ປະທານປະເທດຂອງ ຈີນ ທ່ານ Xi Jinping ໄດ້ປະກາດແຜນການເພື່ອຕັດກອງກຳລັງທະຫານ ທີ່ໃຫຍ່ທີ່ສຸດໃນໂລກລົງ300,000 ຄົນໃນວັນພະຫັດມື້ນີ້ລະຫວ່າງການເດີນສວນສະໜາມຂະໜາດໃຫຍ່ຂອງກອງທັບເພື່ອສະເຫຼີມ ສະຫຼອງໄຊຊະນະຕໍ່ ຍີ່ປຸ່ນໃນສົງຄາມໂລກຄັ້ງທີສອງ.
ເປັນເວລາດົນປະມານໜຶ່ງຊົ່ວໂມງ ທີ່ຈະຕຸລັດ Tiananmenໃນ ນະຄອນຫຼວງປັກກິ່ງ, ຂະບວນແຫ່ຂອງລົດຖັງ, ລູກສອນໄຟຂີປະນາວຸດ, ເຮືອບິນບໍ່ມີຄົນຂັບ ແລະ ທະຫານເດີນສວນສະໜາມຍ່າງຜ່ານຈຸດເຕົ້າໂຮມຂອງບັນດາ ນາຍທະຫານອະວຸໂສ ແລະ ຜູ້ນຳຂອງ ລັດຖະບານ ໃນສິ່ງທີ່ທ່ານ Xi ເອີ້ນວ່າ ເປັນການສະແດງໃຫ້ເຫັນເຖິງການອຸທິດຕົນຕໍ່ສັນ ຕິພາບຂອງຈີນ.
ປະທານປະເທດ ຈີນ ກ່າວວ່າ “ເພື່ອເຫັນແກ່ສັນຕິພາບ, ຈີນ ຈະຍັງມີຄວາມໝັ້ນໝາຍ ຕໍ່ ການພັດທະນາແບບສັນຕິ. ພວກເຮົາຄົນ ຈີນ ຮັກໃນຄວາມສະຫງົບສຸກ. ບໍ່ສຳຄັນວ່າພວກເຮົາຈະມີຄວາມເຂັ້ມແຂງຫຼາຍ ສ່ຳໃດ, ຈີນ ຈະບໍ່ມີວັນສະແຫວງຫາຄວາມເປັນເຈົ້າໂລກ ຫຼື ການຂະ ຫຍາຍຕົວອອກໄປໄກຕື່ມອີກ.”
ທ່ານໄດ້ກ່າວວ່າ “ພວກເຮົາຕ້ອງຮຽນຮູ້ເຖິງບົດຮຽນໃນປະຫວັດສາດ ແລະ ອຸທິດຕົນເອງເພື່ອສັນຕິພາບ.” ແລະກ່າວເພີ່ມເຕີມວ່າ ວິທີທີ່ດີທີ່ສຸຸດ ເພື່ອໃຫ້ກຽດແກ່ຜູ້ທີ່ໄດ້ເສຍສະຫຼະຊີວິດຂອງພວກເຂົາໃນສົງ ຄາມໂລກຄັ້ງທີສອງ ແມ່ນປ້ອງກັນບໍ່ໃຫ້ເຫດການທີ່ເສົ້າສະຫຼົດໃຈໃນປະຫວັດສາດ ເກີດຊ້ຳຂຶ້ນມາອີກ.
ການສວນສະໜາມ, ພ້ອມດ້ວຍການຍິງປືນສະແດງຄວາມເຄົາລົບ 70 ນັດ ແລະ ໃນຕອນສຸດທ້າຍໄດ້ປ່ອຍນົກສັນຕິພາບຫຼາຍພັນໂຕ ແລະ ໝາກປູມເປົ້າ ທັງສອງແມ່ນສິ່ງເຕືອນໃຈທີ່ຈິງຈັງ ໃນຄວາມເຈັບປວດຂອງ ຈີນ ແລະການສະເຫຼີມສະຫຼອງໃນຄວາມສຳເລັດຂອງພວກເຂົາ. ຈັ່ງໃດກໍ່ຕາມການສະແດງທາງການທະຫານຢ່າງບໍ່ປົກປິດ ອີກຄັ້ງໜຶ່ງໄດ້ພາ
ໃຫ້ເກີດຄຳຖາມກ່ຽວກັບການມີອິດທິພົນເພີ້ມຂຶ້ນຂອງ ຈີນ ແລະ ບົດບາດທີ່ພວກເຂົາເລືອກທີ່ຈະເອົາ ໃນໂລກນີ້.
ທີ່ມາ http://lao.voanews.com/