ສຳນັກຂ່າວມິເຣີ້ລາຍງານວ່າ ລົດຖີບຊະນິດນີ້ມີຊື່ວ່າ "Yerka" ທີ່ອອກແບບໂດຍທີມນັກສຶກສາຈາກປະເທດຊິລີ ເພື່ອແກ້ໄຂບັນຫາການລັກລົດຖີບທີ່ເພີ່ມສູງຂຶ້ນ.
ລົດຖີບຄັນນີ້ມີຄວາມພິເສດບ່ອນທີ່ມັນສາມາດນຳໃຊ້ຊິ້ນສ່ວນບໍລິເວນຮ່າງລົດເບື້ອງລຸ່ມ ແລະ ເບາະອານອອກເພື່ອເຮັດເປັນໂຕລັອກກັບສິ່ງປຸກສ້າງ ເຊັ່ນ :ເສົາໄຟ,ຕົ້ນໄມ້ ແລະ ມີໂຕລັອກທີ່ຕິດຢູ່ກັບບໍລິເວນຮ່າງເບື້້ອງລຸ່ມໃຊ້ເວລາພຽງ 10 ວິນາທີໃນການລັອກ ຖ້າວ່າຕ້ອງການທີ່ຈະລັກລົດຖີບປະເພດນີ້ຈຳເປັນຕ້ອງຕັດສ່ວນຂອງລົດຖີບອອກກ່ອນເຮັດໃຫ້ບໍ່ສາມາດນຳໄປໃຊ້ຕໍ່ໄດ້ ໂດຍກຸ່ມຜູ້ຜະລິດໄດ້ວາງຈຳໜ່າຍລົດຖີບປະເພດນີ້ຜ່ານທາງເວັບໄຊ້ ′Indiegogo′.
ທັງນີ້ ໃນແຕ່ລະປີມີລາຍງານວ່າ ລົດຖີບຖືກລັກຂະໂມຍພາຍໃນປະເທດອັງກິດສູງເຖິງປີລະປະມານ 110,000 ຄັນ.