ຈະຮູ້ໄດ້ຈັ່ງໃດ ຫາກເຮົາເປັນ ເບົາຫວານ

ນໍ້າຕານ ໄປເຮັດຫຍັງຢູ່ໃນຮ່າງກາຍຂອງເຮົາ?

ປົກກະຕິ ເມື່ອເຮົາກິນອາຫານຈໍາພວກ ເຂົ້າ ແປ້ງ ນໍ້າຕານ ເຂົ້າໄປໃນຮ່າງກາຍເລີ່ມຕັ້ງແຕ່ປາກ ຈະມີການຍ່ອຍສະ ຫຼາຍອາຫານກຸ່ມນີ້ອອກເປັນສ່ວນນ້ອຍໆ ເມື່ອເຖິງລໍາໄສ້ນ້ອຍ ກໍຈະຖືກດູດຊຶມເຂົ້າສູ່ກະແສເລືອດເພື່ອໃຫ້ຮ່າງ ກາຍນໍາເຂົ້າໄປໃນເຊລລ໌ ຂອງຮ່າງກາຍ ແລະ ເຜົາຜານກາຍເປັນພະລັງງານໃນຮ່າງກາຍ ສາມາດເຄື່ອນໄຫວ ຄຶດ ປະຕິບັດໜ້າທີ່ວຽກງານໃນຊີວິດປະຈໍາວັນໄດ້ ໂດຍມີ ຮໍໂມນຈາກຕັບອ່ອນທີ່ເຮົາເອີ້ນວ່າ “ອິນຊູລິນ” ເປັນສານທີ່ຊ່ອຍນໍານໍ້າຕານເຂົ້າສູ່ ເຊລລ໌. ດັ່ງນັ້ນ ໃນກະແສເລືອດຂອງເຮົາຈະມີນໍ້າຕານຢູ່ສະເໝີ ແຕ່ຈະຢູ່ໃນລະດັບທີ່ພໍດີສໍາລັບການນໍາໄປໃຊ້ທີ່ເຊລລ໌ຂອງຮ່າງກາຍຄືຢູ່ໃນລະຫວ່າງ 70-120 ມິລລີກຣາມ/ເດຊີລິດ ເມື່ອໃດທີ່ລະດັບນໍ້າຕານໃນເລືອດເກີນ 180 ມິລລີກຣາມ/ເດຊີລິດ ມັນຈະຕອງນໍ້າຕານອອກມາໃນນໍ້າຍ່ຽວ ເຮັດໃຫ້ສາມາດກວດພົບນໍ້າຕານໃນນໍ້າຍ່ຽວໄດ້.

ເບົາຫວານ ແມ່ນຫຍັງ?

ເປັນຊື່ຂອງກຸ່ມອາການຈາກຄວາມຜິດປົກກະຕິທີ່ຮ່າງກາຍບໍ່ສາມາດໃຊ້ນໍ້າຕານໄດ້ຕາມປົກກະຕິ ເຮັດໃຫ້ລະດັບນໍ້າຕານໃນເລືອດສູງຂຶ້ນ ແລະ ຖືກຂັບອອກມາທາງນໍ້າຍ່ຽວ ເນື່ອງຈາກຮ່າງກາຍຂາດຮໍໂມນ ສໍາຄັນຢ່າງນຶ່ງຄື ອິນຊູລິນຈາກຕັບອ່ອນທີ່ຜະລິດບໍ່ພໍໃຊ້ ຫຼື ຜະລິດແລ້ວໃຊ້ບໍ່ໄດ້ຕາມປົກກະຕິ ເມື່ອມີລະດັບນໍ້າຕານໃນເລືອດສູງໄປດົນໆກໍຈະເກີດພະຍາດແຊກຊ້ອນທັງແບບກະທັນຫັນ ແລະ ຊໍາເຮື້ອ ໃນກໍລະນີຊໍາເຮື້ອຈະເຮັດໃຫ້ຫຼອດເລືອດເສື່ອມ ເສຍຫາຍ ແລະ ທໍາລາຍອະໄວຍະວະສ່ວນປາຍທາງເຊັ່ນ ໄຂ່ຫຼັງ ສະໝອງ ຫົວໃຈເປັນຕົ້ນ ໂດຍສະເພາະເມື່ອມີປັດໄຈສ່ຽງອື່ນໆທີ່ທໍາລາຍຫຼອດເລືອດຮ່ວມຢູ່ນໍາ.

ອາການ ຂອງຜູ້ທີ່ເປັນເບົາຫວານ

1. ປວດເບົາເລື້ອຍ ແລະ ຫຼາຍ ປວດເບົາກາງຄືນ
2. ຄໍແຫ້ງ ຫິວນໍ້າ ດື່ມນໍ້າເລື້ອຍ ແລະ ຫຼາຍ
3. ຫິວເລື້ອຍໆ ກິນອ່າວຫຼາຍ ແຕ່ນໍ້າໜັກຫຼຸດ ອ່ອນເພຍ
4. ເປັນບາດ ຫຼື ຝີ ງ່າຍ ແຕ່ນານດີ
5. ຄັນຕາມຜິວໜັງ ແລະ ບໍລິເວນອະໄວຍະວະສືບພັນ
6. ມຶນປາຍມື ປາຍຕີນ ຄວາມຮູ້ສຶກທາງເພດຫຼຸດລົງ
7. ຕາມົວ ຕາຟາງ ຕ້ອງປ່ຽນແວ່ນຕາເລື້ອຍໆ

ສາເຫດ ຂອງເບົາຫວານ

ຄົນເປັນເບົາຫວານ ມີໂອກາດພົບເຫັນນັບແຕ່ອາຍຸ 13 ປີຂຶ້ນໄປ ນອກຈາກນັ້ນ ຍັງພົບວ່າ ເມື່ອອາຍຸສູງຂຶ້ນ ມີອກາດເປັນເບົາຫວານໄດ້ງ່າຍຂຶ້ນ ໄດ້ແກ່ປະຊາກອນໃນໄວ 20-44 ປີ ແລະ ອາຍຸ 45 ປີ ຂຶ້ນໄປ ໂດຍສາເຫດຂອງການເກີດພະຍາດມີດັ່ງນີ້:

1. ນໍ້າໜັກເກີນ ຄວາມຕຸ້ຍ ແລະ ຂາດການເຄື່ອນໄຫວອອກກໍາລັງກາຍທີ່ພຽງພໍ
2. ມີເຊື້ອ ຈະເຫັນວ່າຜູ້ທີ່ມີພໍ່ແມ່ ເປັນເບົາຫວານລູກກໍມີໂອກາດເປັນເບົາຫວານ 6-10 ເທົ່າຂອງຄົນທີ່ພໍ່ແມ່ບໍ່ເປັນ
3. ຄວາມຕຶງຄຽດຊໍາເຮື້ອ ເຮັດໃຫ້ ອິນຊູລິນ ນໍານໍ້າຕານເຂົ້າເນື້ອເຍື່ອໄດ້ບໍ່ເຕັມທີ່
4. ບັນຫາອື່ນໆເຊັ່ນຈາກເຊື້ອພະຍາດ ຫຼື ຢາບາງຊະນິດເກີດຮ່ວມກັບພະຍາດເນື້ອງອກຂອງຕ່ອມໃຕ້ສະໝອງ ຫຼື ອື່ນໆ

ຜູ້ໃດ? ຄວນສົງໄສວ່າໂຕເອງເປັນເບົາຫວານ

ຜູ້ມີອາການຂອງພະຍາດເບົາຫວານ ຜູ້ມີອາຍຸຫຼາຍກວ່າ ຫຼື ເທົ່າກັບ 40 ປີ ແລະ ຜູ້ທີ່ມີອາຍຸໜ້ອຍກວ່າ 40 ປີ ແຕ່ມີ
ປັດໄຈສ່ຽງໃນຂໍ້ໃດນຶ່ງດັ່ງຕໍ່ໄປນີ້:

1. ມີ ພໍ່-ແມ່ ອ້າຍ-ເອື້ອຍ-ນ້ອງ ຄົນໃດຄົນນຶ່ງເປັນພະຍາດເບົາຫວານ
2. ຕຸ້ຍ ໂດຍມີດັດຊະນີມວນກາຍ ຫຼາຍກວ່າ ຫຼື ເທົ່າກັບ 25
3. ມີພາວະຄວາມດັນເລືອດສູງ
4. ມີພາວະໄຂມັນໃນເລືອດຜິດປົກກະຕິ (Triglycerides) ຫຼາຍກວ່າ 250 ມິລລີກຣາມ/ເດຊີລິດ ເອັຈດີແອລ (HDLcholesterol) ໜ້ອຍກວ່າ 35 ມິລລີກຣາມ/ເດຊີລິດ
5. ມີປະຫວັດເປັນເບົາຫວານຂະນະຖືພາ ຫຼື ມີປະຫວັດການເກີດລູກທີ່ນໍ້າໜັກໂຕຫຼາຍກວ່າ 4 ກິໂລກຣາມ
6. ມີປະຫວັດ ຫຼື ເຄີຍມີປະຫວັດນໍ້າຕານໃນເລືອດສູງຈາກການກວດເລືອດໂດຍການງົດອາຫານ (Fasting Plasma Glucose) = 110-125 ມິລລີກຣາມ/ເດຊີລິດ ຫຼື ແທກນໍ້າຕານໃນເລືອດ 2 ຊົ່ວໂມງພາຍຫລັງກິນ ກລູໂກສ 75 ກຣາມ ກວດພົບນໍ້າຕານ = 140-199) ມິລລີກຣາມ/ເດຊີລິດ

ຮູ້ໄດ້ແນວໃດ ວ່າເປັນເບົາຫວານ

ຖ້າສົງໄສວ່າມີຄວາມສ່ຽງຂໍ້ໃດຂໍ້ນຶ່ງ ໃຫ້ໄປກວດນໍ້າຕານໃນເລືອດຈາກປາຍນິ້ວມືທີ່ສະຖານບໍລິການປິ່ນປົວ ຫຼືປັດຈຸບັນມີເຄື່ອງກວດດ້ວຍຕົນເອງ ກ່ອນໄປກວດຈະຕ້ອງງົດອາຫານທຸກຊະນິດ ຍົກເວັ້ນນໍ້າລ້າ ຢ່າງໜ້ອຍ 8 ຊົ່ວໂມງ ຖ້າຫາກຜົນເລືອດກວດພົບນໍ້າຕານຫຼາຍກວ່າ ຫຼື ເທົ່າກັບ 110 ມິລລີກຣາມ/ເດຊີລິດ ຕ້ອງສົງໄສວ່າເປັນເບົາຫວານ (ສາມາດກິນອາຫານໄດ້ ຫຼັງຈາກເຈາະເລືອດ)ແຕ່ ຫາກສະຖານບໍລິການໃດບໍ່ມີເຄື່ອງກວດນໍ້າຕານໃນເລືອດ ຕ້ອງກວດນໍ້າຕານໃນນໍ້າຍ່ຽວແທນ ໃຫ້ຜູ້ໃຊ້ບໍລິການກຽມນໍ້າຍ່ຽວໄປພ້ອມ ໃນການກຽມນໍ້າຍ່ຽວໄປກວດໃຫ້ໄດ້ມາດຖານທີ່ດີນັ້ນ ຄວນຍ່ຽວຖິ້ມຫຼັງຈາກຕື່ນນອນຕອນເຊົ້າເສຍກ່ອນຈາກນັ້ນ ດື່ມນໍ້າ 1 ຈອກ ກິນເຂົ້າເຊົ້າ ຫຼັງປັ້ນເຊົ້າ 2 ຊົ່ວໂມງຈິ່ງໂຕ່ງນໍ້າຍ່ຽວເພື່ອສົ່ງໄປກວດ ແລະ ຖ້າຫາກຍັງມີອາການເປັນຕາສົງໄສ ແຕ່ກວດບໍ່ພົບຄວາມຜິດປົກກະຕິຈາກການກວດນໍ້າຕານໃນນໍ້າຍ່ຽວ ໃຫ້ໄປກວດອີກໃໝ່.ເມື່ອກວດພົບຄວາມຜິດປົກກະຕິຈາກການກວດຂັ້ນຕົ້ນ ຈະຕ້ອງໄດ້ກວດລະດັບນໍ້າຕານໃນເລືອດຈາກຂໍ້ທົບແຂນຂອງທ່ານ ແລະ ການກຽມໂຕກໍເຊັ່ນດຽວກັບການກວດເລືອດປາຍນິ້ວມື ແລະ ຜົນການວິນິດໄສວ່າ ທ່ານເປັນເບົາຫວານ ກໍຕໍ່ເມື່ອຜົນກວດນໍ້າຕານໃນເລືອດຂອງທ່ານຫຼາຍກວ່າ 126 ມິລລີກຣາມ/ເດຊີລິດ ຂຶ້ນໄປ ຢ່າງໜ້ອຍ 2 ເທື່ອ.

………………………………………………………………………………………………………………………………………………………………………………………………………….

ທີ່​ມາ: Vientiane today