ຖິ້ມໄວ້ກາງທາງ

ຂ້ອຍຍ່າງມາຄົນດຽວ ບົນເສັ້ນທາງປ່ຽວໆ

ມັນອາດຈະງຽບເຫງົາບາງເວລາ ແຕ່ຂ້ອຍກໍມີຄວາມສຸກ ແລະສະບາຍໃຈດີ

 

ຈົນກະທັ້ງ ມີຜູ້ຊາຍຄົນໜຶ່ງຢູ່ຟາກທາງກົງກັນຂ້າມ ກວັກມືເອີ້ນຂ້ອຍໄປຫາດ້ວຍຮອຍຍິ້ມເສົ້າໆ

ຂ້ອຍແປກໃຈເລັກນ້ອຍ ແຕ່ກໍຕັດສິນໃຈແລ່ນຂ້າມທາງໄປຫາລາວ.

 

ທາງທີ່ລາວຍ່າງຢູ່ນັ້ນຂ້ອນຂ້າງລຳບາກ....ຂ້ອຍບໍ່ຄິດວ່າລາວຈະຍ່າງຄົນດຽວໄດ້ແນວໃດ

ລາວເລີ່ມເລົ່າເລື່ອງເສົ້າໆບົນທາງສາຍປ່ຽວໃຫ້ຂ້ອຍຟັງ

ມັນຊ່າງໜ້າສົງສານ...ຄວາມສົງສານກໍ່ເກີດເປັນຄວາມເຫັນອົກເຫັນໃຈ

ລາວເລົ່າເລື່ອງໃຫ້ຂ້ອຍຟັງຕະຫຼອດທາງ

 

ມີບາງຄັ້ງລາວໝົດແຮງແລ້ວລົ້ມລົງໄປ

ຂ້ອຍກໍພະຍາຍາມດຶງລາວລຸກຂຶ້ນໃຫ້ຍ່າງຕໍ່

ບາງເວລາທີ່ລາວທໍ້ ຂ້ອຍກໍໄດ້ແຕ່ຕົບໄຫຼ່ລາວເບົາໆ

ເຮົາເລີ່ມລົມກັນໄດ້ທຸກເລື່ອງ

ເລີ່ມມີຮອຍຍິ້ມ ສຽງຫົວ ແລະຄວາມສຸກ

ຄວາມຜູກພັນຖັກທໍເປັນຄວາມຮັກຢ່າງບໍ່ຮູ້ຕົວ

 

ເຖິງແມ່ນວ່າເສັ້ນທາງຂອງລາວມັນຈະລຳບາກກັນດານກວ່າເສັ້ນທາງຂອງຂ້ອຍ

ແຕ່ຂ້ອຍກໍຮູ້ສຶກປອດໄພ ແລະອຸ່ນໃຈ ບໍ່ເຄີຍຫວາດວັ່ນເພາະມີລາວຢູ່ຂ້າງໆ

 

ຈົນກະທັ້ງມື້ໜຶ່ງ....ມີລົດຄັນໜຶ່ງມາຈອດຂວາງໜ້າ

ແລ້ວລາວກໍ ປ່ອຍມື ຈາກຂ້ອຍກ່ອນໄປຂຶ້ນລົດຄັນນັ້ນ ກ່ອນຈະເອີ່ຍວ່າ ຂໍໂທດ

ຄວາມຈິງລາວຖ້າລົດຄັນນີ້ມາແຕ່ຕອນທຳອິດ ພຽງແຕ່ວ່າລະຫວ່າງທາງການລໍຄອຍມັນເຫງົາກໍເລີຍຊວນຂ້ອຍມາຢູ່ເປັນເພື່ອນຮ່ວມທາງ.

ລາວຍັງບອກອີກວ່າໃຫ້ຂ້ອຍກັບໄປເດີນຕາມທາງຂອງຂ້ອຍສາ!

 

ວິນາທີນັ້ນຂ້ອຍຢືນຕົວແຂງເຄິ້ງເນີ້ງ ຊັອກໄປຊົ່ວຂະນະ

ລາວຈາກໄປໂດຍທີ່ຂ້ອຍບໍ່ທັນເອື້ອນເອີ່ຍໃດໆເລີຍ

ຄວາມຮູ້ສຶກຕອນນັ້ນມັນຊ່າງໂຫດຮ້າຍ...ຜິດຫວັງ ແລະເຈັບປວດ

ຂ້ອຍຫັນກັບໄປເບິ່ງເສັ້ນທາງທີ່ເຄີຍຍ່າງຜ່ານມາກັບລາວຕັ້ງຍາວໄກ ມັນຊ່າງວັງເວງ....ໂດດດ່ຽວ ແລະໜ້າຫວາດກົວ

ຂ້ອຍຈະກ້າຍ່າງກັບຄົນດຽວໄດ້ແນວໃດ!!!!!

ຂ້ອຍໄດ້ແຕ່ນັ່ງຮ້ອງໄຫ້ ແອບຫວັງນ້ອຍໆວ່າລາວຈະກັບມາຮັບເອົາຂ້ອຍ

ຖ້າແລ້ວຖ້າອີກ....ລາວກໍບໍ່ກັບມາ

 

ໃນທີ່ສຸດຂ້ອຍກໍໄດ້ຮູ້ວ່າ:

ການທີ່ເຮົາເດີນຮ່ວມທາງມາພ້ອມກັນ ແມ່ນພຽງແຕ່ຍ່າງມາສົ່ງລາວໃຫ້ກັບຄົນໃໝ່ທີ່ດີກວ່າ

 

ຕອນນີ້ຂ້ອຍກໍຍັງນັ່ງຢູ່ບ່ອນເກົ່າ

ບໍ່ແມ່ນລໍຖ້າລາວ ແຕ່ລໍຖ້າໃຫ້ຕົນເອງເຂັ້ມແຂງ ພ້ອມທີ່ຈະລຸກຂຶ້ນ ແລະຍ່າງກັບໄປເສັ້ນທາງຂອງຕົນເອງດ້ວຍຮອຍຍິ້ມ.

ຖິ້ມອາດີດ ແລະຄວາມຊົງຈຳໃຫ້ເປັນບົດຮຽນ

ເຖິງວ່າຮັກໃຜຂະໜາດໃດ ກໍຢ່າໄດ້ເສຍສະຫຼະ

ເພາະສຸດທ້າຍຫາກເຂົາຈາກໄປ...ເຈົ້າຈະບໍ່ເຫຼືອແມ້ກະທັ້ງຫົວໃຈ ແລະຈຸດຢືນຂອງຕົນເອງ.

 

 

ເລົ່າເລື່ອງໂດຍ: vaivai

cr.ພາບ ทิ้งไว้กลางทาง the series