ກວາດແບບນັ້ນອີກດ້ວຍແຕ່ຖ້າຄິດວ່າບຳລຸງຢ່າງດີຈັດໜັກຈັດເຕັມແລ້ວຜົມກໍຍັງເສຍບໍ່ເລີກບໍ່ເຊົາແລ້ວ ຄິດອອກເຊື້ອວ່ານັ້ນອາດຈະເປັນເພາະ 7 ສາເຫດທີ່ເຈົ້າຍັງເຮັດຢູ່ເລື້ອຍໆເຫຼົ່ານີ້ແນ່ນອນ.
ບໍ່ສອຍຜົມຫຼືເລັມຜົມອອກ
ຢ່າມົວແຕ່ງົງບໍ່ຍອມສອຍຜົມເພາະຢ້ານຈະສັ້ນເກີນໄປຢູ່ເລີຍ ເພາະຖ້າບໍ່ສອຍອອກເລີຍນີ້ແຫຼະຕົ້ນເຫດຂອງສຸຂະພາບຜົມທີ່ໂຫດຮ້າຍທີ່ສຸດທາງທີ່ດີຄວນສອຍຜົມອອກດ້ວຍຈັກ 6 ອາທິດຕໍ່ເທື່ອເຊື້ອໂລດວ່າຜົມທີ່ຍາວໃໝ່ອອກມາຈະເບິ່ງງາມເງົາງາມກວ່າເກັບປາຍຜົມເສຍໆໄວ້ອີກ.
ຫວີຜົມເລື້ອຍໆ
ໃຜທີ່ມັກຫວີຜົມເລື້ອຍໆ ເພາະຢາກໃຫ້ຜົມງາມເງົາງາມດ້ວຍ ? ບອກເລີຍວ່າຖ້າຫວີດຸເກີນໄປສຸຂະພາບຜົມເສຍແນ່ນອນເພາະການຫວີຜົມຈະເຮັດໃຫ້ນ້ຳມັນທຳມະຊາດໃນເສັ້ນຜົມເສຍໄປສຸດທ້າຍແລ້ວຜົມກໍ່ຈະຂາດຄວາມຊຸ່ມຊື່ນຕາມທຳມະຊາດກໍ່ກາຍເປັນຜົມແຫ້ງເສຍຜົມຟູສຸດໆ.
ສະຜົມເລື້ອຍໆ
ເຊົາເຊື້ອໄດ້ແລ້ວວ່າການສະຜົມເລື້ອຍໆຫລືສະທຸກມື້ຈະເຮັດໃຫ້ຜົມຍາວໄວ ເພາະຄວາມຈິງແລ້ວມີແຕ່ເຮັດໃຫ້ຜົມແຫ້ງເສຍໄວກວ່າຄົນທີ່ບໍ່ໄດ້ສະຜົມ ເລື້ອຍໆ ເພາະແຊມພູຫລືຄີມນວດຜົມທີ່ໃຊ້ນີ້ແຫຼະເປັນຕົວການທີ່ເຮັດໃຫ້ນ້ຳມັນທຳມະຊາດໃນເສັ້ນຜົມເສຍໄປ ຫາກສະຜົມເລື້ອຍໆກໍມີຫວັງເສັ້ນຜົມແຫ້ງກະດ້າງຂາດຊີວິດຊີວາແນ່ນອນ.
ມັດຜົມທຸກມື້
ສາວໆ ຄົນໃດທີ່ຂີ້ຮ້ອນຕ້ອງມັດຜົມອອກໄປເຮັດວຽກທຸກມື້ຮູ້ບໍ່ວ່ານີ້ແຫຼະຄືສາເຫດທີ່ເຮັດໃຫ້ຜົມແຫ້ງເສຍແລະສຸຂະພາບຜົມເສຍໂຫດຮ້າຍກວ່າເກົ່າໄດ້ ເພາະໜັງຢາງທີ່ມັດຜົມໄວ້ຕຶງໆ ນີ້ແຫຼະຈະເຮັດໃຫ້ຜົມເສຍ,ອ່ອນແອລົງແລະຢຸດການຈະເລີນເຕີບໃຫຍ່ທາງທີ່ດີອາດຈະໃຊ້ກິ໊ບອັນໃຫຍ່ໆ ຕິດໄວ້ແທນການໃຊ້ໜັງຢາງມັກກໍໄດ້.
ໃຊ້ຄີມນວດຫຼາຍ
ຮູ້ແບບນີ້ແລ້ວງົງບໍ ? ວ່າການໃຊ້ຄີມນວດຫຼາຍເຮັດໃຫ້ຜົມແຫ້ງເສຍໄດ້ແນວໃດ ແທ້ໆແລ້ວແຮງໃຊ້ຫຼາຍແຮງຕ້ອງເຮັດໃຫ້ຜົມນຸ່ມສວຍງາມບໍ່ແມ່ນບໍ ? ແຕ່ຮູ້ບໍວ່າການໃຊ້ຄີມນວດຜົມຫຼາຍໆລົງໄປເທິງເສັ້ນຜົມມີໂອກາດທີ່ເຈົ້າຈະລ້າງມັນອອກບໍ່ໝົດຈົນຕົກຄ້າງເຮັດໃຫ້ຜົມເສຍແລະມີແຕ່ຄວາມມັນເອົາເປັນວ່າໃຊ້ແຕ່ພໍດີແລ້ວກັນສາວໆ.
ໃຊ້ຄວາມຮ້ອນກັບຜົມ
ຖ້າຕ້ອງໄດຜົມ, ໜີບຜົມຫລືມ້ວນລອນຜົມໄປນອກບ້ານທຸກມື້ ອາດຈະເຮັດໃຫ້ເຈົ້າໄດ້ລຸກງາມໆກໍແມ່ນ ແຕ່ບອກເລີຍຜົມບໍ່ໄດ້ງາມໄປກັບເຈົ້າດ້ວຍເພາະຍິ່ງໃຊ້ຄວາມຮ້ອນກັບຜົມຫລາຍເທົ່າໃດກໍແຮງຈະກາຍເປັນການທຳຮ້າຍຜົມໃຫ້ແຫ້ງເສຍຜົມຟູເປັນໄມ້ກວາດຫລາຍເທົ່ານັ້ນ ທາງທີ່ດີພັກໃຊ້ຄວາມຮ້ອນກັບເສັ້ນຜົມດ້ວຍປ່ອຍໃຫ້ຜົມເປັນຊົງຕາມທຳມະຊາດ.
ເຮັດສີຜົມເລື້ອຍໆ
ສຳລັບຄົນຫົວສີທັງຫຼາຍທີ່ມັກເຮັດສີຜົມແຟຊັ່ນ ປ່ຽນເລື້ອຍໆຈົນເອີ້ນໄດ້ວ່າເກືອບທຸກອາທິດ ນີ້ແຫຼະຄືການທຳຮ້າຍເສັ້ນຜົມຂອງເຈົ້າຍິ່ງກວ່າການໃຊ້ຄວາມຮ້ອນກັບເສັ້ນຜົມອີກ ຖ້າບໍ່ຢາກໃຫ້ຜົມເສຍອາດຈະຕັດໃຈບໍ່ເຮັດສີຜົມໄປເລີຍກໍໄດ້ ເພາະການມີເສັ້ນຜົມງາມໆ ຕາມທຳມະຊາດເກ໋ກວ່າສີໃດໆ.
===========================================================================================================================